ອິນໂດເນເຊຍ ເປີດໂຮງງານໝໍ້ໄຟລົດໄຟຟ້າໃຊ້ພະລັງງານໝູນວຽນແຫ່ງທຳອິດ

16/09/2024 14:35
Email Print 133
ຂປລ ອິນໂດເນເຊຍ ໄດ້ເປີດໂຮງງານ ຜະລິດ ໝໍ້ໄຟ (ແບດເຕີຣີ) ລົດໄຟຟ້າ ອີວີ(EV) ແຫ່ງທຳອິດ ຂອງປະເທດ ໃນນິຄົມ ອຸດສາຫະກຳ ນິໂອ ເອເນີຣຈີ ໂມໂຣວາລີ ໃນແຂວງ ສຸລາເວສີກາງ ຊຶ່ງໂຮງງານແຫ່ງນີ້ ຈະດຳເນີນງານ ໂດຍໃຊ້ພະລັງງານ ໝູນວຽນທັງໝົດ.
ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ອິນໂດເນເຊຍ ໄດ້ເປີດໂຮງງານ ຜະລິດ ໝໍ້ໄຟ (ແບດເຕີຣີ) ລົດໄຟຟ້າ ອີວີ(EV) ແຫ່ງທຳອິດ ຂອງປະເທດ ໃນນິຄົມ ອຸດສາຫະກຳ ນິໂອ ເອເນີຣຈີ ໂມໂຣວາລີ ໃນແຂວງ ສຸລາເວສີກາງ ຊຶ່ງໂຮງງານແຫ່ງນີ້ ຈະດຳເນີນງານ ໂດຍໃຊ້ພະລັງງານ ໝູນວຽນທັງໝົດ. ຈາກນັ້ນ ທ່ານ ແອຣລັງກາ ຮາຣຕາຣໂຕ ລັດຖະມົນຕີ ປະສານງານ ປະຈຳກະຊວງ ກິດຈະການ ເສດຖະກິດ ກ່າວວ່າ: ໂຮງງານແຫ່ງນີ້ ເປັນສ່ວນໜຶ່ງຂອງ ນະໂຍບາຍ ປາຍນໍ້າດ້ານແຮ່ທາດ ທີ່ສຳຄັນ, ຊຶ່ງແນ່ໃສ່ກະຕຸ້ນ ຄວາມສາມາດ ທາງການແຂ່ງຂັນ ທາງເສດຖະກິດ ຂອງປະເທດ, ຍົກລະດັບ ສະວັດດີການ ສາທາລະນະ ແລະ ໃຊ້ປະໂຫຍດຈາກ ເຕັກໂນໂລຊີ ອັນເປັນມິດ ກັບສິ່ງແວດລ້ອມ.ຂະນະນີ້ ອິນໂດເນເຊຍ ມີຂີດຄວາມສາມາດ  ດ້ານການຜະລິດ ແບດເຕີຣີ ລົດໄຟຟ້າ ຢ່າງຫລວງຫລາຍ ດ້ວຍກຳລັງການຜະລິດ ຕໍ່ປີປະມານ 210 ກິກາວັດ ຕໍ່ຊົ່ວໂມງ , ເນື່ອງຈາກ ມີຊັບພະຍາກອນ ແຮ່ທາດ ອຸດົມສົມບູນ ໂດຍສະເພາະ ແຮ່ທາດ ນິກເກີລ./.
KPL

ຂ່າວອື່ນໆ

ads
ads

Top