ສປຈີນ ມີບໍລິສັດຕ່າງປະເທດຕັ້ງໃໝ່ເພີ່ມຂຶ້ນຫລາຍກວ່າ 11%

16/09/2024 14:35
Email Print 123
ຂປລ ຈຳນວນ ບໍລິສັດທີ່ລົງທຶນໂດຍ ຕ່າງປະເທດ ຊຶ່ງຈັດຕັ້ງໃໝ່ ທົ່ວປະເທດ ໃນໄລຍະເດືອນ ມັງກອນ-ເດືອນສິງຫາ ຂອງປີ 2024 ລວມທັງໝົດ 36.968 ແຫ່ງ, ເພີ່ມຂຶ້ນ 11,5% ເມື່ອທຽບປີຕໍ່ປີ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ກະຊວງ ການຄ້າຂອງ ສປຈີນ ລາຍງານວ່າ: ຈຳນວນ ບໍລິສັດທີ່ລົງທຶນໂດຍ ຕ່າງປະເທດ ຊຶ່ງຈັດຕັ້ງໃໝ່ ທົ່ວປະເທດ ໃນໄລຍະເດືອນ ມັງກອນ-ເດືອນສິງຫາ ຂອງປີ 2024 ລວມທັງໝົດ 36.968 ແຫ່ງ, ເພີ່ມຂຶ້ນ 11,5% ເມື່ອທຽບປີຕໍ່ປີ. ຊຶ່ງການລົງທຶນ ໂດຍກົງ ຈາກຕ່າງປະເທດ (FDI) ທີ່ໃຊ້ຈິງ ໃນ ສປຈີນ ໃນໄລຍະ 8 ເດືອນທຳອິດຂອງປີນີ້ ລວມຢູ່ທີ 5,8 ແສນລ້ານຢວນ , ຫລຸດລົງ 31,5% ເມື່ອທຽບປີຕໍ່ປີ.  ໂດຍພາກການຜະລິດ ເຕັກໂນໂລຊີ ຂັ້ນສູງດຶງດູດ ການລົງທຶນໂດຍກົງ ຈາກຕ່າງປະເທດ 7,21 ໝື່ນລ້ານຢວນ, ຊຶ່ງກວມເອົາ 12,4% ຂອງທັງໝົດ ແລະ ເພີ່ມຂຶ້ນ 1,9 ຈຸດ ຈາກໄລຍະດຽວກັນ ຂອງປີກາຍ.

ສ່ວນພາກການຜະລິດ ອຸປະກອນການແພດ ແລະ ການຜະລິດເຄື່ອງມື  ແລະ ເຄື່ອງວັດແທກດຶງດູດ ການລົງທຶນ ໂດຍກົງ ຈາກຕ່າງປະເທດ  ເພີ່ມຂຶ້ນ 77,8% . ຂະນະທີ່ ພາກການຜະລິດ ຄອມພີວເຕີຣ ແລະ ອຸປະກອນ ສຳນັກງານເພີ່ມຂຶ້ນ 33,9%. ນອກນີ້ ການລົງທຶນໂດຍກົງ ຈາກຕ່າງປະເທດ ສິງກະໂປ ແລະ ເຢຍລະມັນ ໃນໄລຍະ 8ເດືອນ ດັ່ງກ່າວ ເພີ່ມຂຶ້ນ 11,6% ແລະ 5,4% ເມື່ອທຽບປີຕໍ່ປີ./.
KPL

ຂ່າວອື່ນໆ

ads
ads

Top