ຍີ່ປຸ່ນ ມີປະຊາກອນສູງອາຍຸເພີ່ມຂຶ້ນເກືອບ30%

16/09/2024 14:31
Email Print 116
ຂປລ ກະຊວງ ພາຍໃນ ຂອງຍີ່ປຸ່ນ ເປີດເຜີຍ ອັດຕາສ່ວນປະຊາກອນ ຜູ້ສູງອາຍຸ ຕັ້ງແຕ່ 65 ປີຂຶ້ນໄປ ກວມເອົາ 29,3% ຫລື ປະມານ 36,25 ລ້ານຄົນ ຈາກຈຳນວນ ປະຊາກອນທັງໝົດ ທີ່ມີຈຳນວນປະມານ 124 ລ້ານຄົນ, ຖືເປັນສະຖິຕິສູງສຸດ ຄັ້ງໃໝ່ ໃນປະຫວັດສາດ.

ຂປລ.ສຳນັກຂ່າວ ຕ່າງປະເທດ, ວັນທີ 16 ກັນຍາ, ກະຊວງ ພາຍໃນ ຂອງຍີ່ປຸ່ນ ເປີດເຜີຍ ອັດຕາສ່ວນປະຊາກອນ ຜູ້ສູງອາຍຸ ຕັ້ງແຕ່ 65 ປີຂຶ້ນໄປ ກວມເອົາ 29,3% ຫລື ປະມານ 36,25 ລ້ານຄົນ ຈາກຈຳນວນ ປະຊາກອນທັງໝົດ ທີ່ມີຈຳນວນປະມານ 124 ລ້ານຄົນ, ຖືເປັນສະຖິຕິສູງສຸດ ຄັ້ງໃໝ່ ໃນປະຫວັດສາດ.ຂະນະດຽວກັນ ສະຖິຕິ ດັ່ງກ່າວ ຍັງຖືວ່າ ຫລາຍທີ່ສຸດ ໃນບັນດາ 200 ປະເທດ ແລະ ດິນແດນ ຊຶ່ງມີປະຊາກອນ ຫລາຍກວ່າ 100.000 ຄົນ , ບັນດາປະເທດ ໃນເອີຣົບ ຊຶ່ງມີຢູ່ ໃນ 10 ອັນດັບທຳອິດ , ລວມເຖິງ: ອິຕາລີ, ປອກຕຸຍການ, ເກຣັກ, ແຟງລັງ, ເຢຍລະມັນ ແລະ ກຣົວຊີ. ຊຶ່ງລ້ວນແຕ່ມີ ອັດຕາສ່ວນ ປະຊາກອນ ສູງອາຍຸ ຫລາຍກວ່າ 20%.ສ່ວນອັດຕາສ່ວນ ຂອງປະຊາກອນ ຜູ້ສູງອາຍຸຂອງປະເທດ ຂະໜາດໃຫຍ່ ໃນທະວີບ ອາຊີ ຂອງສ.ເກົາຫລີ ຢູ່ທີ 19,3%, ຖັດມາແມ່ນ ສປ ຈີນ 14,7%./.

KPL

ຂ່າວອື່ນໆ

ads
ads

Top