ກອງທັບ ກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ

14/01/2025 16:53
Email Print 616
ຂປລ ຂປລ. ໃນປີ 2024 ຜ່ານມາ ຄະນະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາ ແລະ ຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິສະໄໝທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ຢ່າງມີຈຸດສຸມ ແລະ ແທດກັບຕົວຈິງ, ມີໝາກຜົນໃນຫລາຍດ້ານ ເປັນຕົ້ນ ການເຮັດໜ້າທີ່ ຮັກສາຄວາມສະຫງົບປອດໄພ ໃຫ້ການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນບັນດາກອງປະຊຸມທີ່ສໍາຄັນຕ່າງໆ, ບັນດາວັນບຸນປະຫວັດສາດທີ່ສໍາຄັນ ຂອງຊາດ, ຂອງພັກ, ຂອງກອງທັບ ພ້ອມທັງປ້ອງກັນສໍານັກງານອົງການ, ສະໜາມບິນ, ເສັ້ນທາງທຸລະກັນດານ, ບັນດາໂຄງການ ກໍ່ສ້າງຂອງລັດຖະບານ ມີຄວາມສະຫງົບປອດໄພ 100%.




ຂປລ. ໃນປີ
2024 ຜ່ານມາ ຄະນະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາ ແລະ ຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິສະໄໝທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ຢ່າງມີຈຸດສຸມ ແລະ ແທດກັບຕົວຈິງ, ມີໝາກຜົນໃນຫລາຍດ້ານ ເປັນຕົ້ນ ການເຮັດໜ້າທີ່ ຮັກສາຄວາມສະຫງົບປອດໄພ ໃຫ້ການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນບັນດາກອງປະຊຸມທີ່ສໍາຄັນຕ່າງໆ, ບັນດາວັນບຸນປະຫວັດສາດທີ່ສໍາຄັນ ຂອງຊາດ, ຂອງພັກ, ຂອງກອງທັບ ພ້ອມທັງປ້ອງກັນສໍານັກງານອົງການ, ສະໜາມບິນ, ເສັ້ນທາງທຸລະກັນດານ, ບັນດາໂຄງການ ກໍ່ສ້າງຂອງລັດຖະບານ ມີຄວາມສະຫງົບປອດໄພ 100%.





ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ຮູ້ວ່າ: ຕໍ່ຜົນສຳເລັດດັ່ງກ່າວ ຍ້ອນຄວາມຕັດສິນໃຈ
, ຄວາມເອົາໃຈໃສ່ ຂອງອົງການ, ກົມກອງ-ທ້ອງຖິ່ນຕໍ່ໜ້າທີ່ການເມືອງຂອງຕົນ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນ ປະເທດວາງອອກ ມີຜົນສໍາເລັດຫລາຍດ້ານ, ເຖິງວ່າສະພາບເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກ ເກີດຈາກຫລາຍປັດໄຈ ເປັນຕົ້ນ ບັນຫາອັດຕາແລກປ່ຽນເງິນຕາສູງຂຶ້ນ, ໄພພິບັດທຳມະຊາດ ແລະ ບັນຫາອື່ນໆ, ແຕ່ພະນັກງານ-ສະມາຊິກພັກ ພວກເຮົາສ່ວນຫລາຍ ຍັງມີແນວຄິດອຸ່ນອຽນທຸ່ນທ່ຽງ ແລະ ຫ້າວຫັນ ປະຕິບັດໜ້າທີ່ວຽກງານ ເຊິ່ງໄດ້ສະແດງອອກ ຫລາຍກົມກອງກຳລັງຫລວງ ແລະ ກຳລັງທ້ອງຖິ່ນ ຍັງສືບຕໍ່ສຸມໃສ່ເຄື່ອນໄຫວປະຕິບັດໜ້າທີ່ ຢູ່ເຂດທຸລະ ກັນດານ-ຫ່າງໄກສອກຫລີກ, ຕັ້ງໜ້າບຸກບືນ, ຫ້າວຫັນ, ເປັນແບບຢ່າງ, ນໍາພາ-ຊີ້ນຳ, ໃກ້ຊິດຕິດແທດ ແລະ ລົງເຮັດຕົວຈິງກັບອ້າຍນ້ອງ ດ້ວຍຄວາມຮັບຜິດຊອບສູງ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະເພາະ ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມ ສະຫງົບປອດໄພ, ສ້າງເງື່ອນໄຂເອື້ອອໍານວຍ ແກ່ການພັດທະນາ ເສດຖະກິດ-ສັງຄົມຂອງຊາດ, ສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ກອງທັບຍັງມີຄວາມໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນຢ່າງສຸດໃຈ ສືບຕໍ່ເປັນກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ.





ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໃຫ້ຮູ້ຕື່ມວ່າ: ສໍາລັບວຽກງານທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ໃນປີ
2025 ນີ້ ຈະເພີ່ມທະວີຄວາມຮັບຜິດຊອບ, ຕັ້ງໜ້າບຸກບືນເປັນເຈົ້າການ ໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ຈັດຕັ້ງປະຕິບັດແຜນວຽກຈຸດສຸມ ໃນປີ 2025 ໃຫ້ສໍາເລັດຕາມແຜນການ, ເຮັດໃຫ້ທຸກຂົງເຂດ ວຽກງານ ມີການຫັນປ່ຽນທີ່ກ້າວໜ້າ ແລະ ໂດດເດັ່ນ ພ້ອມທັງເພີ່ມທະວີການນຳພາ-ຊີ້ນໍາວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງປະເທດຊາດ. ຕ້ອງຕັ້ງໜ້າຍົກສູງສະຕິສະກັດກັ້ນ ແລະ ຕ້ານທຸກກົນອຸບາຍລ່ຽມລາຍຂອງສັດຕູ, ທັບມ້າງຍຸດທະສາດ ຫັນປ່ຽນໂດຍສັນຕິ ຂອງອິດທິກຳລັງປໍລະປັກ, ເປັນເຈົ້າການໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕ ປະຊາຊົນ ໄວ້ໃຫ້ໝັ້ນຄົງເພື່ອຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ປອດໄພຢ່າງໜັກແໜ້ນ ດ້ວຍມາດຕະການຍຸດທະສາດ, ສືບຕໍ່ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ ໂດຍສຸມໃສ່ບໍລິເວນຊາຍແດນ, ເຂດຫ່າງໄກສອກຫລີກ, ບັນດາຈຸດສຸມຂອງກະຊວງ, ສົມທົບແໜ້ນ 3 ດ້ານໄປພ້ອມໆກັນ (ດ້ານການເມືອງ, ເສດຖະກິດ ແລະ ການທະຫານ) ກັບການປັບປຸງລະບົບ ການຈັດຕັ້ງຢູ່ຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ເດັດດ່ຽວຕອບຕ້ານທຸກ ການເຄື່ອນໄຫວຂອງສັດຕູຢ່າງທັນການ, ສຸມໃສ່ແກ້ໄຂເຂດທີ່ຍັງບໍ່ມີຄວາມສະຫງົບ, ໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ແລະ ມີມາດຕະການແກ້ໄຂ ຄ່ອງແຄ້ວເດັດຂາດ ໃນນີ້, ໃຫ້ສຸມໃສ່ບາງຈຸດຂອງແຂວງເຂດໃຈກາງ, ສືບຕໍ່ປະຕິບັດມາດຕະການຍຸດທະສາດຫັນລົງຮາກຖານ ປະຕິບັດ 4 ເນື້ອໃນ ແລະ 4 ຄາດໝາຍ, ກັບປະຊາຊົນ, ຈັດຕັ້ງກໍາລັງປະຈຳຢູ່ແຕ່ລະບ້ານ, ປັບປຸງອົງການປົກຄອງຂັ້ນຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ວຽກງານ ສຶກສາອົບຮົມ ການເມືອງແນວຄິດ ໃຫ້ເລິກເຊິ່ງແທດເຖິງແຕ່ລະເປົ້າໝາຍ, ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດ, ອົບຮົມທາດແທ້ມູນເຊື້ອກອງທັບປະຕິວັດ, ກອງທັບປະຊາຊົນ ໃນເງື່ອນໄຂໃໝ່ໃຫ້ດີ ຕິດພັນກັບການເກັບກຳສະພາບການເມືອງ-ແນວຄິດ ຂອງພະນັກງານ-ນັກຮົບ ທົ່ວກອງທັບ, ສຸມໃສ່ຈັດຕັ້ງຜັນຂະຫຍາຍ ບັນດາມະຕິ ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ, ການສຶກສາອົບຮົມການເມືອງແນວຄິດຕ້ອງແຫລມຄົມ ເຮັດດ້ວຍຫລາຍຮູບຫລາຍສີ ຫລາຍວິທີການ ແລະ ມີເນື້ອໃນອຸດົມສົມບູນ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ຕໍ່ແນວທາງນະໂຍບາຍ, ລະບຽບກົດໝາຍຂອງພັກ-ລັດ ຢ່າງເລິກເຊິ່ງ ແທດເຖິງ ແລະ ສ້າງໃຫ້ມີການປ່ຽນແປງຢ່າງແທ້ຈິງ ພ້ອມນັ້ນ, ຕ້ອງຍູ້ຂະບວນການເພື່ອຂໍ່ານັບຮັບຕ້ອນວັນບຸນສໍາຄັນຕ່າງໆ ຂອງຊາດ ໃຫ້ມີຂະບວນການກວ້າງຂວາງ ແລະ ມີບັນຍາກາດຟົດຟື້ນ-ຕໍ່ເນື່ອງ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບ ໃຫ້ເຂັ້ມແຂງຮອບດ້ານ, ເພີ່ມທະວີການ ນໍາພາຂອງພັກ ຕໍ່ກຳລັງປະກອບອາວຸດ ຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກົມກອງ 3 ປອດ, ກົມກອງ-ນັກຮົບວັດທະນະທໍາ ໃຫ້ມີຄຸນນະພາບ ແລະ ສ້າງພະນັກງານສືບທອດປ່ຽນແທນ ໃຫ້ຄົບເງື່ອນໄຂມາດຖານ ແລະ ເອົາໃຈໃສ່ຈັດຕັ້ງໃຫ້ຕໍ່ເນື່ອງ ພ້ອມນີ້, ໃຫ້ສຸມໃສ່ການດໍາເນີນ ກອງປະຊຸມ ຂອງຄະນະພັກ ແຕ່ລະກົມກອງໃຫ້ສຳເລັດ ເພື່ອເປັນກຽມຄວາມພ້ອມຮັບປະກັນ ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ເອົາໃຈໃສ່ຄົ້ນຄວ້າໂຄງການ-ຫລັກສູດການຮຽນການສອນ ແກ່ໂຄງການກໍ່ສ້າງ-ບຳລຸງ ຢູ່ບັນດາສະຖາບັນການສຶກສາ, ວຽກງານອົບຮົມຫັດແອບ, ປັບປຸງລະບຽບແບບ ແຜນຂອງກອງທັບ ໃຫ້ມີຄຸນນະພາບຕິດແທດກັບ ໜ້າທີ່ການເມືອງຂອງກອງທັບ ໃນໄລຍະໃໝ່ ພ້ອມທັງລະດົມພົນ ແລະ ການແກ້ໄຂຈໍານວນພົນ ແມ່ນໃຫ້ປະຕິບັດຖືກຕ້ອງ ຕາມລະບຽບຫລັກການ ແລະ ຂໍ້ກຳນົດ ຂອງກອງທັບ. ນອກນີ້, ເອົາໃຈໃສ່ສ້າງພະລາທິການກັບທີ່ ຕົ້ນຕໍແມ່ນຮັບປະກັນ ໃຫ້ໄດ້ດ້ານສະບຽງອາຫານ, ການຈັດຕັ້ງລ້ຽງດູທັບ, ຮັບປະກັນເງິນເດືອນ-ເງິນກິນ, ດ້ານເຄື່ອງນຸ່ງຫົ່ມ, ນໍ້າມັນເຊື້ອໄຟ, ຢາປົວ ພະຍາດ, ການຈັດຊື້-ຈັດຫາ, ວຽກງານຂົນສົ່ງ, ຍູ້ແຮງການຜະລິດ ແລະ ຂະຫຍາຍເຂດຜະລິດກະສິກຳຂັ້ນກະຊວງ ແລະ ຂອງບັນດາກົມກອງ ເພື່ອຍົກລະດັບຊີວິດການເປັນຢູ່ ຂອງກອງທະຫານ ໃຫ້ດີຂຶ້ນ, ຜະລິດເປັນສິນຄ້າເພື່ອສ້າງລາຍຮັບໃຫ້ກະຊວງ ແລະ ກົມກອງ, ເອົາໃຈໃສ່ວຽກງານເຕັກນິກການທະຫານ: ປົກປັກຮັກສາ ແລະ ບົວລະບັດຮັກສາ ພາຫະນະເຕັກນິກ, ອາວຸດ-ກະສູນໃຫ້ດີ, ປັບປຸງຄືນລະບົບຄັງສາງເກັບມ້ຽນ, ເອກະສານນິຕິກຳ ໃນການຄຸ້ມຄອງ-ນໍາໃຊ້ໃຫ້ເຂົ້າສູ່ລະບົບ, ຮັບປະກັນຄຸນນະພາບ ແລະ ຕິດຕາມແຜນການດັດແປງ ພາຫະນະ-ເຕັກນິກ, ຜະລິດເຄື່ອງອາໄຫລ່, ສ້ອມແປງພາຫະນະໃຫ້ສຳເລັດຕາມແຜນການ, ເຊື່ອມຊຶມກຳແໜ້ນແນວທາງ ການຕ່າງປະເທດຂອງພັກ: ເຊື່ອມຊຶມກຳແໜ້ນ ແລະ ປະຕິບັດແນວທາງ ການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກອງທັບ ຂອງບັນດາ ປະເທດອ້າຍນ້ອງ ເພື່ອນມິດຍຸດທະສາດ ແລະ ເພື່ອນມິດໃກ້ຄຽງ ແລະ ໃນໂລກ ເພື່ອປະກອບສ່ວນ ເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືກັບພາກພື້ນ ແລະ ສາກົນ.

KPL

ຂ່າວອື່ນໆ

    • ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍວັດທະນະທຳ-ສັງຄົມ

      ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍ

      2/17/2025 2:14:49 PM

      ຂປລ. ໃນລະຫວ່າງວັນທີ 10 ກຸມພາ ຫາ 7 ມີນາ 2025 ທີມງານຄົ້ນຄວ້າເກັບກຳຂໍ້ມູນ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູຈາກ ຫລວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ ຈະເດີນທາງ ໄປໂຮງຮຽນປະຖົມໃນ 30 ເມືອງເປົ້າໝາຍ ເພື່ອກໍານົດການປະຕິບັດ ການສອນທີ່ມີຄຸນນະພາບ ນໍາໄປສູ່ການເພີ່ມຂຶ້ນ ຂອງການມີສ່ວນຮ່ວມຂອງນັກຮຽນ ແລະ ການປັບປຸງຜົນການຮຽນ

    • ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມວັດທະນະທຳ-ສັງຄົມ

      ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມ

      2/17/2025 2:06:26 PM

      ຂປລ. ໃນວັນທີ 13-14 ກຸມພາ 2025 ຜ່ານມາ, ສະຖາບັນເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງຕອບແທນ ໂດຍມີບັນດານັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ກົມກອງລວມໝູ່ ແລະ ພາກສ່ວນຕ່າງໆ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດ ເປັນຈຳນວນຫລາຍ.

    • ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊວັດທະນະທຳ-ສັງຄົມ

      ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊ

      2/17/2025 1:59:16 PM

      ຂປລ. ກອງປະຊຸມປຶກສາຫາລື ຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ຜ່ານມາ ໂດຍມີ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສະເໜີ ຈຸນລະມະນີ ກໍາມະການ ສນຊ, ຜູ້ຮັບຜິດຊອບໂຄງການ ສິນເຊື່ອກາກບອນຂອງ ສນຊ, ມີບັນດາຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ-ປ່າໄມ້, ຜູ້ຕາງໜ້າບໍລິສັດ vnv

    • ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5ວັດທະນະທຳ-ສັງຄົມ

      ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5

      2/17/2025 1:53:57 PM

      ຂປລ. ວັນທີ 14 ກຸມພາ 2025 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະນຳ ແຂວງບໍລິຄຳໄຊ ລົງຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ກັບ ແຂວງບຶງການ ຣາຊະອານາຈັກໄທ ໂດຍມີ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທແຫ່ງທີ 5 ໃຫ້ການຕ້ອນຮັບ.

    • ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງວັດທະນະທຳ-ສັງຄົມ

      ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງ

      2/14/2025 5:54:46 PM

      ຂປລ. ສານປະຊາຊົນສູງສຸດ ມອບລົດຕູ້ ຈຳວນ 01 ຄັນ ໃຫ້ສານທະຫານຂັ້ນສູງ ໃນວັນທີ 14 ກຸມພາ 2025 ຕາງໜ້າມອບໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ຕາງໜ້າກ່າວຮັບໂດຍທ່ານ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະ ພະນັກງານ ວິຊາການທັງສອງພາກສ່ວນເຂົ້າຮ່ວມ.

ads
ads

Top