ການຈອງປີ້ຍົນຈາກ ສປ ຈີນ ໄປຝຣັ່ງ ເພີ່ມຂຶ້ນ 1 ເທົ່າໃນໄລຍະຈັດງານກິລາໂອລິມປິກປາຣີ

01/08/2024 22:12
Email Print 546
ຂປລ ຂໍ້ມູນຈາກ ພະແນກ ທ່ອງທ່ຽວ ປາຣີ ສະແດງ ໃຫ້ເຫັນວ່າ: ໃນໄລຍະ ຈັດງານ ກິລາ ໂອລິມປິກ ແລະ ງານກິລາ ໂອລິມປິກ ຄົນພິການ ປາຣີ 2024, ຄາດວ່າຈະມີ 15.300.000 ເທື່ອຄົນ ເດີນທາງ ໄປຢ້ຽມຢາມ ນະ ຄອນຫລວງ ປາຣີ ຂອງຝຣັ່ງ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ຂໍ້ມູນຈາກ ພະແນກ ທ່ອງທ່ຽວ ປາຣີ ສະແດງ ໃຫ້ເຫັນວ່າ: ໃນໄລຍະ ຈັດງານ ກິລາ ໂອລິມປິກ ແລະ ງານກິລາ ໂອລິມປິກ ຄົນພິການ ປາຣີ 2024, ຄາດວ່າຈະມີ 15.300.000 ເທື່ອຄົນ ເດີນທາງ ໄປຢ້ຽມຢາມ ນະຄອນຫລວງ ປາຣີ ຂອງຝຣັ່ງ, ໃນນັ້ນ, ມີ 11.300.000 ຄົນ ຕັ້ງໃຈເດີນທາງ ໄປສະເພາະ ເພື່ອງານກິລາໂອລິມປິກ ໃນຄັ້ງນີ້. ໃນນັ້ນ, ມີ 86,7% ແມ່ນນັກທ່ອງທ່ຽວ ພາຍໃນປະເທດຝຣັ່ງ. ຫລັງຈາກ ພິທີໄຂງານກິລາ ໂອລິມປິກ ໃນຄັ້ງນີ້, ປະລິມານ ການຈອງປີ້ຍົນ ຈາກ ສປ ຈີນ ໄປຝຣັ່ງ ໄດ້ເພີ່ມຂຶ້ນ ປະມານ 1 ເທົ່າ ເມື່ອທຽບໃສ່ ປີກາຍ, ການຈອງໂຮງແຮມ ຢູ່ຕົວເມືອງໃຈກາງ ຂອງປາຣີ ໄດ້ເພີ່ມຂຶ້ນ ຫລາຍກວ່າ 4 ເທົ່າ ເມື່ອທຽບໃສ່ ປີກາຍ;/.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top