ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບ ທູດ ສປ ຈີນ ປະຈໍາລາວ ຄົນໃໝ່

01/08/2024 20:05
Email Print 953
ຂປລ ຂປລ. ວັນທີ 1 ສິງຫາ 2024 ນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່.



ຂປລ. ວັນທີ
1 ສິງຫາ 2024 ນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່.

ໂອກາດດັ່ງກ່າວ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ນາງ ຟາງ ຫົງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່ ເຊິ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດຖະບານ ແລະ ປະຊາຊົນຈີນ ໃຫ້ສະຫາຍມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງທັງທາງກວ້າງ ແລະ ທາງເລິກ; ພ້ອມທັງໄດ້ແລກປ່ຽນ ຄໍາຄິດຄໍາເຫັນກ່ຽວກັບ ການສົ່ງເສີມການຮ່ວມມືຂອງສອງພັກ, ສອງລັດ  ​ໂດຍສະເພາະ ການຮ່ວມມືໃນຂົງເຂດວຽກງານຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ລະຫວ່າງ ສອງປະເທດໃຫ້ຫລາຍຂຶ້ນ; ສອງຝ່າຍ ຈະສືບຕໍ່ຈັດຕັ້ງປະຕິບັດ ການຕົກລົງທີ່ເປັນເອກະພາບ ຂອງການນໍາຂັ້ນສູງຂອງສອງປະເທດ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຕັ້ງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ (2024-2028) ໃຫ້ເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ, ລວມທັງ ແຜນການຮ່ວມມືຂອງ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂອງ ສປ ຈີນ.



ພ້ອມກັນນີ້
, ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍໄດ້ແລກປ່ຽນກັບທ່ານທູດ ​ໂດຍ​ສະ​ເພາະ  ປີ 2024 ເປັນປີທ່ອງທ່ຽວລາວ, ລັດຖະບານ ສປປ ລາວ ໄດ້ມີນະໂຍບາຍຍົກເວັ້ນວິຊາ ແບບບໍ່ຕິດວິຊາສະຕິກເກີ ສໍາລັບນັກທ່ອງທ່ຽວຈີນ, ຮົງກົງ, ມາເກົ້າ ທີ່ຖືໜັງສືຜ່ານແດນ (ທໍາມະດາ) ລວມທັງນັກທ່ອງທ່ຽວຈີນ ທີ່ເປັນກຸ່ມທີ່ຖືໜັງສືຜ່ານແດນໄຕ້ຫວັນ ແມ່ນອອກວິຊາປິວແຕ່ບໍ່ຕິດວິຊາສະຕິກເກີ ທີ່ມາທ່ອງທ່ຽວເປັນກຸ່ມ ໃນນາມບໍລິສັດນໍາທ່ຽວ ສາມາດພັກເຊົາໄດ້ 15 ວັນ, ແຕ່ຕ້ອງໃຫ້ຜ່ານການບໍລິການ ຂອງບໍລິສັດນໍາທ່ຽວທີ່ຢູ່ ສປປ ລາວ ແລະ ສປ ຈີນ ແລະ ໄດ້ລົງທະບຽນຮັບຮອງຈາກກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ລວມທັງຊຸກຍູ້, ສົ່ງເສີມບັນດາວິສາຫະກິດຈີນມາລົງທຶນຢູ່ ສປປ ລາວ ໂດຍສະເພາະ ໃນຂົງເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃຫ້ຫລາຍຂຶ້ນກວ່າເກົ່າ. ພ້ອມ​ນີ້, ສະຫາຍ ລັດຖະມົນຕີກະຊວງ ຖວທ ກໍໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ ແກ່ ສປປ ລາວ ຕະຫລອດມາ ນັບແຕ່ອະດີດຈົນເຖິງປັດຈຸບັນ.

​ ສະຫາຍ ນາງ ຟາງ ຫົງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຈາກລັດຖະ ມົນຕີ​ກະຊວງ ຖວມ ​ໃນ​ຄັ້ງ​ນີ້, ພ້ອມ​ທັງໄດ້ແຈ້ງ​ໃຫ້​ຊາບ​ເຖິງ ຜົນສໍາເລັດ ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ສະ​ໄໝ​ທີ 20 ໂດຍ​ສຸມ​ໃສ່​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງ​ຮອບດ້ານ​ ແລະ ​ກ້າວ​ໄປ​ສູ່​ການ​ຫັນ​ເປັນ​ຍຸກ​ສະ​ໄໝ​ໃໝ່​ຂອງ​ຈີນ ​ເຊິ່ງມີຫລາຍບັນຫາທີ່ເປັນບ່ອນອີງ ໃນການຜັນຂະຫຍາຍ ສາຍພົວພັນການຮ່ວມມືລາວ-ຈີນ, ຈີນ-ລາວ ແລະ ສະ​ແດງຄວາມໝາຍໝັ້ນວ່າ ຈະເຮັດວຽກຮ່ວມກັບ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວຢ່າງໃກ້ຊິດ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ ໃຫ້ແຕກດອກອອກຜົນຂຶ້ນເລື້ອຍໆ ​ແລະ ຈະເພີ່ມທະວີຢ່າງໃກ້ສິດກັບ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອປະຕິບັດວຽກງານການຮ່ວມມື ແລະ ພັດທະນາໃນຂົງເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂອງ ສປປ ລາວ.

ພາບ: ອ່າຍຄໍາ
KPL

ຂ່າວອື່ນໆ

    • ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳ-ອະດີດການນຳຂັ້ນສູງ ພັກ-ລັດການເມືອງ

      ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳ-ອະດີດການນຳຂັ້ນສູງ ພັກ-ລັດ

      3/21/2025 11:53:33 AM

      ຂປລ. ພິທີປະດັບຫລຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໃຫ້ບັນດາສະຫາຍ ການນຳ, ອະດີດການນຳຂັ້ນສູງ ພັກ, ລັດ ເນື່ອງໃນໂອກາດເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ຈັດຂຶ້ນໃນວັນທີ 21 ມີນາ 2025 ໃຫ້ກຽດປະດັບຫລຽນໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ສະຫາຍ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.

    • ວາງສະແດງຮູບພາບ  ສະຫລອງວັນ ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີການເມືອງ

      ວາງສະແດງຮູບພາບ ສະຫລອງວັນ ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

      3/21/2025 11:43:53 AM

      ຂປລ. ພິທີວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນປະຕິວັດລາວ” (ພັກ ປປ ລາວ) ຈັດຂຶ້ນໃນວັນທີ 21 ມີນາ 2025 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ເຂົ້າຮ່ວມ.

    • ການນຳພັກ-ລັດ ວາງພວງມາລາ ໂອກາດ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີການເມືອງ

      ການນຳພັກ-ລັດ ວາງພວງມາລາ ໂອກາດ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

      3/21/2025 11:36:26 AM

      ຂປລ. ໃນວັນທີ 21 ມີນາ 2025 ນີ້, ການນຳພັກ, ລັດ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສູນກາງພັກ, ຄະນະລັດຖະບານ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (ພັກ ປປ ລາວ).

    • ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກ ຄົບຮອບ 70 ປີການເມືອງ

      ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/21/2025 8:36:43 AM

      ຂປລ. ໃນວັນທີ 20 ມີນາ 2025 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025).

    • ພັກເພື່ອນມິດຍຸດທະສາສາດ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີການເມືອງ

      ພັກເພື່ອນມິດຍຸດທະສາສາດ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

      3/21/2025 8:29:41 AM

      ຂປລ. ເນື່ອງໃນໂອກາດສະເຫລີລສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກໍາມະການສູນກາງພັກກອມມູນິດຈີນ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ads
ads

Top