6 ເດືອນຕົ້ນປີ 2024 ເສດຖະກິດແຂວງເຊກອງສືບຕໍ່ຂະຫຍາຍຕົວ ບັນລຸ 6%

31/07/2024 10:43
Email Print 2440
ຂປລ ທ່ານ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງເຊກອງ ໄດ້ລາຍງານໃຫ້ຮູ້ວ່າ: ສໍາລັບການພັດທະນາເສດຖະກິດຂອງແຂວງ, ເຖິງແມ່ນວ່າຈະປະເຊີນກັບຄວາມຫຍຸ້ງຍາກອັນໜັກໜ່ວງດ້ານການເງິນ-ເງິນຕາ ແລະ ລາຄານ້ໍາມັນ, ລາຄາສິນຄ້າແພງ.

   *ທ່ານ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງເຊກອງ ໄດ້ລາຍງານໃຫ້ຮູ້ວ່າ: ສໍາລັບການພັດທະນາເສດຖະກິດຂອງແຂວງ, ເຖິງແມ່ນວ່າຈະປະເຊີນກັບຄວາມຫຍຸ້ງຍາກອັນໜັກໜ່ວງດ້ານການເງິນ-ເງິນຕາ ແລະ ລາຄານ້ໍາມັນ, ລາຄາສິນຄ້າແພງ, ຄະນະພັກແຂວງພວກເຮົາກໍສາມາດຢັບຢັ້ງການເກີດວິກິດການຮ້າຍແຮງດ້ານເສດຖະກິດ, ທັງສາມາດຮັກສາການເຕີບໂຕດ້ານເສດຖະກິດ ໂດຍສະເລ່ຍຄື: ປີ 2023 ບັນລຸ 5,5%, ສະເລ່ຍ 3 ປີ ບັນລຸໄດ້ 4,2%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 917 ໂດລາໃນ 6 ເດືອນຕົ້ນປີ 2024 ບັນລຸ 6%.

   ການສ້າງຖານການຜະລິດ ເພື່ອທົດແທນການນໍາເຂົ້າແມ່ນໄດ້ເກີດມີໜໍ່ແໜງຄື: ແຂວງສາມາດກຸ້ມຕົນເອງດ້ານໄຂ່, ຊີ້ນໝູ, ງົວ-ຄວາຍ ແລະ ພືດ ຜັກຈໍານວນໜຶ່ງ. ການເກັບລາຍຮັບເຂົ້າງົບປະມານບັນລຸໄດ້ 234,30 ຕື້ກີບ, ການນໍາເຂົ້າສິນຄ້າປະຕິບັດໄດ້ທັງຫມົດ 1,14 ລ້ານໂດລາ, ການສົ່ງອອກສິນຄ້າບັນລຸໄດ້ 86,53 ລ້ານໂດລາ, ເຮັດໃຫ້ເກີນດຸ່ນການຄ້າປະມານ 85,39ລ້ານໂດລາ, ການສົ່ງອອກສ່ວນຫລາຍແມ່ນກະແສໄຟຟ້າ, ຖ່ານຫີນ ແລະ ຜົນຜະລິດກະສິກໍາເຊັ່ນ: ມັນຕົ້ນແຫ້ງ, ແປ້ງມັນຕົ້ນ, ກາເຟ, ພືດຜັກ ແລະ ສັດໃຫຍ່ຈໍານວນໜຶ່ງ. ສະພາບການລົງທຶນລວມໃນ 6 ເດືອນຕົ້ນປີ 2024 ໄດ້ທັງໝົດ 320,26 ຕື້ກີບ, ໃນນັ້ນ ການລົງທຶນຈາກງົບປະມານລັດໂດຍກົງ 63,30 ຕື້ກີບ,ທຶນຊ່ວຍເຫລືອ ແລະ ກູ້ຢືມ 117,48 ຕື້ກີບ ຫລື 5 ລ້ານໂດລາ, ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ (ລົງທຶນໃໝ່) 6,34 ລ້ານໂດລາ ຫລື ເທົ່າກັບ 139,48 ຕື້ກີບ, ອັນພົ້ນເດັ່ນໂຄງການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 2 ໂຄງການໃຫຍ່ເປັນຕົ້ນ: ໂຄງການພັດທະນາໄຟຟ້າພະລັງງານລົມ (ມູນຊູນວິນ) 600 MW ໄດ້ປະຕິບັດໂຄງການສໍາເລັດໂດຍລວມ 70%, ປະກອບສ່ວນສ້າງວຽກເຮັດງານທໍາໃຫ້ຄົນລາວກໍຄືຄົນທ້ອງຖິ່ນໄດ້ 2.000 ກວ່າຄົນ. ໂຄງການຂຸດຄົ້ນປຸງແຕ່ງແຮ່ຖ່ານຫີນ ເພື່ອສົ່ງອອກ ແລະ ສ້າງຕັ້ງໂຮງງານໄຟຟ້າຄວາມຮ້ອນຖ່ານຫີນຂອງບໍລິສັດພະລັງງານໄຟຟ້າເຊກອງຈໍາກັດ (ກຸ່ມບໍລິສັດພອນສັກ) ນອກຈາກການຂຸດຄົ້ນປຸງແຕ່ງຖ່ານຫີນສົ່ງອອກສ້າງລາຍຮັບໃຫ້ລັດແລ້ວຍັງໄດ້ປະກອບສ່ວນສ້າງວຽກເຮັດງານທໍາໃຫ້ປະຊາຊົນໄດ້ເຖິງ 3.000 ກວ່າຄົນສັງລວມແລ້ວ, ທັງສອງບໍລິສັດໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ທັງເປັນກໍາລັງດັນຊຸກຍູ້ເສດຖະກິດຂອງແຂວງ ຂະຫຍາຍຕົວໄປຕາມທິດທີ່ໄດ້ກໍານົດໄວ້. ບັັນດາອົງການບໍລິຫານລັດທຸກຂັ້ນ ໄດ້ຮັບການປັບປຸງໄປຕາມທິດກະທັດຮັດ, ສົມເຫດສົມຜົນ, ຫລຸດຜ່ອນຂັ້ນຂອດ, ສິ່ງກີດຂວາງທີ່ອັດຕັນໃນການພັດທະນາເສຖະກິດ-ສັງຄົມ,ການບໍລິການຮັບໃຊ້ປະຊາຊົນຫລຸດລົງເທື່ອລະກ້າວ, ຖ້າທຽບໃສ່ເມື່ອກ່ອນແມ່ນດີຂຶ້ນກວ່າເກົ່າ.

    ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ສສ ຫວຽດນາມ ຂະຫຍາຍຕົວສູ່ລະດັບສູງອັນໃໝ່. ພ້ອມນັ້ນ ຍັງສືບຕໍ່ເປີດກວ້າງການຮ່ວມມືສາກົນຫລາກຫລາຍຮູບແບບ ແລະ ຫລາຍລະດັບບົນພື້ນຖານຢຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື, ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາສັນຕິພາບ, ການຮ່ວມມືພັດທະນາ ຢູ່ໃນພາກພື້ນກໍຄືກັບບັນດາແຂວງພາກກາງ ສສ ຫວຽດນາມ. ສໍາລັບການລາຍງານຕົວແບບດ້ານການຜະລິດ, ການຄຸ້ມຄອງບໍລິຫານ, ການກໍ່ສ້າງຮາກຖານການເມືອງ ແມ່ນກໍາລັງສຸມໃສ່ໃຫ້ພາກສ່ວນດັ່ງກ່າວ ກະກຽມດ້ານເນື້ອໃນ ເພື່ອຄັດເລືອກ ແລະ ໄປປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ອົງຄະນະພັກເມືອງ, ຫລັງຈາກນັ້ນຈະໄດ້ຄັດເລືອກມາປະກອບຄໍາເຫັນຢູ່ກອງປະຊຸມໃຫຍ່ຄັ້ງທີ XI ອົງຄະນະພັກແຂວງເຊກອງ, ແລ້ວ ຈຶ່ງຈະໄດ້ສົ່ງໄປປະກອບຄໍາເຫັນໃນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

      ແຫລ່ງຂໍ້ມູນ: ຈາກແຂວງເຊກອງ

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top