ລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ສ ເກົາຫລີ ທົບທວນຄືນຫລາຍບັນຫາສຳຄັນ

27/07/2024 22:12
Email Print 1439
ຂປລ ຂປລ. ໃນວັນທີ 26 ກໍລະກົດ 2024 ນີ້, ສປປ ລາວ ແລະ ສ ເກົາຫລີ ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາຫລີ ຄັ້ງທີ 12 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ເຊິ່ງຈັດຂຶ້ນໃນລະຫວ່າງ ກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 57 ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂຊ ແທຢຸນ (CHO Tae-yul) ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ ເກົາຫລີ, ມີບັນດາລັດຖະມົນຕີ ແລະ ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ປະເທດສະມາຊິກແມ່ນໍ້າຂອງ ຄື: ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ.



ຂປລ. ໃນວັນທີ 26 ກໍລະກົດ 2024 ນີ້
, ສປປ ລາວ ແລະ ສ ເກົາຫລີ ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາຫລີ ຄັ້ງທີ 12 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ເຊິ່ງຈັດຂຶ້ນໃນລະຫວ່າງ ກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 57 ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂຊ ແທຢຸນ (CHO Tae-yul) ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ ເກົາຫລີ, ມີບັນດາລັດຖະມົນຕີ ແລະ ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ປະເທດສະມາຊິກແມ່ນໍ້າຂອງ ຄື: ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເພື່ອທົບທວນຄືນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດບັນດາແຜນງານ ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ສ ເກົາຫລີ ແລະ ລາຍງານຄວາມຄືບໜ້າ ກ່ຽວກັບໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ກໍຄື ບັນດາແຜນງານ-ໂຄງການ ທີ່ນອນຢູ່ໃນແຜນປະຕິບັດງານ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາ ຫລີ 2021-2025 (Plan of Action 2021-2025) ເປັນຕົ້ນແມ່ນ 7 ຂົງເຂດການຮ່ວມມືບູລິມະສິດ ຄື: ວັດທະນະທໍາ ແລະ ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ກະສິກໍາ ແລະ ການພັດທະນາຊົນນະບົດ, ພື້ນຖານໂຄງລ່າງ, ເຕັກໂນໂລຊີ ແລະ ການສື່ສານ, ດ້ານສິ່ງແວດລ້ອມ ແລະ ສິ່ງທ້າທາຍດ້ານຄວາມປອດໄພ ທີ່ບໍ່ແມ່ນການທະຫານ. ໃນນັ້ນ, ເຫັນວ່າໄດ້ມີຫລາຍໂຄງການຮ່ວມມື ໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ຊ່ວຍປະກອບສ່ວນເຂົ້າໃນ ການສ້າງສາພັດທະນາ ເສດຖະກິດ-ສັງຄົມ ໃນພາກພື້ນ ແມ່ນໍ້າຂອງ, ລວມທັງ ສປປ ລາວ ກໍໄດ້ຮັບໂຄງການພາຍໃຕ້ກອງທຶນ ຂອບການຮ່ວມມືແມ່ນ້ຳຂອງ-ສ ເກົາຫລີ (MKCF) ຈຳນວນ 7 ໂຄງການ ລວມມູນຄ່າທັງໝົດ 2,7 ລ້ານກວ່າໂດລາສະຫະລັດ. ໃນປີນີ້, ສ ເກົາຫລີ ໄດ້ມອບທຶນຊ່ວຍເຫລືອພາຍໃຕ້ ກອງທຶນຂອບ ການຮ່ວມມືດັ່ງກ່າວ ມູນຄ່າ 400.000 ກວ່າໂດລາສະຫະລັດ ເຂົ້າໃນການຈັດຕັ້ງປະຕິບັດ ໂຄງການສົ່ງເສີມການຜະລິດຖົ່ວເຫລືອງ ແລະ ສ້າງເຕັກໂນໂລຊີ ທີ່ເປັນນະວັດຕະກຳການປຸງແຕ່ງ ແລະ ການນຳໃຊ້ຖົ່ວເຫລືອງໃນ ສປປ ລາວ ແລະ ສສ ຫວຽດນາມ ເຊິ່ງໄດ້ເລີ່ມຈັດຕັ້ງ ປະຕິບັດໂຄງການ ໃນເດືອນມີນາ 2024 ເປັນຕົ້ນມາ.

ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືຮ່ວມກັນວາງທິດທາງ ແຜນການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ການຮ່ວມມືເພື່ອຟື້ນຟູສະພາບເສດຖະກິດ ໃນພາກພື້ນແມ່ນໍ້າຂອງ ໂດຍສະເພາະ ການກະກຽມເປັນເຈົ້າພາບຮ່ວມຈັດກອງປະຊຸມເວທີປຶກສາຫາລືພາກທຸລະກິດ ແມ່ນໍ້າຂອງ-ສ ເກົາຫລີ ຄັ້ງທີ 12 ທີ່ ຈະຈັດຂຶ້ນໃນວັນທີ 20-21 ສິງຫາ 2024 ທີ່ນະຄອນຫລວງວຽງຈັນ ແລະ ປຶກສາຫາຫລື ກ່ຽວກັບແຜນການຈັດກອງປະຊຸມ ລັດຖະມົນຕີ ຂອບການຮ່ວມມືແມ່ນ້ຳຂອງ-ສ ເກົາຫລີ ຄັ້ງຕໍ່ໄປ.

ໃນກອງປະຊຸມຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ລັດຖະບານ ສ ເກົາຫລີ ທີ່ໄດ້ສືບຕໍ່ປະກອບສ່ວນໃນ ການພັດທະນາ ເສດຖະກິດ-ສັງຄົມ ຢູ່ ໃນພາກພື້ນແມ່ນ້ຳຂອງ, ລວມທັງ ສປປ ລາວ. ພ້ອມທັງສະເໜີ ໃຫ້ ສ ເກົາຫລີ ສືບຕໍ່ສົ່ງເສີມ ແລະ ຮັດແໜ້ນການຮ່ວມມື ລະຫວ່າງ ສ ເກົາຫລີ ແລະ ປະເທດສະມາຊິກແມ່ນ້ຳຂອງໃນຕໍ່ໜ້າ.

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top