ຂປລ
ກຳປູເຈຍ ມີຜູ້ເປັນພະຍາດ ໄຂ້ເລືອດອອກ ຫລາຍກວ່າ 6.700 ກໍລະນີ, ໃນນັ້ນມີ 23 ຄົນ ເສຍຊີວິດ.ຈຳນວນຜູ້ເປັນພະຍາດ ໄຂ້ເລືອດອອກ ຂອງກຳປູເຈຍ ໄດ້ເພີ່ມຂຶ້ນ 15% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີຜ່ານມາ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ໃນ 6 ເດືອນຕົ້ນປີນີ້, ກຳປູເຈຍ ມີຜູ້ເປັນພະຍາດ ໄຂ້ເລືອດອອກ ຫລາຍກວ່າ 6.700 ກໍລະນີ, ໃນນັ້ນມີ 23 ຄົນ ເສຍຊີວິດ.ຈຳນວນຜູ້ເປັນພະຍາດ ໄຂ້ເລືອດອອກ ຂອງກຳປູເຈຍ ໄດ້ເພີ່ມຂຶ້ນ 15% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີຜ່ານມາ. ເຈົ້າໜ້າທີ່ ກະຊວງ ສາທາລະນະສຸກ ກຳປູເຈຍ ກ່າວວ່າ: ສາເຫດ ຕົ້ນຕໍ ທີ່ເຮັດໃຫ້ ຜູ້ເປັນພະຍາດ ໄຂ້ເລືອດອອກ ໃນປີນີ້ ເພີ່ມຂຶ້ນ, ແມ່ນຍ້ອນວ່າ ພະຍາດ ໄຂ້ເລືອດອອກ ມັກຈະເກີດຂຶ້ນ ຢ່າງຫລວງຫລາຍ ໃນຮອບ 5 ປີເທື່ອໜຶ່ງ, ພາຍຫລັງ ກຳປູເຈຍ ເກີດການແພ່ລະບາດ ຂອງພະຍາດ ໄຂ້ເລືອດອອກ ຂະໜາດໃຫຍ່ ເມື່ອປີ 2019 ເປັນຕົ້ນມາ, ຄາດວ່າປີນີ້ ຜູ້ເປັນພະຍາດ ໄຂ້ເລືອດອອກ ຂອງກຳປູເຈຍ ຈະເພີ່ມຂຶ້ນ ຈຳນວນຫລວງຫລາຍ.ໂດຍແນໃສ່ ສະພາບການ ທີ່ພະຍາດ ໄຂ້ເລືອດອອກ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ພາກສ່ວນ ສາທາລະນະສຸກ ກຳປູເຈຍ ໄດ້ໃຫ້ຄຳເຕືອນເລື້ອຍໆ ໃນປີນີ້, ໂດຍຮຽກຮ້ອງ ໃຫ້ປະຊາຊົນ ສົ່ງມີສະຕິ ໃນການປ້ອງກັນ ພະຍາດ ດັ່ງກ່າວຢ່າງເຄັ່ງຂັດ, ຖ້າວ່າ ເກີດມີອາການແລ້ວ ຄວນຟ້າວໄປຫາໝໍ ໃນທັນທີ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL