ສາຍການບິນຫວຽດເຈັດ ບັນລຸຂໍ້ຕົກລົງຍົກລະດັບການຂົນສົ່ງທາງອາກາດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

11/07/2024 22:00
Email Print 2194
ຂປລ ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ສາຍການບິນຫວຽດເຈັດ ຂອງ ສສ ຫວຽດນາມ ໄດ້ບັນລຸຂໍ້ຕົກລົງເພີ່ມທະວີການເຊື່ອມຕໍ່ການຂົນສົ່ງທາງອາກາດລະຫວ່າງ ປະເທດລາວ-ຫວຽດນາມ ໂດຍພິທີປະກາດດັ່ງກ່າວໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໂດຍການເປັນສັກຂີພະຍານຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂຕ ເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມແຂກຜູ້ມີກຽດລະດັບສູງຂອງທັງສອງປະເທດເຂົ້າຮ່ວມ.

ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ສາຍການບິນຫວຽດເຈັດຂອງ ສສ ຫວຽດນາມ ໄດ້ບັນລຸຂໍ້ຕົກລົງເພີ່ມທະວີການເຊື່ອມຕໍ່ການຂົນສົ່ງທາງອາກາດລະຫວ່າງ ປະເທດລາວ-ຫວຽດນາມ ໂດຍພິທີ​ປະກາດດັ່ງກ່າວໄດ້​ຈັດ​ຂຶ້ນ​ຢູ່ນະຄອນຫລວງ​ວຽງ​ຈັນ ​ໂດຍການເປັນສັກຂີພະຍານຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ  ແລະ  ທ່ານ ໂຕ ເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ ​ພ້ອມແຂກ​ຜູ້​ມີ​ກຽດ​ລະດັບ​ສູງ​ຂອງ​ທັງ​ສອງ​ປະ​ເທດເຂົ້າຮ່ວມ.

ສາຍການບິນຫວຽດເຈັດ ຈະຮ່ວມມືກັບກົມການບິນພົນລະເຮືອນຂອງລາວ ເພື່ອຈັດຕັ້ງປະຕິບັດໂຄງການທີ່ກ່ຽວຂ້ອງກັບການບິນ ແລະ ຂະຫຍາຍການເຄື່ອນໄຫວການຂົນສົ່ງທາງອາກາດໃນລາວ ເຊິ່ງຄາດ​ວ່າ​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳໃຫ້​ບຸກຄະລາກອນໃນ​ຂະ​ແໜງ​​ການບິນໄດ້​ເຖິງ 2.500ຄົນ, ສາຍ​ການບິນ​ຍັງ​ມີ​ແຜນ​ຈະ​ສ້າງ​ຕັ້ງ​ສູນ​ຝຶກອົບຮົມ ​ແລະ ພັດທະນາ​ໃນ​ປະເທດລາວ ຮ່ວມ​ກັບ ສະຖາບັນຝຶກອົບຮົມການບິນຫວຽດເຈັດ​ເພື່ອ​ຕິດຕາມ​ກວດກາ​ການ​ຝຶກ​ອົບຮົມ​ພະນັກງານ​ໃໝ່ໃນລະດັບ​ສາກົນ. ຂະນະທີ່ ກົມ​ການບິນ​ພົນລະ​ເຮືອນ​ລາວ​ຈະ​ໃຫ້ການ​ສະໜັບສະໜູນ​ດ້ານ​ບໍລິຫານ, ກົດໝາຍ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ ຕະຫລອດຈົນເຖິງການປະສານງານກັບພາກສ່ວນຕ່າງໆ ເພື່ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການ.

ຄວາມມຸ່ງໝັ້ນຂອງສາຍການບິນຫວຽດເຈັດໃນການຂະຫຍາຍການເຊື່ອມຕໍ່ທາງອາກາ ຢູ່ປະເທດລາວຈະນຳສະເໜີທາງເລືອກຖ້ຽວບິນທີ່ມີລາຄາປະຢັດ ແລະ ການບໍລິການທີ່ມີຄຸນນະພາບໃຫ້ແກ່ນັກທ່ອງທ່ຽວລາວ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມ. ​ການ​ຂະ​ຫຍາຍ​ຕົວທຸລະກິດຂອງສາຍການບິນ​ມາ​ປະ​ເທດ​ລາວ​ໃນ​ຕົ້ນ​ປີ​ນີ້ ມີຖ້ຽວບິນເຊື່ອມຕໍ່ນະຄອນຫລວງວຽງຈັນ ຫາ ນະຄອນໂຮ່ຈີ່ມິງ ດ້ວຍສີ່ຖ້ຽວບິນໄປກັບຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍ​ເວລາໃນການ​ບິນ​ພຽງ 1ຊົ່ວ​ໂມງ 45ນາທີ.ບັນດາ​ຂໍ້ຕົກລົງນີ້​ແນ​ໃສ່ການ​ຊຸກຍູ້​ເສດຖະກິດ ແລະ ພັດທະນາສັງຄົມ, ສົ່ງເສີມການຄ້າ, ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ​ ​ແລະ​ ການ​ແລກປ່ຽນ​ວັດທະນະທຳ​ ລະຫວ່າງ​  ປະເທດລາວ​ກັບປະເທດຕ່າງໆໃນ​ພາກ​ພື້ນ. ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ຊົມເຊີຍການສະໜັບສະໜູນ ແລະ ຄວາມສາມາດຂອງ ສາຍການບິນ ຫວຽດເຈັດຊຶ່ງ ເປັນສາຍການບິນສາກົນທີ່ມີການຂະຫຍາຍຕົວຂອງເຄືອຂ່າຍການບິນໄດ້ຢ່າງວ່ອງໄວ. ຂໍ້ຕົກລົງດັ່ງກ່າວຍັງສອດຄ່ອງກັບເປົ້າໝາຍ ແລະ ທິດທາງລວມຂອງລັດຖະບານທັງສອງປະເທດ ທີ່ລະບຸໄວ້ໃນບົດບັນທຶກວ່າດ້ວຍການຮ່ວມມືຍຸດທະສາດດ້ານຄົມມະນາຄົມ ໃນໄລຍະ 2016-2025.

ໃນປີ 2023, ສາຍການບິນຫວຽດເຈັດໄດ້ເປີດສູນຝຶກອົບຮົມເຮືອບິນລະດັບພາກພື້ນ ໂດຍມີການຮ່ວມມືກັບສາຍການບິນລາວແອລາຍ, ພ້ອມທັງ​ໄດ້​ເປີດເສັ້ນ​ທາງບິນ​ທຳ​ອິດ​ລະ​ຫວ່າງ​ລາວ ​ແລະ​ ຫວຽດ​ນາມ ຊຶ່ງເຊື່ອມຕໍ່ລະຫວ່າງນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈີ່ມິງ ຊຶ່ງເປັນທາງເລືອກໃຫ້ນັກທ່ອງທ່ຽວໄດ້ເດີນທາງ​ທີ່​ສະດວກ. ປັດຈຸ​ບັນ ປະເທດຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ລົງທຶນ ​ແລະ ຄູ່​ຮ່ວມ​ມື​ການ​ຄ້າອັນດັບຕົ້ນ​ຂອງ ສປປ ​ລາວ ທີ່ມີ 255ໂຄງການລົງທຶນ ລວມມູນຄ່າທັງໝົດ 5,5ຕື້ໂດລາສະຫະລັດ. ໂຄງການດັ່ງກ່າວໄດ້ສຸມໃສ່ອຸດສາຫະກໍາການຂົນສົ່ງ, ການທ່ອງ​ທ່ຽວ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ແລະ ​ອື່ນໆ​ ຊຶ່ງເປັນການ​ສົ່ງ​ເສີມ​ການ​ແລກ​ປ່ຽນ​ການ​ຄ້າ​ ການພັດທະນາແບບຍືນຍົງ ​ແລະ ​ການແບ່ງປັນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ ສປປ ລາວ, ສສ ຫວຽດນາມ ​ແລະ ພາກ​ພື້ນ.

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top