ຣັດເຊຍ-ອິນເດຍ ມີການພົວພັນຄູ່ຮ່ວມມືຍຸດທະສາດພິເສດ

10/07/2024 20:56
Email Print 252
ຂປລ ທ່ານ ວາລາດີເມຍ ປູຕິນ(Vladimir Putin),ປະທານາທິບໍດີ ຣັດເຊຍ ໄດ້ພົບປະກັບ ທ່ານ ນາເຣັນທຣາ ໂມດີ (Narendra Modi),ນາຍົກລັດຖະມົນຕີ ອິນເດຍ ຢູ່ວັງເກຣັມລິນ(Kremlin) ນະຄອນຫລວງ ມົດສະກູ ຂອງຣັດເຊຍ ເມື່ອບໍ່ດົນມານີ້ ໂດຍ ການພົວພັນ ລະຫວ່າງ ສອງຝ່າຍ ມີທາດແທ້ ຂອງການພົວພັນ ຄູ່ຮ່ວມມື ຍຸດທະສາດພິເສດ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ທ່ານ ວາລາດີເມຍ ປູຕິນ(Vladimir Putin),ປະທານາທິບໍດີ ຣັດເຊຍ ໄດ້ພົບປະກັບ ທ່ານ ນາເຣັນທຣາ ໂມດີ (Narendra Modi),ນາຍົກລັດຖະມົນຕີ ອິນເດຍ ຢູ່ວັງເກຣັມລິນ(Kremlin) ນະຄອນຫລວງ ມົດສະກູຂອງຣັດເຊຍ ເມື່ອບໍ່ດົນມານີ້ ໂດຍ ການພົວພັນ ລະຫວ່າງ ສອງຝ່າຍ ມີທາດແທ້ ຂອງການພົວພັນ ຄູ່ຮ່ວມມື ຍຸດທະສາດພິເສດ.ໃນໂອກາດນີ້ ທ່ານ ນາເຣັນທຣາ ໂມດີ  ໄດ້ກ່າວສະແດງຄວາມ ເຊື່ອໝັ້ນວ່າ:  ຣັດເຊຍ ແລະ ອິນເດຍ ຈະສືບຕໍ່ ເພີ່ມທະວີ ການຮ່ວມມື ໃນຫລາຍຂົງເຂດ. ນອກນີ້ ຍັງປຶກສາຫາລື ກ່ຽວກັບ ມາດຕະການ ສຳລັບ ການປະທະກັນຢູ່ ອູແກຣນ ທ່ານ ນາເຣັນທຣາ ໂມດີ ຢັ້ງຢືນວ່າ: ສັນຕິພາບ ແມ່ນສຳຄັນ ທີ່ສຸດ. ໂດຍໄດ້ຊີ້ແຈ້ງວ່າ: ອິນເດຍ ພ້ອມແລ້ວ ທີ່ຈະສະໜອງ ບໍ່ວ່າການຊ່ວຍເຫລືອໃດໆ ໃນການສ້າງສັນ ຕິພາບຢູ່ ອູແກຣນ.ຈາກນັ້ນ ຜູ້ນຳທັງສອງຝ່າຍ ໄດ້ດຳເນີນວາລະ ປຶກສາຫາລື ບັນດາມາດຕະການ ຊຸກຍູ້ ການຮ່ວມມື ໃນຫລາຍຂົງເຂດ, ໃນນັ້ນ ມີການຮ່ວມມື ດ້ານເສດຖະກິດ ລະຫວ່າງ 2 ປະເທດ, ບັນດາບັນຫາ ກ່ຽວກັບ ຄວາມໝັ້ນຄົງ ໃນພາກພື້ນ ແລະ ໃນທົ່ວໂລກ; ຮ່ວມມື ໃນກຸ່ມບັນດາປະເທດ ຫາກໍພົ້ນເດັ່ນ BRICS, ອົງການຮ່ວມມືຊຽງໄຮ (SCO) ແລະ ກຸ່ມບັນດາພື້ນຖານເສດຖະກິດ ຫາກໍພົ້ນເດັ່ນ ແຖວໜ້າໂລກ - g20 ແລະ ບັນຫາຄວາມໝັ້ນຄົງ ດ້ານພະລັງງານ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top