ຮອດປີ 2023 ນະຄອນຫລວງວຽງຈັນ ປ່ອຍປາ ແລະ ສັດນໍ້າອື່ນໆໄດ້ 31 ລ້ານກວ່າໂຕ

08/07/2024 16:48
Email Print 267
ຂປລ ຂປລ. ​ເມື່ອ​ບໍ່ດົນ​ມາ​ນີ້, ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ(ນວ) ​ໄດ້​ໃຫ້​ສຳພາດເນື່ອງ​ໃນ​ໂອ​ກາດ ວັນ​ປ່ອຍ​ປາ ແລະ ສັດ​ນ້ຳ​ແຫ່ງ​ຊາດ 13 ກໍ​ລະ​ກົດ ນີ້​ວ່າ: ພາຍຫລັງທີ່ ພັກ-ລັດຖະບານ ໄດ້ມີນະໂຍບາຍການອະນຸລັກ ສັດນໍ້າປະເພດຕ່າງໆ



ຂປລ. ​ເມື່ອ​ບໍ່ດົນ​ມາ​ນີ້, ທ່ານ
ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ(ນວ) ​ໄດ້​ໃຫ້​ສຳພາດເນື່ອງ​ໃນ​ໂອ​ກາດ ວັນ​ປ່ອຍ​ປາ ແລະ ສັດ​ນ້ຳ​ແຫ່ງ​ຊາດ 13 ກໍ​ລະ​ກົດ ນີ້​ວ່າ: ພາຍຫລັງທີ່ ພັກ-ລັດຖະບານ ໄດ້ມີນະໂຍບາຍການອະນຸລັກ ສັດນໍ້າປະເພດຕ່າງໆ ທີ່ໄດ້ລະບຸໃນກົດໝາຍ ວ່າດ້ວຍສັດນໍ້າ ແລະ ການປະມົງ, ໄດ້ມີດໍາລັດປະກາດໃຊ້ຢ່າງເປັນທາງການ, ນວ ກໍໄດ້ເອົາໃຈໃສ່ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ​ເຊິ່ງນັບແຕ່ປີ 1994 ຮອດປີ 2023 ຕົວເລກການ ປ່ອຍປາ ແລະ ສັດນໍ້າອື່ນໆ ບັນລຸເຖິງ 31 ລ້ານກວ່າໂຕ. ໃນນັ້ນ, ສັດນໍ້າຊະນິດອື່ນໆ 600 ກວ່າໂຕ.

ສະເພາະປີ 2024 ທົ່ວ ນວ ຄາດວ່າຈະປ່ອຍປາ ແລະ ສັດນໍ້າອື່ນໆໃຫ້ໄດ້ປະມານ 9 ລ້ານກວ່າໂຕ ຢູ່ໃນ 9 ຕົວເມືອງໃຫ້ໄດ້ປະມານ 5 ແສນກວ່າໂຕ ແລະ ປ່ອຍຕາມຊຸມຊົນຕ່າງໆ 8 ລ້ານກວ່າໂຕ. ສະ​ເພາະ ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ 13 ກໍລະກົດ 2024 ນີ້, ນວ ຈະຈັດຂຶ້ນຢູ່ບ້ານຮ່ອງສຸ ພາບ ເມືອງໄຊເສດຖາ ຈະປ່ອຍປາ 400.000 ໂຕ ໂດຍເນັ້ນໃສ່ແນວພັນປາພື້ນ ເມືອງເຊັ່ນ: ປາປາກ, ປາເໝັ້ນ, ປາເຄິງ, ປາສະຫລິດ, ປາເຂັງ, ປາກົດ ແລະ ປາເພັຍ ຖ້າທຽບໃສ່ປີ 2023 ເພີ່ມຂຶ້ນ 80.000 ໂຕ.

ໂອກາດນີ້, ທ່ານ ແສງອາລຸນ ສຸລິຍະວົງ ກໍໄດ້ຮຽກຮ້ອງມາຍັງ ພະນັກງານ-ລັດຖະກອນ ທະຫານ, ຕໍາຫລວດ, ນັກທຸລະກິດ, ຊາວຄ້າຂາຍ, ພໍ່-ແມ່ປະຊາຊົນ ກໍຄື ຊາວ ນວ ຈົ່ງພ້ອມກັນປະຕິບັດ ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ ໃຫ້ປະກົດຜົນເປັນຈິງ, ຈົ່ງພ້ອມກັນປະກອບສ່ວນ ເຂົ້າໃນການປ່ອຍປາໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ 13 ກໍລະກົດ ເກີດດອກອອກຜົນຕາມແຜນການທີ່ວາງໄວ້ ພ້ອມກັນນັ້ນ, ຈົ່ງພ້ອມກັນເຊີດຊູສະຕິ ໃນການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ພັດທະນາ, ນໍາໃຊ້ປາ ແລະ ສັດນໍ້າແບບຍືນຍົງ ແນໃສ່ຮັບປະກັນຄວາມອຸດົມສົມບູນຂອງລະບົບນິເວດທຳມະຊາດ, ເປັນທ່າແຮງໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໂດຍບໍ່ໃຫ້ມີຜົນກະທົບຕໍ່ທຳ ມະຊາດ, ຖິ່ນທີ່ຢູ່ອາໄສ, ຈໍາກັດການຫລຸດລົງ, ການສູນພັນຂອງປາ ແລະ ສັດນໍ້າ.

ຂໍ້​ມູນ: ວຽງຈັນທຸລະກິດສັງຄົມ

KPL

ຂ່າວອື່ນໆ

ads
ads

Top