ຢາສະຜົມຈາກສີມືຄົນລາວ ພວມໄດ້ຮັບຄວາມສົນໃຈ

04/07/2024 08:02
Email Print 983
ຂປລ ໃນສະພາບເສດຖະກິດຫຍຸ້ງຍາກ ແລະ ເງິນເຟີ້ແບບນີ້ ການຊົມໃຊ້ຜະລິດຕະພັນລາວ ແມ່ນອີກວິທີໜຶ່ງທີ່ທຸກຄົນສາມາດເຮັດໄດ້ໃນການຊ່ວຍກະຕຸກຊຸກຍູ້ເສດຖະກິດ ຂອງປະເທດເຮົາໃຫ້ມີບາດກ້າວດີຂຶ້ນ ເຖິງວ່າຈະບໍ່ໄດ້ຮັບໝາກຜົນຮ້ອຍເປີເຊັນ ແຕ່ຖ້າທຸກຄົນຮ່ວມແຮງຮ່ວມໃຈກັນກໍ່ຈະເຮັດໃຫ້ສະພາບ ຄວາມຫຍຸ້ງຍາກຜ່ານພົ້ນໄປໄດ້.

     *ໃນສະພາບເສດຖະກິດຫຍຸ້ງຍາກ ແລະ ເງິນເຟີ້ແບບນີ້ ການຊົມໃຊ້ຜະລິດຕະພັນລາວ ແມ່ນອີກວິທີໜຶ່ງທີ່ທຸກຄົນສາມາດເຮັດໄດ້ໃນການຊ່ວຍກະຕຸກຊຸກຍູ້ເສດຖະກິດ ຂອງປະເທດເຮົາໃຫ້ມີບາດກ້າວດີຂຶ້ນ ເຖິງວ່າຈະບໍ່ໄດ້ຮັບໝາກຜົນຮ້ອຍເປີເຊັນ ແຕ່ຖ້າທຸກຄົນຮ່ວມແຮງຮ່ວມໃຈກັນກໍ່ຈະເຮັດໃຫ້ສະພາບ ຄວາມຫຍຸ້ງຍາກຜ່ານພົ້ນໄປໄດ້. ສະນັ້ນ,  ເພື່ອເປັນການສົ່ງເສີມຜະລິດຕະພັນລາວ ຄໍລໍາສົ່ງເສີມທຸລະກິດ ສະບັບນີ້ຈະພາທຸກທ່ານມາຮູ້ຈັກ ອີກຜະລິດຕະພັນໜຶ່ງຂອງລາວ ນັ້ນກໍຄືຢາສະຜົນ ແລະ ຄີມນວດ BSK ສິນຄ້າຄຸນນະພາບດີ ຈາກແຂວງສາລະວັນ ທີ່ກໍາລັງໄດ້ຮັບຄວາມນົຍົມຈາກສັງຄົມຈົນສາມາດສ້າງຍອດຂາຍໄດ້ 900 ກວ່າລ້ານກີບຕໍ່ປີ.

     ທ້າວ ສີສຸວັນ ລາດຊະບັນລິດ ປະຊາຊົນບ້ານນາກົກໂພ, ເມືອງ ແລະ ແຂວງສາລະວັນໃຫ້ຮູ້ວ່າ: ເມື່ອກ່ອນເຮັດທຸລະກິດຄ້າຂາຍທົ່ວໄປ ແລະ ໄດ້ພົບບັນຫາຂາຍເຄ່ືອງບໍ່ໄດ້ດີບ່ໍມີຜູ້ມາບໍລິການ ເນ່ືອງຈາກພະຍາດໂຄວິດ 19 ລະບາດໜັກໃນໄລຍະປີ 2019 ຈຶ່ງໄດ້ເຊົາຂາຍ ແລະ ຢູ່ບ້ານລ້າໆ ບໍ່ໄດ້ເຮັດຫຍັງເລີຍ ສະນັ້ນ, ຈຶ່ງເຮັດໃຫ້ຄອບຄົວພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ. ດັ່ງນັ້ນ ຈຶ່ງຂາຍເຄື່ອງອອນລາຍ ໂດຍຜະລິດຕະພັນທີ່ນໍາມາຂາຍກໍຄື ຢາສະຜົມແບບທໍາມະຊາດ ທີ່ຜະລິດຈາກຢາພື້ນເມືອງຂອງປະເທດເພື່ອນບ້ານ  (ປະເທດໄທ  ເຫັນມາໄດ້ຂາຍດີຈຶ່ງມີແນວຄວາມຄິດຢາກເຮັດເປັນຜະລິດຕະພັນເປັນຂອງໂຕເອງຂຶ້ນມາ ຈຶ່ງໄດ້ຄົ້ນຄ້ວາສູດກ່ຽວກັບການຜະລິດຢາສະຜົມທາງອອນລາຍ ແລະ ໄດເດີນທາງໄປເບິ່ງໂຕຈິງກ່ຽວກັບຂັ້ນຕອນຫານຜະລິດຢູ່ປະເທດເພື່ອນບ້ານ  ທີ່ເພີ່ນໄດ້ມີການຜະລິດມາກ່ອນ, ຈາກນ້ັນກໍໄດ້ທົດລອງຜະລິດດ້ວຍຕົນເອງ ໂດຍເບື້ອງຕົ້ນໄດ້ນຳເອົາສິນຄ້າ ທີ່ໄດ້ມາໄປແຈກຢາຍໃຫ້ພີ່ນ້ອງໄດ້ນຳໃຊ້ກ່ອນເຫັນວ່າໄດ້ຮັບຜົນດີ, ຈາກນັ້ນໄດ້ສັ່ງຂວດບັນຈຸພັນ ແລະ ໄດ້ອອກແບບສະຫລາກ ສິນຄ້າເພື່ອທົດລອງຈຳໜ່າຍອອກສູ່ສັງຄົມ ເຫັນວ່າຕະຫລາດແມ່ນມີຄວາມຕ້ອງການ ແລະ ນິຍົມໃຊ້ຜະລິດຕະພັນຂອງຕົນເພີ່ມຂຶ້ນເລື້ອຍໆຈົນມາປີ 2021  ໄດ້ຂໍອະນຸຍາດເປີດ  ບໍລິສັດ ບີເອັດເຄ (BSK  SOLE CO.LTD) ຈາກກະຊວງອຸດສາ ຫະກໍາ ແລະ ການຄ້າ ແລະ  ຕັ້ງຊື່ຫຍໍ້ ຢາສະຜົມ ແລະ ຄີມນວດ ວ່າ:  BSK ຜະລິດຕະພັນດັ່ງກ່າວແມ່ນ ໄດ້ຜ່ານ ການຂຶ້ນທະບຽນຈາກກົມອາຫານ ແລະ ຢາ (ອຢ) ກະຊວງສາທາລະ ນະສຸກ ມາຮອດວັນທີ 15 ພະຈິກປີ 2022 ທາງບໍລິສັດບີເອັດເຄຈຳກັດຜູ້ດຽວ ໄດ້ຮັບອະນຸຍາດໄດ້ນຳໃຊ້ ກາໝາຍສີນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ (ODOP) ປະເພດຢາສະຜົມ ແລະ ຄີມນວດ.

    ທ້າວ ສີສຸວັນ ຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນມີຮ້ານຄ້າຂາຍຢາສະຜົມເຖິງ 8 ຕົວເມືອງ ໃນທົ່ວແຂວງ ແລະ  ມີໂຕແທນຂາຍທາງອອນລາຍ 400 ກວ່າຄົນໃນທົ່ວປະເທດ, ນອກນັ້ນ ຍັງມີຕົວແທນຢູ່ຕ່າງປະເທດ ໂດຍສະເພາະແມ່ນ ສສ ຫວຽດນາມ, ສປ ຈີນ, ໄທ ແລະ ໂຕແທນຄົນລາວ ທີ່ອາໃສຢູ່ສະຫະລັດອາເມລິກາ ຈົນເຮັດໃຫ້  ປີ 2023 ສາມາດຜະລິດຢາສະຜົມແບບຂວດມີທັງໝົດ 24 ພັນກວ່າຂວດ, ແບບຊອງໄດ້ 297 ພັນຊອງສາມາດສ້າງລາຍຮັບໄດ້ທັງໝົດ 927 ລ້ານກີບຕໍ່ປີ ໃນນີ້ຕະຫລາດພາຍໃນກວມ 80% ແລະ ຕະຫລາດຕ່າງປະເທດ 20%  ຜົນສຳເລັດທີ່ຍາດມາໄດ້ນັ້ນແມ່ນຍ້ອນການຊີ້ນຳໆພາຈາກພັກ, ລັດແຕ່ລະຂັ້ນເຊິ່ງຍາມໃດກໍຊອກທຸກວິທີທາງ, ຊອກທຸກເງື່ອນໄຂເພື່ອຊຸກຍູ້ ໃຫ້ຜູ້ປະກອບການ ກໍຄືພໍ່ແມ່ປະຊາຊົນໄດ້ມີວຽກເຮັດງານທຳ, ໄດ້ມີອາຊີບທີ່ດີເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວກໍຄືຄົນທີ່ຢູ່ອ້ອມຂ້າງທີ່ມວຽກເຮັດງານທຳ, ມີລາຍຮັບທີ່ສາມາດເຮັດຄອບຄົວຫລຸດພົ້ນອອກຈາກຄອບທຸກຍາກຕາມແນວທາງ ຂອງພັກ-ລັດຖະບານວາງອອກໃນແຕ່ລະໄລຍະ.

ໂດຍ: ມາລິດາ
ແຫລ່ງຂໍ້ມູນ: ແຂວງສາລະວັນ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top