ມຽນມາ ເຜົາທຳລາຍຢາເສບຕິດ ຄັ້ງໃຫຍ່

01/07/2024 12:02
Email Print 174
ຂປລ ທີມງານສື່ສານ ປະຈຳສະພາ ຝ່າຍບໍລິຫານ ແຫ່ງລັດ ຂອງ ມຽນມາ ລາຍງານວ່າ: ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເຜົາທຳລາຍ ຢາເສບຕິດ ແລະ ສານເຄມີຕັ້ງຕົ້ນ ທີ່ ຢຶດມາໄດ້ ໃນເມືອງ ຢາງກຸ້ງ, ມັນທະເລີຍ, ຕອງຈີ ແລະ ຫລາຍກວ່າ 20 ເມືອງ ໂດຍມີ ຈຳນວນ 77 ປະເພດ

ຂປລ. ສຳນັກ​ຂ່າວ ຊິນ​ຮວາ ​ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທີ​ມງານສື່ສານ ​ປະຈຳ​ສະພາ ຝ່າຍບໍລິຫານ ​ແຫ່ງ​ລັດ​ ຂອງ ມຽນມາ ລາຍ​ງານວ່າ:  ​ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເຜົາ​ທຳລາຍ​ ຢາ​ເສບ​ຕິດ ​ແລະ ສານ​ເຄມີ​ຕັ້ງ​ຕົ້ນ ​ທີ່ ຢຶດມາ​ໄດ້ ​​ໃນ​ເມືອງ ຢາງ​ກຸ້ງ, ມັນທະ​ເລີຍ, ຕອງ​ຈີ ​ແລະ ຫລາຍກວ່າ 20 ​ເມືອງ ໂດຍມີ ຈຳນວນ 77 ປະ​ເພດ , ​ເນື່ອງ​ໃນ ໂອກາດ ​ວັນຕໍ່ຕ້ານ​ ຢາ​ເສບ​ຕິດ​ໂລກ ຊຶ່ງ​ກົງ​ກັບ ວັນ​ທີ 26 ມິຖຸນາ ຂອງ​ທຸກ​ປີ. ຢາ​ເສບ​ຕິດ ດັ່ງກ່າວ ລວມມີ ຢາຝິ່ນ ຈຳນວນ 1.366 ກິ​ໂລກຣາມ, ​ເຮ​ໂຣອິນ 2.178 ກິ​ໂລກຣາມ, ຢາ​ກະ​ຕຸ້ນ​ ປະສາດ 239 ລ້ານ​ເມັດ, ຢາ​ໄອ 23.393 ກິ​ໂລກຣາມ, ກະ​ທ່ອມ​ຜົງ 1.775 ກິ​ໂລກຣາມ, ກັນຊາ 1.257 ກິ​ໂລກຣາມ, ຢາ​ເຄ 4.165 ກິ​ໂລກຣາມ ​ແລະ ຝິ່ນ​ຜົງ ສີ​ນໍ້າຕານ 12 ກິ​ໂລກຣາມ.

          ໃນ​ຂະນະ​ທີ່ ມຽນມາ ຜະ​ເຊີນ​ກັບ ​ຄວາມ​ທ້າ​ທາຍ ​ໃນ​ການ​ປູກ​ຝິ່ນ, ການ​ຜະລິດ​ ຢາ​ເສບ​ຕິດ ​ສັງ​ເຄາະ ​ແລະການ​ໃຊ້​ຢາ​ເສບ​ຕິດ. ສະນັ້ນ ມຽນມາ ໄດ້ຈັດ​ຕັ້ງ ຄະນະ​ກຳມະການ​ກາງ ​ເພື່ອຄວບ​ຄຸມການ​ໃຊ້ ຢາ​ເສບ​ຕິດ ​ຂຶ້ນ​ມາ ​ເພື່ອ​ແກ້​ໄຂ ບັນຫາ ​ແລະ ຮ່ວມ​ຕໍ່ສູ້​ກັບ ກິດຈະກຳ ຕໍ່ຕ້ານຢາ​ເສບ​ຕິດ ກັບປະ​ເ​ທດ ​ເພື່ອນ​ບ້ານ ​ຢ່າງ​ເຂັ້ງ​ແຂງ. /.

KPL

ຂ່າວອື່ນໆ

ads
ads

Top