ກະກຽມເນື້ອໃນ ປັບປຸງລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບປີ 2018

13/06/2024 14:38
Email Print 691
ຂປລ ຂປລ. ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມຄະນະກໍາມະການ ອະໄພຍະໂທດ ລະດັບຊາດ ເພື່ອຮັບຟັງການລາຍງານ ການກະກຽມເນື້ອໃນ ແລະ ຄວາມພ້ອມດ້ານຕ່າງໆ ໃນການປັບ ປຸງລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບປີ 2018 ໃນວັນທີ 13 ມິຖຸນາ 2024

ຂປລ. ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມຄະນະກໍາມະການ ອະໄພຍະໂທດ ລະດັບຊາດ ເພື່ອຮັບຟັງການລາຍງານ ການກະກຽມເນື້ອໃນ ແລະ ຄວາມພ້ອມດ້ານຕ່າງໆ ໃນການປັບ ປຸງລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບປີ 2018 ໃນວັນທີ 13 ມິຖຸນາ 2024 ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານຄະນະກຳມະການ ອະໄພຍະໂທດລະດັບຊາດ, ມີ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ຮອງປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ກອງປະຊຸມຄັ້ງນີ້
, ຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ປຶກສາຫລາລື ແລະ ປ່ຽນຄຳຄິດຄຳເຫັນ ເພື່ອກຽມເນື້ອໃນ ແລະ ຄວາມພ້ອມດ້ານຕ່າງໆ ໃນການປັບປຸງລັດຖະບັນຍັດ ວ່າດ້ວຍການໃຫ້ ອະໄພຍະໂທດ ສະບັບປີ 2018 ແລະ ໄດ້ມອບຄວາມຮັບຜິດຊອບໃຫ້ ບັນດາທ່ານໃນຄະນະກໍາມະການ ອະໄພຍະໂທດ ລະດັບຊາດ ໃນການນໍາພາ-ຊີ້ນໍາ ການລົງເຜີຍແຜ່ ລັດຖະບັນຍັດ ວ່າດ້ວຍການໃຫ້ ອະໄພຍະໂທດ ແລະ ໄດ້ຮັບຟັງການປະກອບຄໍາເຫັນ ຂອງຄະນະກໍາມະການອະໄພຍະໂທດ ຂັ້ນທ້ອງຖິ່ນ ໃນການປັບປຸງລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ເພື່ອໃຫ້ສອດຄ່ອງໃນການ ຈັດຕັ້ງປະຕິບັດ ຕົວຈິງ.




​ໂອກາດ​ນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ຮຽກຮ້ອງໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ໃຫ້ກອງເລຂາກະກຽມເນື້ອໃນ
, ງົບປະມານ ແລະ ຄວາມພ້ອມດ້ານຕ່າງໆ ເພື່ອສ້າງເງື່ອນໄຂໃຫ້ ບັນດາທ່ານທີ່ໄດ້ຮັບ ມອບໝາຍ ໄດ້ລົງເຄື່ອນໄຫວສໍາເລັດ ຕາມແຜນການທີ່ວາງໄວ້ ແລະ ໃຫ້ກອງເລຂາ ຊ່ວຍວຽກເອົາໃຈໃສ່ໃນຕິດຕາມ, ສັງຮວມ ເອົາການປະກອບຄໍາຄິດຄໍາເຫັນ ຂອງບັນດາທ່ານທີ່ເຂົ້າຮ່ວມກອງ ປະຊຸມໃນຄັ້ງນີ້, ເພື່ອມາສະຫລຸບ ແລະ ລາຍງານ ຕໍ່ຄະນະຊີ້ນໍາລວມ.

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານ

      10/24/2024 6:54:33 PM

      ຂປລ. ໃນວັນທີ 23 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ເມືອງກາຊານ, ສ ຣັດ ເຊຍ ເພື່ອປຶກສາຫາລືສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

    • ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

      10/24/2024 6:50:00 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດ

      10/24/2024 6:43:31 PM

      ຂປລ. ໃນວັນທີ 16 ຕຸລາ 2024 ຜ່ານ​ມາ, ທີ່ພະຣາຊະວັງເຈົ້າຊີວິດ, ນະຄອນຫລວງສະຕ໋ອກໂຮມ, ປະເທດຊູແອດ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ຄາຣ໌ ກຸດສະຕາບຟ໊ ທີ XVI ແຫ່ງ ຣາຊະອານາຈັກ ຊູແອດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ຊູແອດ.

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍ

      10/24/2024 6:31:38 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ (H.E. Mr. Aleksandr Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ

    • ອົງການໄອຍະການທະຫານພາກກາງ ລົງເຮັດວຽກຢູ່ ຮວຜທການເມືອງ

      ອົງການໄອຍະການທະຫານພາກກາງ ລົງເຮັດວຽກຢູ່ ຮວຜທ

      10/24/2024 6:26:51 PM

      ຂປລ. ໃນວັນທີ 24 ຕຸລາ 2024 ນີ້, ອົງການໄອຍະການທະຫານພາກກາງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ນໍາໂດຍ ທ່ານ ພັນເອກ ເຄນວິໄຊ ແພງວິໄລ ຫົວໜ້າອົງການໄອຍະການທະຫານພາກກາງ ພ້ອມຄະນະ ໂດຍມີ ທ່ານ ພັນເອກ ນາງ ຄຳມີ ບົດນາລີ ຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົາກອງທັບ, ມີຮອງຫົວໜ້າຫ້ອງການເມືອງ, ພະແນກໄອຍະການ, ພະແນກກວດກາ ແລະ ພະແນກປ້ອງກັນພາຍໃນ ເຂົ້າຮ່ວມ.

ads
ads

Top