ເຮັດກະສິກຳແບບປະສົມປະສານ ສ້າງລາຍຮັບ 200 ລ້ານກວ່າກີບຕໍ່ປີ

12/06/2024 11:04
Email Print 899
ຂປລ ຄອບຄົວ ທ່ານ ນາງ ສົມສະໄໝ ບົວສະຫວັນ ປະຊາຊົນບ້ານແສນຊຸມ ເມືອງໂພນໂຮງ ແຂວງວຽງຈັນ ແມ່ນຄອບຄົວໜຶ່ງທີ່ປະກອບອາຊີບເຮັດນາ ແລະ ລ້ຽງສັດ, ມາຮອດປີ 2019 ໄດ້ເລີ່ມເຮັດນາບົວ (ປູກໝາກບົວ) ດ້ວຍເນື້ອ 3 ເຮັກຕາ ເຊິ່ງການປູກນາບົວ, ເຮັດນາ, ລ້ຽງສັດຜົນຜະລິດບາງປີກໍຫລາຍ, ບາງປີພົບບັນຫາບ້ົງທໍາລາຍຝັກບົວ.

   *ຄອບຄົວ ທ່ານ ນາງ ສົມສະໄໝ ບົວສະຫວັນ ປະຊາຊົນບ້ານແສນຊຸມ ເມືອງໂພນໂຮງ ແຂວງວຽງຈັນ ແມ່ນຄອບຄົວໜຶ່ງທີ່ປະກອບອາຊີບເຮັດນາ ແລະ ລ້ຽງສັດ, ມາຮອດປີ 2019 ໄດ້ເລີ່ມເຮັດນາບົວ (ປູກໝາກບົວ) ດ້ວຍເນື້ອ 3 ເຮັກຕາ ເຊິ່ງການປູກນາບົວ, ເຮັດນາ, ລ້ຽງສັດຜົນຜະລິດບາງປີກໍຫລາຍ, ບາງປີພົບບັນຫາບ້ົງທໍາລາຍຝັກບົວ, ເຂົ້ານາເປັນພະຍາດເພ້ຍແດງ ເຮັດໃຫ້ຜົນຜະລິດກໍໜ້ອຍລົງ ເຊິ່ງວິທີການແກ້ໄຂແມ່ນເຮັດຕາມການແນະນຳຂອງຊາວບ້ານ ໂດຍໃຊ້ຢາເຄມກໍາຈັດບົ້ງ ແລະ ເພ້ຍແດງ, ການຜະລິດກະສິກຳ ໄລຍະຜ່ານມາແມ່ນເຮັດຕາມມີຕາມເກີດບໍ່ມີການແປງຮູບ (ຂາຍສົດ) ສະເລ່ຍລາຍຮັບປະມານ 90-100 ລ້ານກີບຕໍ່ປີ.

    ທ່ານ ນາງ ສົມສະໄໝ ບົວສະຫວັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວສໍານັກຂ່າວສານປະເທດລາວ ເມື່ອບໍ່ດົນນ້ີວ່າ: ພາຍຫລັງທ່ີໄດ້ເຂ້ົາຮ່ວມໂຄງການປາກາ ໃນປີ 2021 ທີມງານວິຊາການຂອງໂຄງການກໍໄດ້ລົງມາໃຫ້ຄຳປຶກສາ, ແນະນຳກ່ຽວກັບວິທີປູກນາບົວ, ລ້ຽງປາ, ລ້ຽງກຸງ ແລະ ເຮັດນາ ເຊ່ິງເຮັດໃຫ້ຄອບຄົວມີການປ່ຽນແປງ, ປັບປ່ຽນວິທີການຜະລິດ ໂດຍຫັນເປັນການຜະລິດກະສິກຳສະອາດ ໂດຍໂຄງການໄດ້ສ້າງຄວາມຮູ້, ຄວາມເຂົ້າໃຈກ່ຽວກັບທັກສະການຜະລິດ, ການປ້ອງກັນພືດແບບປະສົມປະສານ, ການເຮັດຝຸ່ນບົ່ມ ເຮັດໃຫ້ຜົນຜະລິດມີຄຸນນະພາບ ແລະ ຈຳນວນຜົນຜະລິດກໍເພີ່ມຂຶ້ນ.

   ມາຮອດປັດຈຸບັນ, ຕົນເອງ ແລະ ຄອບຄົວໄດ້ຂະຫຍາຍ ເນ້ືອທີ່ປູກນາບົວເພີ່ມຂຶ້ນເປັນ 5 ເຮັກຕາ. ນອກຈາກນີ້, ໂຄງການດັ່ງກ່າວ, ຍັງໄດ້ສະໜັບສະໜູນທຶນ ແລະ ອຸປະກອນຈຳນວນໜຶ່ງເພື່ອສົ່ງເສີມໃຫ້ຜະລິດຊາບົວ ໂດຍນຳເອົາເກສອນດອກບົວ, ຟັກບົວ, ບີບົວ, ດອກບົວ, ໃບບົວ ແລະ ກ້ານບົວມາຜະລິດເປັນຊາ ເຊິ່ງຊາບົວພຸດທະຜະລິດຕະພັນກຸ່ມນາບົວ ບ້ານແຊນສຸມ ເມືອງໂພນໂຮງ ແຂວງວຽງຈັນ ມີວາງຈຳໜ່າຍແລ້ວ ຢູ່ພາຍໃນເມືອງ. ປັດຈຸບັນ, ຕົນເອງ ແລະ ຄອບຄົວມີລາຍຮັບຈາກການຂາຍໝາກບົວ, ຂາຍປາ, ຂາຍກຸ້ງ ແລະ ຂາຍຊາບົວສະ ເລ່ຍລາຍໄດ້ປະມານ 250 ລ້ານກີບ/ ປີ. ຄາດວ່າໃນອະນາຄົດຈະຂະຫຍາຍເນື້ອທີ່ປູກບົວ ໃຫ້ໄດ້ 6 ເຮັກຕາ ແລະ ຈະຂະຫຍາຍການຜະລິດຊາບົວ ໃຫ້ໄດ້ 10.000-20.000 ຖົງຕໍ່ລະດູການ.

   ໃນໂອກາດນີ້, ທ່ານ ນາງ ສົມສະໄໝ ບົວສະຫວັນ ໄດ້ສະແດງຄວາມຂອບໃຈທີ່ມີໂຄງການປາກາ ແລະ ວິຊາການກະສິກໍາຂັ້ນເມືອງ, ຂັ້ນແຂວງລົງມາຊຸກຍູ້ສົ່ງເສີມ ແລະ ໃຫ້ຄຳແນະນຳຕ່າງໆ ເຊິ່ງເຮັດໃຫ້ກຸ່ມຜະລິດນາບົວ ໄດ້ຮັບຜົນປະໂຫຍດຫລາຍຢ່າງ, ເຮັດໃຫ້ຜົນຜະລິດມີຄຸນນະພາບທາງດ້ານປະລິມານ ແລະ ຄຸນນະພາບສາມາດສ້າງລາຍຮັບ ປະກອບສ່ວນເຂ້ົາໃນການແກ້ໄຂຊີວິດການເປັນຂອງປະຊາຊົນໃຫ້ດີຂຶ້ນ.

ບົດໂດຍ: ກິດຕາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top