ຂປລ
ລັດຖະບານ ສະວິດ ຖະແຫລງວ່າ: ປະຈຸບັນ, ມີບັນດາປະເທດ ແລະ ອົງກອນຕ່າງໆ ຈຳນວນ 90 ແຫ່ງ ໄດ້ລົງທະບຽນ ເພື່ອເຂົ້າຮ່ວມ ກອງປະຊຸມ ສັນຕິພາບ ອູແກຣນ ຊຶ່ງ ຈະຈັດຂຶ້ນ ຢູ່ປະເທດ ສະວິດ ໃນລະຫວ່າງ ວັນທີ 15-16 ມິຖຸນານີ້.
ຂປລ. ອ້າງຕາມ ຂ່າວເບີຣນ, ວັນທີ 10 ເດືອນີຖຸນາ, ລັດຖະບານ ສະວິດ ຖະແຫລງວ່າ: ປະຈຸບັນ, ມີບັນດາປະເທດ ແລະ ອົງກອນຕ່າງໆ ຈຳນວນ 90 ແຫ່ງ ໄດ້ລົງທະບຽນ ເພື່ອເຂົ້າຮ່ວມ ກອງປະຊຸມ ສັນຕິພາບ ອູແກຣນ ຊຶ່ງ ຈະຈັດຂຶ້ນ ຢູ່ປະເທດ ສະວິດ ໃນລະຫວ່າງ ວັນທີ 15-16 ມິຖຸນານີ້.
ລັດຖະບານ ສະວິດ ລະບຸວ່າ: ກອງປະຊຸມ ໃນຄັ້ງນີ້ ມີເປົ້າໝາຍ ຈະຊອກຫາ ວິທີທາງ ເພື່ອໃຫ້ ຣັດເຊຍ ແລະ ອູແກຣນ ມີສ່ວນຮ່ວມ ໃນຂະບວນການ ສັນຕິພາບ ໃນອະນາຄົດ. ຢ່າງໃດກໍ່ຕາມ ທ່ານ ອິກນາຊີໂອ ຄາຊີສ ລັດຖະມົນຕີ ຕ່າງປະເທດ ສະວິດ ກ່າວວ່າ: ກອງປະຊຸມ ສຸດຍອດ ນີ້ ຈະປຶກສາ ຫາລື ໃນເລື່ອງ ນານາຊາດ ມີຄວາມກັງວົນຕ່າງໆ ກ່ຽວກັບ ຄວາມໝັ້ນຄົງ ດ້ານສະບຽງ ອາຫານ ແລະ ນີວເຄລຍ, ເສລີພາບ ໃນການແລ່ນກຳປັ່ນ, ບັນຫາ ດ້ານມະນຸດສະທຳ ແລະອື່ນໆ./
KPL