ຜະລິດຕະພັນກະສິກຳຂອງຄົນລາວ ພວມໄດ້ຮັບຄວາມນິຍົມຈາກສັງຄົມ

11/06/2024 10:01
Email Print 843
ຂປລ ບໍລິສັດ ຂ້ອຍຮັກກະສິກໍາ ແມ່ນບໍລິສັດທີ່ຜະລິດ ແລະ ຈໍາໜ່າຍກ່ຽວກັບຜະລິດຕະພັນກະສິກໍາສະອາດ ເປັນຕົ້ນຝຸ່ນຊີວະພາບ, ດິນປູກຝັງ, ນ້ຳຈຸລິນຊີສັງເຄາະແສງ ແລະ ອື່ນໆອີກ.

   *ບໍລິສັດ ຂ້ອຍຮັກກະສິກໍາ ແມ່ນບໍລິສັດທີ່ຜະລິດ  ແລະ ຈໍາໜ່າຍກ່ຽວກັບຜະລິດຕະພັນກະສິກໍາສະອາດ ເປັນຕົ້ນຝຸ່ນຊີວະພາບ, ດິນປູກຝັງ, ນ້ຳຈຸລິນຊີສັງເຄາະແສງ ແລະ ອື່ນໆອີກ ໂດຍວັດຖະດິບທີ່ນໍາໃຊ້ເຂົ້າໃນຂະບວນການຜະລິດ  ແມ່ນວັດຖຸດິບພາຍໃນປະເທດ ທີ່ໄດ້ຮັບການຢັ້ງຢືນມາດຕະຖານກະສິກໍາອິນຊີລາວ ຈາກກົມປູກຝັງກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງເຮັດໃຫ້ຜະລິດຕະພັນ ຈາກບໍລິສັດກະສິກໍາ ສະອາດ ຮັບຄວາມນິຍົມຈາກສັງຄົມ ໂດຍສະເພາະຜູ້ທີ່ມັກເລື່ອງການປູກຝັງ.

   ທ່ານ ນາງ ວິໄລພອນ ສົມສະນິດ ປະທານບໍລິສັດຂ້ອຍຮັກກະສິກໍາ ໃຫ້ສໍາພາດວ່າ: ບໍລິສັດຂ້ອຍຮັກກະສິກໍາ ເລີ່ມຜະລິດຝຸ່ນຊີວະພາບມາແຕ່ທ້າຍປີ 2019 ໂດຍນໍາໃຊ້ວັດຖຸດິບຢູ່ພາຍໃນປະເທດເຂົ້າໃນຂະບວນການຜະລິດ ເປັນຕົ້ນມູນສັດ, ຂີ້ແກບ, ດິນລວມ, ຂີ້ເລື່ອຍ, ຮຳອ່ອນ, ອິນຊີສັງເຄາະແສງ, ກາກນ້ຳຕານ, ນ້ຳສະກັດຊີວະພາບມາປະສົມເຂົ້າກັນຕາມຫລັກວິຊາການກະສິກໍາສະອາດ ໂດຍເນັ້ນເຖິງຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມເຊິ່ງຝຸ່ນດັ່ງກ່າວ, ເໝາະສຳລັບພືດຜັກ, ຕົ້ນໄມ້ໃຫ້ໝາກທຸກຊະນິດ, ໄມ້ປະດັບ ແລະ ບຳລຸງທາດອາຫານໃຫ້ດິນທີ່ເຊື່ອມໂຊມກັບມາອຸດົມສົມບູນ.

   ນອກຈາກຝຸ່ນຊີວະພາບແລ້ວ, ບໍລິສັດຂ້ອຍຮັກກະສິກຳ ຍັງໄດ້ຜະລິດດິນປູກຝັງເພື່ອກະສິກໍາສະອາດ ເຊິ່ງເປັນດິນປະສົມພ້ອມປູກ ໂດຍນຳໃຊ້ວັດຖຸດິບຢູ່ພາຍໃນປະເທດ ເປັນຕົ້ນດິນດຳແຄມຂອງ, ແກບເຜົາ, ຂີ້ແກບ, ຂີ້ເລື່ອຍ ແລະ ຂີ້ງົວ. ນອກນັ້ນ, ຍັງມີນ້ຳຈຸລິນຊີສັງເຄາະແສງຊ່ວຍໃຫ້ພືດໃຫຍ່ໄວ, ເພີ່ມຜົນຜະລິດ, ຫລຸດຜ່ອນກິ່ນເໝັນໃນຄອກລັດລ້ຽງ ແລະ ບຳບັດນ້ຳເສຍ ທີ່ສຳຄັນເປັນມິດກັບສິ່ງແວດລ້ອມ. ປັດຈຸບັນຜະລິດຕະພັນຂອງບໍລິສັດຂ້ອຍຮັກກະສິກຳ ມີຕົວແທນຈໍາໜ່າຍຕາມຮ້ານຂາຍເບ້ຍໄມ້ໃນນະຄອນຫລວງວຽງຈັນ ຫລາຍກວ່າ 50 ຮ້ານ ແລະ ແຜນ ການໃນຕໍ່ໜ້າຈະຂະຫຍາຍສາຂາໄປຂາຍຢູ່ຕ່າງແຂວງຕື່ມອີກ. ຖ້າທ່ານໃດສົນໃຈສາມາດຕິດຕໍ່ໄດ້ທີ່ໝາຍເລກໂທລະສັບ 020  5561 9353 ຫລື ເຂົ້າໄປຕິດຕາມໄດ້ຢູ່ເຟສບຸກຂ້ອຍຮັກກະສິກຳ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ຮັບຮອງພະທອງສາມສີ ເປັນມໍລະດົກແຫ່ງຊາດ ສົມບັດມິ່ງເມືອງລະດັບທ້ອງຖິ່ນບົດ-ສາລະຄະດີ

      ຮັບຮອງພະທອງສາມສີ ເປັນມໍລະດົກແຫ່ງຊາດ ສົມບັດມິ່ງເມືອງລະດັບທ້ອງຖິ່ນ

      1/5/2026 10:34:19 AM

      ຂປລ. ພະທອງສາມສີ ພະມິ່ງຂວັນຄູ່ ຊາວເມືອງທຸລະຄົມ ແຂວງວຽງຈັນ ປະດິດສະຖານ ທີ່ວັດບ້ານລິ່ງຊັນ (ໃຕ້) ກົ່ງກັນຂ້າມ ກັບວັດນາຄອງ ທີ່ພະທາດມາຫລ້າ ປະດິດສະຖານຢູ່ ບ້ານລິ່ງຊັນ ເປັນຊຸມຊົນເກົ່າແກ່ ຄູ່ກັບລ້ອງນ້ຳງື່ມມາຫລາຍຮ້ອຍປີ ມີປະຫວັດຄວາມເປັນມາຍາວນານ ແລະ ເປັນແຫລ່ງທ່ອງທ່ຽວທາງວັດທະນະທຳ ທີ່ມີຊື່ສຽງຂອງເມືອງທຸລະຄົມອີກດ້ວຍ.

    • ເມືອງມູນລະປາໂມກ ເອົາໃຈໃສ່ໃນການແກ້ໄຂບ້ານທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາບົດ-ສາລະຄະດີ

      ເມືອງມູນລະປາໂມກ ເອົາໃຈໃສ່ໃນການແກ້ໄຂບ້ານທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາ

      1/5/2026 10:23:53 AM

      ຂປລ. ໃນໄລຍະຜ່ານມາ, ຄະນະພັກ-ອົງການປົກຄອງ ເມືອງມູນລະປາໂມກ ແຂວງຈໍາປາສັກ ໄດ້ ເອົາໃຈໃສ່ໃນການກຳນົດຍຸດທະສາດ ແລະ ແຜນການພັດທະນາ ສ້າງບັນດາບ້ານທຸກຍາກພາຍໃນເມືອງຖືເປັນບຸລິມະສິດອັນດັບຕົ້ນຕໍ ໂດຍສະເພາະ ບ້ານຫ້ວຍຊາຍໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາ ປະຊາຊົນຢູ່ດີກິນດີ

    • ສາລະວັນ ເນັ້ນຜະລິດກະສິກໍາສະອາດ-ກະສິກໍາອິນຊີເປັນສິນຄ້າບົດ-ສາລະຄະດີ

      ສາລະວັນ ເນັ້ນຜະລິດກະສິກໍາສະອາດ-ກະສິກໍາອິນຊີເປັນສິນຄ້າ

      1/5/2026 10:18:06 AM

      ຂປລ. ແຂວງສາລະວັນເປັນໜຶ່ງໃນຫລາຍແຂວງທີ່ມີພື້ນທີ່ດິນອຸດົມສົມບູນ ມີແຫລ່ງນໍ້າທຳມະຊາດຫລາຍ ແລະ ປະຊາຊົນສ່ວນໃຫຍ່ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການຢຶດຖືອາຊີບກະສິກໍາ ຊຶ່ງໃນຫລາຍປີຜ່ານມາການພັດ ທະນາກະສິກໍາ ໄດ້ມີການນໍາໃຊ້ສານເຄມີຈໍານວນຫລາຍ ອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມໂດຍລວມ.

    • ພັກປະຊາຊົນ ປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດບົດ-ສາລະຄະດີ

      ພັກປະຊາຊົນ ປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດ

      1/5/2026 10:11:00 AM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈະຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 6-8 ມັງກອນ 2026 ເຊິ່ງຖືເປັນເຫດການການເມືອງທີ່ຍິ່ງໃຫຍ່ ແລະ ມີຄວາມສຳຄັນຢ່າງຍິ່ງຂອງພັກ, ລັດ ແລະ ປະຊາຊົນລາວ, ເປັນຂີດໝາຍສຳຄັນທີ່ສະທ້ອນໃຫ້ເຫັນເຖິງການກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາຂອງການປະຕິວັດລາວ.

    • ຫາລືການປະມວນເອກະສານການເຄື່ອນໄຫວວຽກງານການຕ່າງປະເທດບົດ-ສາລະຄະດີ

      ຫາລືການປະມວນເອກະສານການເຄື່ອນໄຫວວຽກງານການຕ່າງປະເທດ

      12/30/2025 1:31:45 PM

      ກົມພົວພັນລັດຖະສະພາສອງຝ່າຍຮ່ວມກັບກົມພົວພັນລັດຖະສະພາຫລາຍຝ່າຍທີ່ເປັນເສນາທິການໃຫ້ແກ່ກຳມາທິການການຕ່າງປະເທດ ຈັດກອງປະຊຸມປຶກສາຫາລືການປະມວນບັນດາເອກກະສານທາງການໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ຊຸດທີ IX (2021- 2025) ໃນວັນທີ 26-27 ທັນວາ 2025 ຢູ່ເມືອງແກ້ວອຸດົມ ແຂວງ ວຽງຈັນ.

ads
ads

Top