ລາຍນາກ ໃນຜືນຜ້າລາວ ເປັນສັນຍາລັກຄວາມອົດທົນຂອງແມ່ຍິງລາວ

10/06/2024 13:36
Email Print 526
ຂປລ ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າຫັດຖະກໍາຕໍ່າແຜ່ນ ແມ່ນສິລະປະວັດທະນາທໍາທີ່ສວຍງາມ ທີ່ຄຽງຄູ່ກັບແມ່ຍິງລາວມາແຕ່ດົນນານ ເຊິ່ງມັນສະແດງເຖິງຄວາມອົດທົນພະຍາຍາມ ເພາະກ່ອນຈະອອກມາເປັນແພຜືນໜຶ່ງບໍ່ແມ່ນເລື່ອງງ່າຍ ຕ້ອງໄດ້ຜ່ານຫລາຍຂັ້ນຕອນຕ້ອງໃຊ້ສີໄມ້ລາຍມື ແລະ ຫົວຄິດປະດິດສ້າງໃນການຖັກທໍ ແລະ ການອອກແບບລວດລາຍທີ່ສ່ອງແສງເຖິງສິລະປະວັດທະນະທໍາ ແລະ ການດໍາລົງຊິວິດຂອງປະຊາຊົນລາວ.

     *ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າຫັດຖະກໍາຕໍ່າແຜ່ນ ແມ່ນສິລະປະວັດທະນາທໍາທີ່ສວຍງາມ ທີ່ຄຽງຄູ່ກັບແມ່ຍິງລາວມາແຕ່ດົນນານ ເຊິ່ງມັນສະແດງເຖິງຄວາມອົດທົນພະຍາຍາມ ເພາະກ່ອນຈະອອກມາເປັນແພຜືນໜຶ່ງບໍ່ແມ່ນເລື່ອງງ່າຍ ຕ້ອງໄດ້ຜ່ານຫລາຍຂັ້ນຕອນຕ້ອງໃຊ້ສີໄມ້ລາຍມື ແລະ ຫົວຄິດປະດິດສ້າງໃນການຖັກທໍ ແລະ ການອອກແບບລວດລາຍທີ່ສ່ອງແສງເຖິງສິລະປະວັດທະນະທໍາ ແລະ ການດໍາລົງຊິວິດຂອງປະຊາຊົນລາວ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈວັດທະນະທໍາລາວ ຜ່ານງານສິລະປະແຜ່ນແພເໝືອນກັບລາຍນາກ ເປັນອີກລາຍແພທີ່ສັງຄົມນິຍົມຊົມຊອບດ້ວຍເອກະລັກທີ່ໂດດເດັ່ນ ແລະ ຄວາມປານິດໃນການຕໍ່າ. ດັ່ງນັ້ນ ຈ່ຶງເວ້ົາໄດ້ວ່າລາຍນາກຖືວ່າເປັນທີ່ສຸດຂອງລາຍແພທີ່ເປັນບົ່ງບອກເຖິງຄວາມສາມາດຂອງແມ່ຍິງລາວໃນເລື່ອງການຖັກທໍ.

     ທ່ານ ນາງ ຄຳຜຸຍ ພົນລືຊາ ຮອງສາສະດາຈານດ້ານວັນນະຄະດີ ພາກວິຊາພາສາວັດທະນະທຳລາວ ທັງເປັນນັກຄົ້ນຄວ້າ ແລະ ຂຽນປື້ມລາຍນາກໃນແຜ່ນແພໃຫ້ສຳພາດວ່າ: ຕົນເອງເປັນຜູ້ໜຶ່ງທີ່ໄດ້ກິ້ງເກືອກລີເລືອ ກັບການຫຍິບປັກຖັກແສ່ວ ແລະ ການຕໍ່າຫູກທໍໄໝມາແຕ່ຍັງນ້ອຍ ເນື່ອງຈາກວ່າຄົນເມື່ອກ່ອນມີຄວາມຄິດວ່າລູກຜູ້ຍິງຖ້າຈະມີຄອບຄົວທີ່ສົມບູນຕ້ອງຮູ້ຫຍິບປັກຖັກແສ່ວ  ແລະ ສໍາລັບການຫຍິບປັກຖັກແສ່ວນັ້ນ ລາຍທີ່ຍາກທີ່ເປັນສິ່ງພິສູດສີມືນັ້ນກໍຄືລາຍນາກ ຖືເປັນລາຍທີ່ຍາກ ແຕ່ຖ້າຫາກວ່າເຮົາ ເຮັດລາຍນີ້ເປັນແລ້ວລາຍອ່ືນບ່ໍ ຍາກ. ສະນັ້ນ ຈຶ່ງເວົ້າໄດ້ວ່າ ລາຍນີ້ກໍ ເປັນອີກລາຍໜຶ່ງທີ່ບົ່ງບອກຄວາມ ສາມາດຂອງແມ່ຍິງລາວໃນດ້ານ ການຫຍິບປັກຖັກແສ່ວກໍວ່າໄດ້ ເຊິ່ງສໍາລັບຕົນເອງແມ່ນເຮັດເປັນ ແລະ ສາມາດບອກຕໍ່ໃຫ້ຄົນອື່ນໄດ້ຜ່ານການສຶກສາ, ຄົ້ນຄວ້າ ແລະ ຂຽນປຶ້ມລາຍນາກໃນຜ້າແພໃນ 2010 ໂດຍປຶ້ມເຫລັ້ມນີ້ ໄດ້ຮວບຮວມລວດລາຍຜ້າ, ສິ້ນ, ແພບ່ຽງ, ຜ້າປູບ່ອນ, ຜ້າຂັນເຊີງ, ຜ້າມ່ານ ເຊິ່ງເປັນເສື້ອຜ້າອາພອນ ທີ່ເປັນວັດທະນະທໍາການນຸ່ງຖືຂອງຄົນລາວ ຕາມ ຄວາມເຊື້ອຂອງປະຊາຊົນລາວ ທີ່ມີຕໍ່ພະຍານາກ. ສະນັ້ນ, ຊ່າງຫັດ ຖະກໍາ ຈຶ່ງນິຍົມສ້າງສັນຜົນງານ ຜ່ານສິລະປະຕ່າງໆ ແລະ ການປັກ ແສ່ວໃນລາຍແຜ່ນແພກໍເປັນໜຶ່ງ ໃນນັ້ນ.

    ທ່ານ ນາງ ຄຳຜຸຍ ໃຫ້ຮູ້ອີກວ່າ:  ການສຶກສາລາຍນາກ ເປັນການຖອດຖອນບົດຮຽນທີ່ລໍ້າຄ່າໃຫ້ກັບຊ່າງຫັດຖະກໍາຄົນອື່ນໆ ທີ່ມີຄວາມສົນໃຈໃນການປັກແສ່ວລາຍນາກ ໄດ້ນໍາໄປໃຊ້ໃນວຽກງານຂອງຕົນ ພ້ອມນີ້ຍັງເປັນການປົກປັກຮັກສາວັດທະນະທຳ ກ່ຽວກັບການຕ່ຳຫູກ ແລະ ລວດລາຍແຜ່ນແພ ເຊິ່ງແມ່ນຜະລິດຕະພັນທີ່ເກີດຈາກຈິນຕະນາການຂອງແມ່ຍິງລາວ ທີ່ໄດ້ສ້າງສັນກັນມາເປັນເວລາດົນນານຈົນກາຍເປັນສັນຍະລັກປະຈຳຊາດ. ນອກຈາກນີ້, ໃນບົດຄວາມຍັງໄດ້ຮວບຮວມເຕັກນິກການເກັບລວດລາຍໃນແຜ່ນແພ ແລະ ເຕັກນິກການຍ້ອມສີ ປະຈຳຕົວນາກແບບທຳມະຊາດ, ເຊິ່ງເຕັກນິກການເກັບລວດລາຍນາກ ແລະ ການຍ້ອມສີນັ້ນ, ຈະມີຜົນປະໂຫຍດຕໍ່ກັບລູກຫລານ ທີ່ຈະນຳໄປປະກອບເປັນອາຊີບ ແລະ ອື່ນໆ.

ໂດຍ: ສາວຜູ້ໄທ

KPL

ຂ່າວອື່ນໆ

ads
ads

Top