ລາວກຳນົດເປົ້າໝາຍຈະໃຊ້ລົດໄຟຟ້າໃຫ້ໄດ້ 30% ໃນອະນາຄົດ

22/05/2024 19:24
Email Print 1611
ຂປລ ສປປ ລາວ ສືບຕໍ່ພັດທະນາພະລັງງານໄຟຟ້າສະອາດ ທີ່ເປັນມິດຕໍ່ສິ່ງແວດລ້ອມເພື່ອກ້າວເປັນຜູ້ນໍາ “ໝໍ້ໄຟແຫ່ງອາຊຽນ” ຈາກທີ່ລາວເຮົາມີແຫລ່ງ ພະລັງງານຜະລິດໄຟຟ້າພຽງ 2 ແຫ່ງ ຫລັງປີ 1975 ເຖິງປັດຈຸບັນມີແຫລ່ງຜະລິດພະລັງງານໄຟຟ້າບໍ່ຕໍ່າກວ່າ 80 ກວ່າແຫ່ງໃນ 2024 ແລະ ຄວບຄຸມ ການສະຫນອງພະລັງງານໄຟຟ້າໃຫ້ປະຊາຊົນຈາກສູນກາງເຖິງເຂດຊົນນະບົດໄດ້ 90%.

    *ສປປ ລາວ ສືບຕໍ່ພັດທະນາພະລັງງານໄຟຟ້າສະອາດທີ່ເປັນມິດຕໍ່ສິ່ງ ແວດລ້ອມເພື່ອກ້າວເປັນຜູ້ນໍາ “ໝໍ້ໄຟແຫ່ງອາຊຽນ” ຈາກທີ່ລາວເຮົາມີແຫລ່ງ ພະລັງງານຜະລິດໄຟຟ້າພຽງ 2  ແຫ່ງ ຫລັງປີ 1975 ເຖິງປັດຈຸບັນມີແຫລ່ງຜະລິດພະລັງງານໄຟຟ້າບໍ່ຕໍ່າກວ່າ 80 ກວ່າແຫ່ງໃນ 2024 ແລະ ຄວບຄຸມການສະຫນອງພະລັງງານໄຟຟ້າໃຫ້ປະຊາຊົນຈາກສູນກາງເຖິງເຂດຊົນນະບົດໄດ້ 90%.  ພາກໃຕ້ ແລະ ພາກກາງຂອງ ສປປ ລາວ ກາຍເປັນຈຸດໝາຍປາຍຂອງນັກລົງທຶນຕ່າງປະເທດເຂົ້າໄປລົງທຶນພັດທະນາພະລັງງານລົມ ເຊິ່ງເປັນໜຶ່ງໃນຍຸດທະສາດສໍາຄັນຂອງພັກ-ລັດຖະ ບານລາວກ້າວໄປຫາການພັດທະນາສີຂຽວຍືນຍົງ ແລະ ແກ້ໄຂຄວາມທຸກຍາກ.

     ດັ່ງທີ່ນໍາກັນ  ສປປ ລາວ ຮີບຮ້ອນ ໃນການຫັນປ່ຽນເປັນພະລັງານສະອາດ ແມ່ນໂອກາດທີ່ໜ້າເຫລືອເຊື່ອ ນັ້ນກໍ່ຄືພະລັງງານທີ່ມີຕົ້ນທຶນຄ່າໃຊຈ່າຍຕໍ່າ ທີ່ນໍາໃຊ້ປະໂຫຍດຈາກຄວາມອຸດົມສົມບູນຂອງແຫລ່ງຊັບພະຍາກອນທໍາມະຊາດຂອງຊາດ ເຊິ່ງເປັນການເພີ່ມໂອກາດໃຫ້ແກ່ການສົ່ງ ອອກສິນຄ້າ ແລະ ເປັນແນວທາງກ້າໄປສູ່ຄວາມຈະເລີນຮຸ່ງເຮືອງດ້ວຍຄວາມເທົ່າທຽມກັນ. ໃນຊ່ວງໄລຍະເວລາ 10 ປີກ່ອນໜ້ານີ້, ຄົງຈະມີຂໍ້ຖົກຖຽງກ່ຽວກັບພະລັງງານລົມ ແລະ ພະລັງງານແສງຕາເວັນ, ດ້ວຍຄ່າໃຊ້ຈ່າຍທີ່ມີລາຄາແພງເກີນໄປ ແລະ ມີຄວາມຫຍຸ້ງຍາກເກີນໄປ. ແຕ່ເວລາຕໍ່ມາ, ຕົ້ນທຶນຄ່າໃຊ້ ຈ່າຍທາງດ້ານພະລັງງານແສງຕາເວັນແມ່ນໄດ້ຫລຸດລົງປະມານ 90%  ແລະ ຕົ້ນທຶນຄ່າໃຊ້ຈ່າຍຂອງພະລັງງານລົມແມ່ນໄດ້ຫລຸດລົງເຖິງ 70% ໂດຍປະມານ. ໃນຄວາມເປັນຈິງແລ້ວ, ຕົ້ນທຶນຄ່າໃຊ້ຈ່າຍຂອງພະລັງງານທົດແທນແມ່ນ ໄດ້ຫລຸດລົງເປັນຈໍານວນຫລາຍ ຈົນວ່າໜ່ວຍງານດ້ານພະລັງງານສາກົນໄດ້ກ່າວວ່າ ພະລັງງານແສງຕາເວັນ ແມ່ນຮູບແບບການຜະລິດໄຟຟ້າທີ່ມີຄ່າໃຊ້ຈ່າຍທີ່ມີລາຄາຖືກທີ່ສຸດໃນປະຫວັດສາດ.

    ການແກ້ໄຂການຈັດເກັບພະລັງງານ ຊຶ່ງເປັນສ່ວນປະກອບທີ່ມີຄວາມສໍາຄັນເປັນຢ່າງຍິ່ງ ທີ່ພວກເຮົາຕ້ອງນໍາໃຊ້ເຂົ້າໃນການກັກເກັບພະລັງງານທົດແທນ ມີລາຄາທີ່ຖືກລົງຫລາຍເຊັ່ນກັນ, ໂດຍທີ່ຕົ້ນທຶນຄ່າໃຊ້ຈ່າຍຂອງໝໍ້ໄຟແມ່ນຫລຸດລົງເຖີງ 90% ຕະຫລອດໄລຍະເວລາ 15 ປີທີ່ຜ່ານມາ ແລະ ໄດ້ມີການພັດທະນາເຄື່ອງມືໃໝ່ສໍາລັບການກໍານົດການຈັດເກັບພະລັງງານນໍ້າແບບສູບນໍ້າ.ໂດຍເປັນຜົນເນື່ອງມາຈາກການຫລຸດລົງຂອງຕົ້ນທຶນຄ່າໃຊ້ຈ່າຍເຫລົ່ານີ້, ຊ່ວຍໃຫ້ພວກເຮົາໄດ້ເຫັນການນໍາໃຊ້ພະລັງງານທົດແທນຢ່າງທີ່ບໍ່ເຄີຍເກີດຂຶ້ນມາກ່ອນທົ່ວທັງຂົງເຂດພາກພື້ນ ແລະ ທົ່ວໂລກ. ໃນປີທີ່ຜ່ານມາ, ທົ່ວໂລກໄດ້ເພີ່ມກໍາລັງການຜະລິດພະລັງງານທົດແທນຂຶ້ນເກືອບ 50%, ຊຶ່ງໄດ້ເພີ່ມຂຶ້ນເປັນສອງທົບຂອງປະລິມານພະລັງງານແສງຕາເວັນ ແລະ ພະລັງງານລົມທ່ີຕິດຕັ້ງຢູ່ໃນທົ່ວໂລກ. ໂລກກໍາລັງຢູ່ໃນເສັ້ນທາງທີ່ຈະເພີ່ມກໍາລັງການຜະລິດພະລັງງານທົດແທນໃຫ້ຫລາຍຂ້ຶນໃນອີກຫ້າປີຂ້າງໜ້າ ເຊິ່ງຫລາຍກວ່າທີ່ໄດ້ຕິດຕັ້ງນັບຕັ້ງແຕ່ໂຮງໄຟຟ້າພະລັງງານທົດແທນດ້ານການຄ້າແຫ່ງທໍາອິດໄດ້ຮັບການສ້າງຕັ້ງຂຶ້ນເມື່ອ 100 ປີທີ່ຜ່ານມາ.  

    ໃນປີ 2023, ການນໍາໃຊ້ໝໍ້ໄຟ ເຂົ້າໃນຂະແໜງການພະລັງງານແມ່ນມີຈໍານວນເພີ່ມຂຶ້ນຫລາຍກວ່າ 130% ເພີ່ມຂຶ້ນທັງໝົດ 42 GW ທີ່ສະໜັບສະໜູນໃຫ້ແກ່ລະບົບໄຟຟ້າໃນທົ່ວໂລກ. ນອກຈາກນີ້, ພວກເຮົາຍັງໄດ້ເຫັນເຖິງ ການເພີ່ມຂຶ້ນຢ່າງວ່ອງໄວທາງດ້ານເຕັກໂນໂລຊີຈາກພະລັງງານສະອາດອື່ນໆອີກດ້ວຍ. ໃນປີ 2023, ຍອດຂາຍລົດໄຟຟ້າທົ່ວໂລກແມ່ນມີຈໍານວນເກືອບເຖິງ 14 ລ້ານຄັນ ເຊິ່ງຄິດໄລ່ເປັນ 18% ຂອງຈໍານວນລົດທ່ີຂາຍໄດ້ທັງໝົດ ແລະ ສູງກວ່າ ຈໍານວນທີ່ຂາຍໄດ້ໃນປີ 2022 ເຖີງ 3,5 ລ້ານຄັນ.ການປ່ຽນຜ່ານດັ່ງກ່າວນີ້, ບໍ່ພຽງ ສະເພາະແຕ່ການສົ່ງມອບລົດທີ່ມີລາ ຄາແພງເທ່ົານ້ັນ ແຕ່ມີລົດຈັກ ແລະ ລົດສອງລໍ້ໄຟຟ້າປະມານ 1,3 ລ້ານຄັນ ທີ່ຈໍາໜ່າຍໃນປະເທດອິນເດຍ ແລະ ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ໃນປີ 2023, ໂດຍທີ່ເກືອບໜຶ່ງໃນຫ້າຂອງລົດສາມລໍ້ໄຟຟ້າທີ່ຈໍາໜ່າຍໃນທົ່ວໂລກໃນປີ 2023 ແມ່ນລົດໄຟຟ້າ.ພາຍໃນປີ 2030, ລັດຖະບານ ສປປ ລາວ ໄດ້ກໍານົດເປົ້າໝາຍວ່າຈະນໍາເຂົ້າ ແລະ ຂາຍລົດໄຟຟ້າໃຫ້ໄດ້ 30% ໃນລາວ.  ລົດໄຟຟ້າສາມາດເປັນຄູ່ຮ່ວມມືທີ່ດີເລີດສໍາລັບພະລັງງານທົດແທນ, ໂດຍການກັກເກັບພະລັງງານເມື່ອເວລາທີ່ມີແດດອອກ ຫລື ເມື່ອເວລາທີ່ມີລົມແຮງ ຊຶ່ງເປັນການຫລຸດຜ່ອນ ຄວາມຕ້ອງການເມື່ອເວລາທີ່ມີໄຟຟ້າ ໜ້ອຍລົງ ແລະ ອາດຈະຊ່ວຍຈ່າຍພະ ລັງງານກັບຄືນເມື່ອເວລາທີ່ມີຄວາມ ຈໍາເປັນ.  ສປປ ລາວ ໄດ້ມີການກໍ່ສ້າງໂຄງ ການເຂື່ອນໄຟຟ້າພະລັງງານນໍ້າຫລາຍ ແຫ່ງເປັນທີ່ຮຽບຮ້ອຍ ແລະ ພວມກໍ່ ສ່າງແຫລ່ງພະລັງງານໃໝ່ຄືຟາມກັງ ຫັນລົມມອນສູນໃໝ່ທີ່ມີຂະໜາດ 600 MW ໃນແຂວງເຊກອງ ຊຶ່ງສະແດງໃຫ້ເຫັນເຖິງສິ່ງທີ່ມີຄວາມເປັນໄປໄດ້ສໍາລັບ ສປປ ລາວ, ນອກເໜືອຈາກໄຟຟ້າພະລັງງານນໍ້າທົ່ວໄປແລ້ວ, ໃນຖານະທີ່ເປັນໂຄງການພະລັງງານລົມທີ່ມີຂະໜາດໃຫຍ່ທີ່ສຸດໃນຂົງເຂດພາກພ້ືນອາຊຽນ ເຊ່ິງການດ່ັງພັດທະນາພະລັງງານໄຟຟ້າຈາກລົມໃນແຂວງ ເຊກອງ ນັ້ນໄດ້ຕັ້ງເປົ້າຫມາຍຈະໜອງໄຟຟ້າໃຫ້ບັນດາສະມາຊິກອາຊຽນໂດຍສະເພາະປະເທດຫວຽດນາມ ພວມຕອງພະລັງໄຟຟ້າໃນປະລິມານເພ່ີມຂຶ້ນແບບກ້າວກະໂດດທ່າມກາງນັກລົງທຶນຫັນທິດໄປລົງທຶນໃນຫວຽດນາມ ເພີ່ມຂຶ້ນຢ່າງຫລວງຫລາຍເຊັ່ນ: ກຸ່ມນັກລົງທຶນຈາກອາເມລິກາ, ເອີຣົບ, ຍີ່ປຸ່ນ, ສ ເກົາຫລີ ແລະ ຊາດອື່ນໆ.

ໂດຍ: ເກີດຂວັນໃຈ ມາລີຈັນສີ


KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top