ຜູ້ແທນອົງການ ອອປສ ເຂົ້າຢ້ຽມຂໍ່ານັບຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ສສ ຫວຽດນາມ

22/05/2024 15:49
Email Print 587
ຂປລ ຂປລ. ຕອນບ່າຍວັນທີ 21 ພຶດສະພາ 2024, ຄະນະຜູ້ແທນ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ບຸນທ່ຽງ ວິໄລວົງ ຮັກສາການຫົວໜ້າຫ້ອງການອົງ ການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງຽນ ກວາງຢຸ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງ ຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ລະຫວ່າງ ວັນທີ 20-24 ພຶດສະພາ 2024 ທີ່ ສສ ຫວຽດນາມ.



ຂປລ. ຕອນບ່າຍວັນທີ
21 ພຶດສະພາ 2024, ຄະນະຜູ້ແທນ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ບຸນທ່ຽງ ວິໄລວົງ ຮັກສາການຫົວໜ້າຫ້ອງການອົງ ການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງຽນ ກວາງຢຸ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງ ຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ລະຫວ່າງ ວັນທີ 20-24 ພຶດສະພາ 2024 ທີ່ ສສ ຫວຽດນາມ.

ສະຫາຍ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ກັບການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນ ອົງການໄອຍະການປະຊາຊົນສູງສຸດໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູມຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ມີມູນເຊື້ອມາແຕ່ດົນນານ ໂດຍສະເພາະ ແມ່ນການຮ່ວມມືຮອບດ້ານ ລະຫວ່າງ ສອງອົງການໄອຍະການປະຊາຊົນ ຫວຽດ ນາມ-ລາວ, ລາວ-ຫວຽດນາມ ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.



ໂອກາດນີ້, ສະຫາຍ ບຸນທ່ຽງ ວິໄລວົງ ຕາງໜ້າໃຫ້ຄະນະຜູ້ແທນລາວ ສະແດງຄວາມຂອບໃຈຢ່າງສູງ ຕໍ່ກັບການຕ້ອນຮັບອັນອົບອຸ່ນ, ພ້ອມທັງລາຍງານໃຫ້ຊາບ ຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກງານຮ່ວມກັບຄະນະນໍາຫ້ອງການ
, ຄະນະບັນນາທິ ການຂ່າວສານປົກປ້ອງກົດໝາຍ ແລະ ຄະ ນະບັນນາທິການວາລະສານຂອງ ອົງໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃນບາດກ້າວ ໃໜ່ ແລະ ກໍເປັນຄັ້ງທໍາອິດ ໃນການແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ເຊິ່ງເຫັນວ່າຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ພ້ອມໃຫ້ການສະໜັບສະໜູນຊ່ວຍເຫລືອກັນຕາມຄວາມເໝາະສົມ.

ຂ່າວ: ວົງເດືອນ ສຸພັນທອງ

ພາບ: ແສງພະຈັນ ຄຳມະນີ

KPL

ຂ່າວອື່ນໆ

    • ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ ການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ

      9/5/2024 3:09:30 PM

      ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2024 ຈັດ​ຂຶ້ນ​ໃນວັນທີ 3-4 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາຮອງປະທານ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາ ລັດຖະ ມົນຕີ ແລະ ຮອງລັດຖະມົນຕີ ກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍການເມືອງ

      ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍ

      9/5/2024 3:04:36 PM

      ຂປລ. ໃນລະຫວ່າງວັນທີ 1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກທາງການ ຢູ່ ສະຫະພັນຣັດເຊຍ ​ແລະ ໃນວັນທີ 5 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວ​ທີປຶກສາຫາລື ເສດ​ຖະ​ກິດພາກ​ຕາ​ເວັນ​ອອກ (EEF) 2024 ທີ່ຈັດໂດຍອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ທີ່ນະຄອນວາລາດີວອສຕ໊ອກ

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງ

      9/5/2024 2:25:02 PM

      ຂ​ປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ ແຂວງເຊກອງ, ວັນທີ 4 ກັນຍາ 2024 ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມພະນັກງານການນໍາແຂວງເຊກອງ ໂດຍມີ ສະຫາຍ ເຫລັກ ໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ ແລະ ຫົວໜ້າພະແນກການອອມຂ້າງແຂວງ ໃຫ້ການຕ້ອນຮັບ.

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ

      9/4/2024 5:07:11 PM

      ຂປລ. ໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 3 ກັນຍາ 2024 ຜ່ານມາ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະ ນັກງານຫລັກແຫລ່ງ ພະແນກອຸດສາຫະກໍາ ແລະ ການຄ້າ(ອຄ) ແຂວງ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃຫ້ຄົ້ນຄວ້າ ແລະ ຊອກເງື່ອນໄຂຢ່າງເລິກເຊິ່ງຕໍ່ການນຳເຂົ້າປະເພດສິນຄ້າຕ່າງໆ, ສິ່ງໃດຄວນຫລີກເວັ້ນ ແລະ ສິ່ງໃດຄວນຊຸກຍູ້ສົ່ງເສີມ

    • ແຈ້ງການກະຊວງການຕ່າງປະເທດການເມືອງ

      ແຈ້ງການກະຊວງການຕ່າງປະເທດ

      9/4/2024 5:01:31 PM

      ຂປລ. ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024

ads
ads

Top