ທ່ານ ວາລາດີເມຍ ປູຕິນ ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ຣັດເຊຍ ເປັນສະໄໝທີ 5

07/05/2024 21:56
Email Print 349
ຂປລ ພິທີ ຮັບດຳລົງຕຳແໜ່ງຂອງ ທ່ານ ວາລາດີເມຍ ປູຕິນ(Vladimir Putin),ປະທານາທິບໍດີ ຣັດເຊຍ, ໄດ້ຈັດຂຶ້ນຢູ່ວັງ ເຄຣັມລິນ( Kremlin). ນີ້ແມ່ນພິທີຮັບ ດຳລົງຕຳແໜ່ງ ເປັນປະທານາທິບໍດີ ສະໄໝທີ 5 ຢ່າງເປັນທາງການ

ຂປລ.ວິທະຍຸກະຈາຍສຽງ ແຫ່ງຊາດ ຫວຽດນາມ, ວັນທີ 7 ພຶດສະພານີ້, ພິທີ ຮັບດຳລົງຕຳແໜ່ງຂອງ ທ່ານ ວາລາດີເມຍ ປູຕິນ(Vladimir Putin),ປະທານາທິບໍດີ ຣັດເຊຍ, ໄດ້ຈັດຂຶ້ນຢູ່ວັງ ເຄຣັມລິນ ( Kremlin). ນີ້ແມ່ນພິທີຮັບ ດຳລົງຕຳແໜ່ງ ເປັນປະທານາທິບໍດີ ສະໄໝທີ 5 ຢ່າງເປັນທາງການ ໃນພາລະກິດ ການເມືອງ ຂອງທ່ານ ວາລາດີເມຍ ປູຕິນ,  ໂດຍຊ່ອງໜ້າ ບັນດາສະມາຊິກ ໃນສະພາສູງ, ສະພາຕ່ຳ ສະຫະພັນ ຣັດເຊຍ ແລະ ຜູ້ພິພາກສາ ສານລັດຖະທຳມະນຸນ ຣັດເຊຍ, ທ່ານ ວາລາດີເມຍ ປູຕິນ ໄດ້ປະຕິຍານເຄົາລົບ ແລະ ປົກປ້ອງບັນດາສິດ ແລະ ສິດເສລີ ຂອງມະນຸດ ແລະ ພົນລະເມືອງ, ປະຕິບັດ ແລະ ປົກປ້ອງ ລັດຖະທຳມະນຸນ ສະຫະພັນ ຣັດເຊຍ, ປົກປັກຮັກສາ ອະທິປະໄຕ ແລະ ເອກະລາດ, ຄວາມໝັ້ນຄົງ ແລະ ຜືນແຜ່ນດິນ ອັນຄົບຖ້ວນ ຂອງລັດ, ຈົງຮັກພັກດີ ຮັບໃຊ້ ປະຊາຊົນ. ຫລັງຈາກນັ້ນ, ປະທານສານ ລັດຖະທຳມະນຸນ ສະຫະພັນ ຣັດເຊຍ ໄດ້ປະກາດ ປະທານາທິບໍດີ ໄດ້ຮັບດຳລົງຕຳແໜ່ງ. ກ່ອນໜ້ານັ້ນ, ໃນການເລືອກຕັ້ງ ປະທານາທິບໍດີ ຣັດເຊຍ ຄັ້ງທີ 8, ໄດ້ດຳເນີນແຕ່ວັນທີ 15 – 17 ມີນາ ຜ່ານມາ, ທ່ານ ວາລາດີເມຍ ປູຕິນ ຍາດໄດ້ໄຊຊະນະ ຢ່າງຂາດຂັ້ນ ນັບແຕ່ການເລືອກຕັ້ງ ຮອບທຳອິດ, ດ້ວຍຈຳນວນ ຫລາຍກວ່າ 87% ຂອງບັດສະໜັບ ສະໜູນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top