ປະຊາຊົນ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ

07/05/2024 21:30
Email Print 269
ຂປລ ປະຊາຊົນ ນັບຮ້ອຍຄົນ ໄດ້ຢືນລຽນແຖວ ຢູ່ສອງຟາກທາງ ໃນຖະໜົນ ສາຍຕົ້ນຕໍ ຢູ່ນະຄອນ ດ້ຽນບຽນຝູ ເພື່ອຕ້ອນຮັບ ແລະ ຊົມກ້ອນກຳລັງ ເດີນຂະບວນ, ສວນສະໜາມ ດ້ວຍຂອບ ຂະໜາດໃຫຍ່ ເພື່ອສະເຫລີມສະຫລອງ 70 ປີ ແຫ່ງໄຊຊະນະ ດ້ຽນບຽນຝູ.
    ຂປລ. ສຳນັກ​ຂ່າວ ວິທະຍຸ ກະຈາຍສຽງ​ແຫ່ງ​ຊາດ ຫວຽດນາມ, ວັນທີ 7 ພຶດສະພາ, ປະຊາຊົນ ນັບຮ້ອຍຄົນ ໄດ້ຢືນລຽນແຖວ ຢູ່ສອງຟາກທາງ ໃນຖະໜົນ ສາຍຕົ້ນຕໍ ຢູ່ນະຄອນ ດ້ຽນ ບຽນຝູ ເພື່ອຕ້ອນຮັບ ແລະ ຊົມກ້ອນກຳລັງ ເດີນຂະບວນ, ສວນສະໜາມ ດ້ວຍຂອບ ຂະໜາດໃຫຍ່ ເພື່ອສະເຫລີມສະຫລອງ 70 ປີ ແຫ່ງໄຊຊະນະ ດ້ຽນບຽນຝູ. ພິທີສະເຫລີມ ສະຫລອງ ດັ່ງກ່າວ ໄດ້ຈັດຂື້ນ ດ້ວຍຂະໜາດໃຫຍ່ .

ປັດຈຸບັນ ດ້ຽນບຽນ ຝູ ໄດ້ກາຍເປັນ ສະຖານທີ່ ປະທັບໃຈ ແລະ ມີຫລາຍສິ່ງໃໝ່ໆເກີດຂຶ້ນ. ປະຊາຊົນ ຫວຽດນາມ ໄດ້ເອົາໃຈໃສ່ ເຖິງມູມມອງ ຄວາມຊົງຈຳ ທີ່ ປະທັບໃຈ ໃຫ້ແກ່ ປະຊາຊົນ​ທັງ​ປວງ ໂດຍເຫັນ ປະຈັກຕາ ຫວຽດນາມ ພວມບືນຕົວຂຶ້ນ ເພື່ອໃຫ້ປະຊາຊົນ ມີຊີວິດ ອິ່ມໜຳສຳລານ ສົມບູນພູນສຸກ./.

 

KPL

ຂ່າວອື່ນໆ

ads
ads

Top