ງານກິລາແຂ່ງຂັນລົດຖີບກັບຄືນດ້ຽນບຽນຝູ 2024 ໄດ້ສິ້ນສຸດລົງ

07/05/2024 21:24
Email Print 285
ຂປລ ການແຂ່ງຂັນ ລົດຖີບ “ກັບຄືນດ້ຽນບຽນຝູ-2024, ຊິງຂັນໜັງສືພິມ ກອງທັບ ປະຊາຊົນ ຫວຽດນາມ ປີ 2024 ໄດ້ຈັດຂຶ້ນ ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (07/05/1954 - 07/05/2024). ດ້ວຍໄລຍະທາງ ການແຂ່ງຂັນຍາວ 525 ກິໂລແມັດ ຈາກ ນະຄອນຫລວງ ຮ່າໂນ້ຍ ໄປຮອດ ນະຄອນ ດ້ຽນບຽນຝູ

ຂປລ.ສຳນັກ​ຂ່າວ ວິທະຍຸ​ກະຈາຍສຽງ​ ແຫ່ງ​ຊາດ ຫວຽດນາມ, ເມື່ອບໍ່ດົນມານີ້, ການແຂ່ງຂັນ ລົດຖີບກັບຄືນດ້ຽນບຽນຝູ-2024, ຊິງຂັນໜັງສືພິມ ກອງທັບ ປະຊາຊົນ ຫວຽດນາມ ປີ 2024 ໄດ້ຈັດຂຶ້ນ ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (07/05/1954 - 07/05/2024). ດ້ວຍໄລຍະທາງ ການແຂ່ງຂັນຍາວ 525 ກິ​ໂລ​ແມັດ ຈາກ ນະຄອນຫລວງ ຮ່າໂນ້ຍ ໄປຮອດ ນະຄອນ ດ້ຽນບຽນຝູ, ດ້ວຍ 5 ໄລຍະທາງ ການແຂ່ງຂັນ ທີ່ແກ່ຍາວ ​ເລີ່​ມແຕ່ ວັນທີ 1-5 ພຶດສະພາ ຈຶ່ງອັດລົງ. ດ້ວຍໄຊຊະນະເປັນຂອງ ທ່ານຟ້າມເລຊວັນລົກ ອາຍຸ 19 ປີ ຂອງ ທີມກອງທັບເຂດ 7.

          ໂດຍທ່ານ ດວ່ານຊວັນໂບ້ ຫົວໜ້າ ບັນນາ ທິການ ໜັງສືພິມກອງທັບ ປະຊາຊົນ ຫວຽດນາມ ກ່າວ​ວ່າ​: ການແຂ່ງຂັນ ໄດ້ດຳເນີນ ໄປຢ່າງຈົບງາມ ເມື່ອໄດ້ຮັບ ກຳລັງໃຈ ຢ່າງລົ້ນເຫຼືອ ຈາກປະຊາຊົນ ບັນດາແຂວງ ທາງທິດຕາເວັນຕົກ ສ່ຽງເໜືອ ໃນລະຫວ່າງ ຄະນະ ນັກແຂ່ງຂັນຖີບລົດ ໄປຜ່ານ, ປຸກລະດົມ ຄວາມເອກອ້າງ ທະນົງໃຈ ແລະ ຄຳນຶງເຖິງ ຂະບວນລົດຖີບ, ລຳລຽງສະບຽງ ອາຫານ ວິລະຊົນ ທີ່ໄດ້ເຂົ້າຮ່ວມ ບັ້ນຮົບ ປະຫວັດສາດ ດ້ຽນບຽນຝູ ກ່ອນນີ້ 70 ປີ.  ການແຂ່ງຂັນ ກໍໄດ້ຮັບການ ສະໜັບສະໜູນ ຈາກຫລາຍວິສາຫະກິດ, ສະນັ້ນ ກໍ່ໄດ້ສ້າງເປັນ ກອງທຶນທີ່ມີມູນຄ່າກວ່າ 10 ຕື້ດົ່ງ (400.000​ໂດລາສະຫະລັດ) ເພື່ອແນໃສ່ ປະກອບສ່ວນເຂົ້າ ໃນການເຄື່ອນໄຫວ ສັງຄົມ ເຂດທາງທິດຕາເວັນຕົກ ພາກເໜືອ./

 

KPL

ຂ່າວອື່ນໆ

ads
ads

Top