ສປຈີນ ຈະມີບົດບາດຫລາຍທີ່ສຸດ ຕໍ່ເສດຖະກິດໂລກ

07/05/2024 13:01
Email Print 314
ຂປລ ໃນອີກ 5 ປີຕໍ່ໜ້າ ສປຈີນ ຈະເປັນຜູ້ ມີບົດບາດ ຂະໜາດໃຫຍ່ ທີ່ສຸດ ຂອງ ການເຕີບໂຕ ເສດຖະກິດໂລກ , ໂດຍມີ ອັດຕາສ່ວນ ຫລາຍກວ່າ ຂອງ ປະເທດ ກຸ່ມຈີ-7.

ຂປລ. ສຳນັກຂ່າວບລູມເບີຣກ ໂດຍອ້າງອິງຂໍ້ມູນ ຈາກ ການຄາດຄະເນ ຂອງ ກອງທຶນ ເງິນຕາ ສາກົນ (ໄອເອັມເອຟ) ວ່າ: ໃນອີກ 5 ປີຕໍ່ໜ້າ ສປຈີນ ຈະເປັນຜູ້ ມີບົດບາດ ຂະໜາດໃຫຍ່ ທີ່ສຸດ ຂອງ ການເຕີບໂຕ ເສດຖະກິດໂລກ , ໂດຍມີ ອັດຕາສ່ວນ ຫລາຍກວ່າ ຂອງ ປະເທດ ກຸ່ມຈີ-7. ໃນໄລຍະ 5 ປີຕໍ່ໜ້າ 75% ຂອງ ການເຕີບໂຕ ຂອງເສດຖະກິດໂລກ ຈະລວມກັນ ຢູ່ໃນ 20 ປະເທດ , ໃນຂະນະດຽວກັນ ຫລາຍກວ່າ ເຄິ່ງໜຶ່ງ ຈະລວມກັນ ຢູ່ໃນ 4 ປະເທດ ອັນດັບ ທຳອິດ ໄດ້ແກ່: ຈີນ, ອິນເດຍ, ສ.ອາເມລິກາ ແລະ ອິນໂດເນເຊຍ.

ໃນລະຫວ່າງ ປີ 2024-2029,  ຈີນ ຈະຄອງອັດຕາສ່ວນ 21% ຂອງ ການເຄື່ອນໄຫວ ທາງເສດຖະກິດໂລກ, ໄອເອັມເອຟ ຈະປັບປຸງ ການເຕີບໂຕ ຂອງ ເສດຖະກິດໂລກ ໃຫ້ເພີ່ມຂື້ນ ເປັນ 3,2% , ຊຶ່ງເປັນຕົວເລກ ເພີ່ມຂື້ນຫລາຍກວ່າ ທີ່ກຳນົດໄວ້ ໃນເດືອນມັງກອນ./.

KPL

ຂ່າວອື່ນໆ

ads
ads

Top