ນວ ເລັ່ງປັບປຸງເສັ້ນທາງ ຕ້ອນຮັບກອງປະຊຸມອາຊຽນ

29/04/2024 14:45
Email Print 211
ຂປລ ຂປລ. ເສັ້ນທາງຫລາຍເສັ້ນໃນນະຄອນຫລວງວຽງຈັນ (ນວ) ກຳລັງໄດ້ຮັບການປັບປຸງແກ້ໄຂຄືນໃໝ່ ເພື່ອຍົກລະດັບການສັນຈອນ ໃຫ້ມີຄວາມສະດວກສະບາຍຂຶ້ນ ເນື່ອງຈາກຊົມໃຊ້ມາດົນເຮັດໃຫ້ເປ່ເພ. ຂະນະ​ທີ່ວັນທີ 27 ເມສາ 2024 ຜ່ານມາ ໂຄງການທີ 1 ໄດ້ປູຢາງຂົ້ວທັບໜ້າທາງເກົ່າແຕ່ ໄຟອຳນາດອາກາດ ຫາໄຟອຳນາດສີໄຄ.



ຂປລ. ເສັ້ນທາງຫລາຍເສັ້ນໃນນະຄອນຫລວງວຽງຈັນ (ນວ) ກຳລັງໄດ້ຮັບການປັບປຸງແກ້ໄຂຄືນໃໝ່ ເພື່ອຍົກລະດັບການສັນຈອນ ໃຫ້ມີຄວາມສະດວກສະບາຍຂຶ້ນ ເນື່ອງຈາກຊົມໃຊ້ມາດົນເຮັດໃຫ້ເປ່ເພ. ຂະນະ​ທີ່ວັນທີ
27 ເມສາ 2024 ຜ່ານມາ ໂຄງການທີ 1 ໄດ້ປູຢາງຂົ້ວທັບໜ້າທາງເກົ່າແຕ່ ໄຟອຳນາດອາກາດ ຫາໄຟອຳນາດສີໄຄ.

 


ທ່ານ ອຳຄາ ວົງພະຈັນ ຫົວໜ້າຂະແໜງຂົວທາງ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນ ຫລວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ
28 ເມສາ 2024 ຜ່ານມາ ນີ້ວ່າ: ນວ ໄດ້ມີການວາງແຜນປັບປຸງ ເສັ້ນທາງຫລາຍເສັ້ນ ແນໃສ່ເພື່ອຍົກລະດັບການສັນຈອນ ໃຫ້ມີຄວາມສະດວກສະບາຍ ເພື່ອຕ້ອນຮັບກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນທ້າຍປີນີ້. ຍ້ອນການຊົມໃຊ້ມາດົນ ຈຶ່ງເຮັດໃຫ້ເສັ້ນທາງມີການເປ່ເພ ​ໂດຍອີງໃສ່ທິດຊີ້ນຳຂອງ ນວ ຈຶ່ງໄດ້ມີການຄົ້ນຄວ້າອະນຸມັດບັນດາໂຄງການ ໂດຍມອບໃຫ້ພະແນກ ຍທຂ ຈັດຕັ້ງປະຕິບັດ. ມາຮອດປັດຈຸ ບັນ, ພະແນກ ຍທຂ ໄດ້ເຊັນສັນຍາກັບບໍລິສັດຜູ້ຮັບເໝົາ ເພື່ອຈັດຕັ້ງປະຕິບັດໃຫ້ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ​ເຊິ່ງໂຄງການທີ່​ອະນຸມັດ​ມີ 19 ໂຄງການ. ໃນນີ້, ມີວຽກປູຢາງຂົ້ວທັບໜ້າ ທາງຈຳນວນ 11 ເສັ້ນ, ວຽກປູຄອນກຣີດເກັບເສັ້ນທາງ, ວຽກຕີເສັ້ນ, ແຕ້ມເສັ້ນຈະລາຈອນປ້າຍຂ້າມທາງ. ໃນນັ້ນ, ໂຄງການທີ 1 ກຳລັງຈັດຕັ້ງປະຕິບັດຄື ໂຄງການຢາງຂົ້ວທັບໜ້າ ທາງແຕ່ໄຟອຳນາດອາກາດ ຫາໄຟອຳນາດສີໄຄ ມີລວງຍາວ 1,6 ກິໂລແມັດ ແລະ ໂຄງການອື່ນໆທີ່ນອນຢູ່ໃນແຜນ ຈະເລີ່ມລົງມືຈັດຕັ້ງປະຕິບັດ ໃຫ້ສຳເລັດໂດຍໄວ, ການຈັດຕັ້ງປະຕິບັດເລີ່ມແຕ່ວັນທີ 27 ເມສາເປັນຕົ້ນມາ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ລົດ, ໃຊ້ຖະໜົນໃຫ້ເພີ່ມສະຕິມີ ຄວາມລະມັດລະວັງໃນການສັນຈອນ ໄປມາໃນໄລຍະການປັບປຸງ ສ້າງເສັ້ນທາງດັ່ງກ່າວ.   



ຂ່າວ-ພາບ: ໜັງສືພິມປະຊາຊົນ

KPL

ຂ່າວອື່ນໆ

ads
ads

Top