ມົງໂກລີ ຕັ້ງໂຄງການຫລຸດຜົນກະທົບ ຂະແໜງການລ້ຽງສັດ

29/04/2024 17:59
Email Print 237
ຂປລ ມົງໂກລີ ໄດ້ເປີດໂຕ ໂຄງການ ລະດັບຊາດ ເພື່ອຫລຸດຜ່ອນ ຜົນກະທົບ ຈາກ ການປ່ຽນແປງ ສະພາບອາກາດ ໃນພາກພື້ນ ທີ່ໄດ້ຮັບ ຜົນກະທົບ ຕໍ່ການລ້ຽງສັດ ແບບທຳມະຊາດ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ມົງໂກລີ ໄດ້ເປີດໂຕ ໂຄງການ ລະດັບຊາດ ເພື່ອຫລຸດຜ່ອນ ຜົນກະທົບ ຈາກ ການປ່ຽນແປງ ສະພາບອາກາດ ໃນພາກພື້ນ ທີ່ໄດ້ຮັບ ຜົນກະທົບ ຕໍ່ການລ້ຽງສັດ ແບບທຳມະຊາດ.

ພາຍໃຕ້ ກອບກິດຈະກຳ ຂອງ ໂຄງການ ໂດຍເບື້ອງຕົ້ນ ມີຊື່ວ່າສະຫະກອນ - ຜູ້ລ້ຽງສັດໝັ້ນຄົງ ແບບ

ໃໝ່ຊຶ່ງ ລັດຖະບານ ຄາດວ່າ ຈະດຳເນີນ ມາດຕະການຕ່າງໆ ເພື່ອປັບປຸງ ຄວາມເປັນຢູ່ ຂອງ ຄອບຄົວ ຜູ້ລ້ຽງສັດ ຜ່ານສະຫະກອນ ແລະ ເພີ່ມມູນຄ່າ ຂອງ ວັດຖຸດີບ ແລະ ຜະລິດຕະພັນ ທີ່ໄດ້ຈາກສັດ. ໂດຍຕົວແທນ ຜູ້ລ້ຽງສັດ ແລະ ສະຫະກອນ ຫລາຍກວ່າ 3.100 ຄົນທົ່ວປະເທດ ມົງໂກລີ ເຂົ້າຮ່ວມ ໃນພິທີເປີດຕົວ ໂຄງການດັ່ງກ່າວ ເພື່ອແລກປ່ຽນ ຄວາມຄິດຂອງຕົນ ຕໍ່ສະຖານະການ ປັດຈຸບັນ ແລະ ອະນາຄົດ ຂອງ ການລ້ຽງສັດ ແບບທຳມະຊາດ ລວມເຖິງ ຄວາມຄິດເຫັນ ຕໍ່ມາດຕະການຕ່າງໆ ທີ່ຈະດຳເນີນ ພາຍໃຕ້ໂຄງການນີ້. ສະພາບອາກາດ ໜາວຢ່າງຮຸນແຮງ ເຮັດໃຫ້ ການສັດລ້ຽງ ທົ່ວປະເທດ ມີຜູ້ເສຍຊີວິດ ຫລາຍກວ່າ 7,1 ລ້ານໂຕ ເມື່ອປີກາຍນີ້./.

KPL

ຂ່າວອື່ນໆ

ads
ads

Top