ຮອງປະທານກຳມາທິການບັນດາເຜົ່າ ລົງກວດກາ ວຽກພັດທະນາຊົນນະບົດ ແກ້ໄຂ້ຄວາມທຸກຍາກຢູ່ໄຊຍະບູລີ

02/05/2024 14:16
Email Print 363
ຂປລ ຂປລ. ເມື່ອບໍ່​ດົນມານີ້, ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ ຮອງປະທານກຳມາທິການບັນດາເຜົ່າ ສະພາແຫ່ງຊາດພ້ອມຄະນະ ລົງຕິດຕາມກວດກາ ວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກ ແລະ ວຽກງານ 3 ສ້າງ ຂອງປະຊາຊົນບັນດາເຜົ່າຢູ່ ແຂວງໄຊຍະບູລີ

ຂປລ. ເມື່ອບໍ່​ດົນມານີ້, ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ ຮອງປະທານກຳມາທິການບັນດາເຜົ່າ ສະພາແຫ່ງຊາດພ້ອມຄະນະ ລົງຕິດຕາມກວດກາ ວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກ ແລະ ວຽກງານ 3 ສ້າງ ຂອງປະຊາຊົນບັນດາເຜົ່າຢູ່ ແຂວງໄຊຍະບູລີ ໂດຍໄດ້ຮັບຟັງການລາຍງານຈາກ ທ່ານ ນາງ ວິລະພອນ ທອງພິມ ຮອງປະທານສະພາປະຊາຊົນແຂວງ ໃນການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວແຂວງ (2016-2021) ແລະ ທິດທາງຮອດປີ 2025.

ທ່ານ ນາງ ວິລະພອນ ທອງພິມ ​ໄດ້​ໃຫ້​ຮູ້ວ່າ: ແຂວງໄຊຍະບູລີ ປະກອບມີ 11 ເມືອງ, 430 ບ້ານ ແລະ ມີຫລາຍກວ່າ 80 ພັນຄອບຄົວ, ມີປະຊາກອນຫລາຍກວ່າ 4 ແສນຄົນ, ຍິງເກືອບ 2 ແສນ ຄົນ, ປະກອບດ້ວຍ 8 ເຜົ່າຄື: ເຜົ່າລາວ, ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າລື້, ເຜົ່າໄປລ່, ເຜົ່າຍວນ, ເຜົ່າອີວມຽນ, ເຜົ່າໄທດຳ, ຄວາມໜາແໜ້ນຂອງຜົນລະເມືອງສະເລ່ຍ 25 ຄົນຕໍ່ກິໂລຕາແມັດ, ແຕ່ລະເຜົ່າແມ່ນມີຄວາມເຊື່ອຖືແຕກຕ່າງກັນ. ​ໃນ​ນັ້ນ, ເຊື່ອຖືສາສະໝາພຸດ 70%, ເຊື່ອຖືບັນພະບູລຸດ 27% ແລະ ສາສະໜາເຢຊູຄລິສ 0,97%. ທົ່ວແຂວງ ແມ່ນມີທ່າແຮງບົ່ງຊ້ອນຫລາຍດ້ານທີ່ເປັນເງື່ອນໄຂຕໍ່ການພັດ ທະນາເສດຖະກິດ-ສັງຄົມ ເປັນຕົ້ນ ຂົວຂ້າມນ້ຳຂອງ 3 ແຫ່ງ, ເຂື່ອນໄຟຟ້າຂະໜາດໃຫຍ່ 2 ແຫ່ງ, ຂະ  ໜາດກາງ 1 ແຫ່ງ, ມີດ່ານສາກົນ 4 ແຫ່ງ, ມີແຫລ່ງທ່ອງທ່ຽວ ທຳມະຊາດຫລາຍແຫ່ງ ທີ່ໄດ້ຮັບການພັດທະນາ ແລະ ມີວັດທະນະທຳທີ່ເປັນເອກະລັກ ເທສະການບຸນຊ້າງ ແລະ ບຸນປະເພນີຂອງແຕ່ລະເຜົ່າ ແຕ່ລະທ້ອງຖິ່ນ; ປະຊາຊົນບັນດາເຜົ່າ ມີມູນເຊື້ອດຸໝັ່ນໃນການທຳ ການຜະລິດກະສິກຳເປັນສິນຄ້າ ນັບມືເພີ່ມຂຶ້ນສະເລ່ຍ 4,9% ຕໍ່ປີ, ລາຍຮັບສະເລ່ຍຜູ້ໜຶ່ງໄດ້ຫລາຍກວ່າ 1.700 ໂດລາສະຫະລັດຕໍ່ຄົນຕໍ່ປີ.

ໃນໄລຍະຜ່ານມາ, ທຸກພາກສ່ວນກ່ຽວຂ້ອງ ໄດ້ເອົາໃຈໃສ່ຕໍ່ວຽກງານຂອງຕົນ ທີ່ຕິດພັນກັບວຽກງານພັດ ທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງຂອງປະຊາຊົນ ອັນໄດ້ເຮັດໃຫ້ຄວາມທຸກຍາກ ຂອງປະຊາຊົນ ໄດ້ຫລຸດລົງເທື່ອລະກ້າວ ເຊິ່ງສະແດງໃຫ້ເຫັນທົ່ວແຂວງ ຍັງເຫລືອຄອບຄົວບໍ່ທັນພົ້ນທຸກປະມານ 30 ພັນຄອບຄົວ, ບ້ານບໍ່ທັນພົ້ນທຸກ 115 ບ້ານ, ເມືອງບໍ່ພົ້ນທຸກ 3 ເມືອງຄື: ເມືອງໄຊຍະບູລີ, ຊຽງຮ່ອນ ແລະ ເມືອງໄຊສະຖານ. ສຳລັບທິດທາງອັນໃກ້ນີ້, ຈະເລັ່ງຊຸກຍູ້ທຸກພາກສ່ວນສູ້ຊົນ ແກ້ໄຂຄອບຄົວທຸກຍາກໃຫ້ໄດ້ 732 ຄອບຄົວ, ສ້າງບ້ານພົ້ນທຸກໃຫ້ໄດ້ 8 ບ້ານ, ບ້ານພັດທະນາ 30 ບ້ານ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ສ້າງເມືອງພົ້ນທຸກໃຫ້ໄດ້ 1 ເມືອງ.

​ໂອກາດ​ນີ້, ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ ໄດ້ເນັ້ນໃຫ້ສະພາປະຊາຊົນແຂວງ ເອົາໃຈໃສ່ປະຕິບັດວຽກງານ ຂອງສະພາປະຊາຊົນແຂວງ ຕາມພາລະບົດບາດໃນນາມ ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ ໂດຍສະເພາະ ແມ່ນເອົາໃຈໃສ່ດ້ານນິຕິກຳ, ດ້ານການຕົກລົງບັນຫາພື້ນຖານທ້ອງຖິ່ນ, ດ້ານຕິດຕາມກວດກາ. ຂະນະທີ່ການຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຕ້ອງເອົາໃຈໃສ່ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າແກ້ໄຂຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນຕາມສິດ ແລະ ໜ້າທີ່ຄວາມຮັບພິຊອບ ເພື່ອຮັບປະກັນຄວາມສອດຄ່ອງກັບກົດໝາຍ ແລະ ຖືກຕ້ອງກັບເງື່ອນໄຂຕົວຈິງ ໄປພ້ອມໆກັບການສົ່ງເສີມທົ່ວສັງຄົມ ຮັກສາສະຖຽນລະພາບ ທາງດ້ານການເມືອງ, ຄວາມເປັນລະບຽບ ຮຽບຮ້ອຍຕາມສາຍແດນ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຂອງສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ, ຂີ້ລັກງັດແງະ, ຂ້າເຈົ້າເອົາຂອງ, ການເຄື່ອນ ໄຫວສາສະໜາ ແລະ ອື່ນໆ.
KPL

ຂ່າວອື່ນໆ

ads
ads

Top