ກິດຈະການສ້າງສາປະເທດຊາດ ມີການປະກອບສ່ວນບັນດານັກຮົບເກົ່າດ້ຽນບຽນຝູ

24/04/2024 09:54
Email Print 197
ຂປລ ເນື່ອງໃນໂອກາດ ສະເຫລີມ ສະຫລອງ 70 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ໃນວັນທີ 23 ເມສານີ້, ຢູ່ຮ່າໂນ້ຍ, ຄະນະການນຳພັກ-ລັດ ໄດ້ພົບປະກັບ ຜູ້ຕາງໜ້າ ນັກຮົບເກົ່າ, ອະດີດ ຊາວໜຸ່ມ ຕະລຸມບອນ ຈຳນວນ 300 ຄົນ ໄດ້ເຂົ້າຮ່ວມ ບັ້ນຮົບ ດ້ຽນບຽນຝູ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເນື່ອງໃນໂອກາດ ສະເຫລີມ ສະຫລອງ 70 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ໃນວັນທີ 23 ເມສານີ້, ຢູ່ຮ່າໂນ້ຍ, ຄະນະການນຳພັກ-ລັດ ໄດ້ພົບປະກັບ ຜູ້ຕາງໜ້າ ນັກຮົບເກົ່າ, ອະດີດ ຊາວໜຸ່ມ ຕະລຸມບອນ ຈຳນວນ 300 ຄົນ ໄດ້ເຂົ້າຮ່ວມ ບັ້ນຮົບ ດ້ຽນບຽນຝູ. ໃນໂອກາດນີ້  ທ່ານ ນາງ ເຈືອງທິມາຍ, ຫົວໜ້າ ຄະນະຈັດຕັ້ງ ສູນກາງພັກ ຢັ້ງຢືນວ່າ: ການສະເຫລີມ ສະຫລອງ 70 ປີ ແຫ່ງວັນ ໄຊຊະນະ ດ້ຽນບຽນຝູ ແມ່ນໂອກາ ເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນ ສືບຕໍ່ ເສີມຂະຫຍາຍ ມູນເຊື້ອ ປະຕິວັດ, ນ້ຳໃຈຮັກຊາດ, ຄວາມເອກອ້າງ ທະນົງໃຈ ແລະ ນ້ຳໃຈ ມະຫາສາມັກຄີ ທົ່ວປວງຊົນ ທັງຊາດ. ນອກນີ້ ຍັງໄດ້  ເນັ້ນໜັກ ພາລະກິດ ແຫ່ງການສ້າງສາ ປະເທດຊາດ ໃນທຸກວັນນີ້, ມີການປະກອບສ່ວນ ຂອງບັນດາ ນັກຮົບເກົ່າ ໃນເມື່ອກ່ອນ ຕະຫລອດ ໄລຍະກ່ວາ 40 ປີ ແຫ່ງການປ່ຽນແປງໃໝ່ ປະເທດຊາດ, ພາຍໃຕ້ ການນຳພາ ຂອງພັກ, ສສ ຫວຽດນາມ ບັນລຸໄດ້ ຫລາຍຜົນງານ ອັນໃຫຍ່ຫລວງ, ມີຄວາມໝາຍ ປະຫວັດສາດ ກ່ຽວກັບ ເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ, ການຕ່າງປະເທດ, ການກໍ່ສ້າງພັກ ແລະ ລະບົບ ການເມືອງ. ໃນບັນດາ ຜົນງານລວມນັ້ນ, ສະມາຄົມ ນັກຮົບເກົ່າ, ອະດີດ ຊາວໜຸ່ມ ປະຈັນບານ ທຸກຂັ້ນຍາມໃດ ກໍ່ມານະ ພະຍາຍາມ ເປັນແບບຢ່າງທີ່ດີ, ຕັ້ງໜ້າເຂົ້າຮ່ວມ, ບັນດາ ຂະບວນການ ນັກຮົບເກົ່າ ແບບຢ່າງ, ອະດີດ ຊາວໜຸ່ມ ປະຈັນບານ ເປັນແບບຢ່າງ, ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນປະທານ ໂຮ່ຈີມິນ ແລະ ເຊື່ອໝັ້ນ ຢ່າງເລິກເຊິ່ງວ່າ: ກຳລັງນັກຮົບເກົ່າ, ອະດີດຊາວໜຸ່ມ ປະຈັນບານ ຈະສືບຕໍ່ ປະກອບສ່ວນ ເໝາະສົມ ໃຫ້ແກ່ ພາລະກິດ ແຫ່ງການສ້າງສາ ແລະ ປົກປັກຮັກສາ ປະເທດຊາດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top