ສສ ຫວຽດນາມ ນອນໃນກຸ່ມແຖວໜ້າອາຊີ ກ່ຽວກັບການລົງທຶນພື້ນຖານໂຄງລ່າງ

19/04/2024 14:51
Email Print 560
ຂປລ ໃນຂອບເຂດ “ສັບປະດາ ຍືນຍົງ” ລະຫວ່າງ 15 – 19 ເມສານີ້ ຢູ່ນິວຢອກ ຂອງ ສ.ອາເມລິກາ, ສະມັດຊາໃຫຍ່ ສປຊ ໄດ້ຈັດວາລະປຶກສາຫາລື ຂັ້ນສູງກ່ຽວກັບ ການຊຸກຍູ້ ການພັດທະນາ ແບບຍືນຍົງ ຜ່ານການເຊື່ອມຕໍ່ ພື້ນຖານໂຄງລ່າງ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ໃນຂອບເຂດ ສັບປະດາ ຍືນຍົງ ລະຫວ່າງ 15 – 19 ເມສານີ້ ຢູ່ນິວຢອກ ຂອງ ສ.ອາເມລິກາ, ສະມັດຊາໃຫຍ່ ສປຊ ໄດ້ຈັດວາລະປຶກສາຫາລື ຂັ້ນສູງກ່ຽວກັບ ການຊຸກຍູ້ ການພັດທະນາ ແບບຍືນຍົງ ຜ່ານການເຊື່ອມຕໍ່ ພື້ນຖານໂຄງລ່າງ. ໃນໂອກາດນີ້ ທ່ານ ດັັ້ງຮ່ວາງຢາງ, ເອກອັກ ຄະລັດຖະທູດ, ຫົວໜ້າຄະນະ ຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ: ການຊຸກຍູ້ ການເຊື່ອມຕໍ່ ລະຫວ່າງ ບັນດາປະເທດ ແມ່ນມີຄວາມຈຳເປັນ ເພື່ອພັດທະນາ ເສດຖະກິດ, ສ້າງວຽກເຮັດງານທຳ, ຮັບປະກັນປະສິດທິຜົນ ຂອງລະບົບສະໜອງ ແລະ ເພີ່ມທະວີ ຄວາມຍືນຍົງ. ການສ້າງລະບົບພື້ນຖານ ໂຄງລ່າງ ທັນສະໄໝ ແລະ ຄົບຊຸດແມ່ນໜຶ່ງ ໃນ ສາມບຸກທະລຸ ຍຸດທະສາດຂອງ ລັດຖະບານ ຫວຽດນາມ ເພື່ອພັດທະນາ ແບບຍືນຍົງ. ສສ ຫວຽດນາມ ແມ່ນໜຶ່ງ ໃນບັນດາປະເທດ ແຖວໜ້າ ອາຊີ ກ່ຽວກັບການລົງທຶນ ໃຫ້ແກ່ ພື້ນຖານໂຄງລ່າງ, ຫວຽດນາມ ໄດ້ສະຫງວນ 5,7% ຍອດຜະລິດຕະພັນພາຍໃນປະເທດ (GDP) ໃຫ້ແກ່ບັນດາໂຄງການໃນຂົງເຂດນີ້. ພ້ອມກັນນັ້ນ,ສສ ຫວຽດນາມ ກໍ່ສືບຕໍ່ ພັດທະນາ ການເຊື່ອມຕໍ່ພື້ນຖານໂຄງລ່າງ ກັບບັນດາປະເທດ ບ້ານໃກ້ເຮືອນຄຽງ, ໃນນັ້ນມີລາວ, ຜ່ານນັ້ນກໍ່ຊຸກຍູ້ ການເຊື່ອມ ຕໍ່ພາກພື້ນ ແລະ ລະຫວ່າງ ພາກພື້ນ. ລັດຖະບານ ຫວຽດນາມ ສືບຕໍ່ໃຫ້ບຸລິມະສິດພັດທະນາພື້ນຖານໂຄງລ່າງແບບຍືນຍົງຜ່ານການລົງທຶນ ເຂົ້າຂົງເຂດພະລັງງານທົດແທນ, ລະບົບຄົມມະນາຄົມສີຂຽວ, ກໍ່ຄືການສົ່ງເສີມການຜະລິດ ແລະ ນຳໃຊ້ບັນດາພາຫະນະສາທາລະນະ ແລ່ນດ້ວຍໄຟຟ້າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top