60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດ

08/04/2024 11:28
Email Print 1124
ຂປລ ຕະຫລອດໄລຍະ 69 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະຕິວັດລາວ ແມ່ນມີບົດບາດສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກໄຊຊະນະຂອງການປະຕິວັດຊາດ ເພາະຊາວໜຸ່ມແມ່ນກໍາລັງແຂນຂວາຂອງຂອງພັກ, ເປັນກະດູກສັນຫລັງຂອງຊາດ ທີ່ເຕັມໄປດ້ວຍມູນເຊື້ອນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີ ຄວາມເສຍສະຫລະອັນສູງສົ່ງໃນການປະກອບສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການປະຕິວັດປະຊາທິປະໄຕ.

    *ຕະຫລອດໄລຍະ 69 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະຕິວັດລາວ ແມ່ນມີບົດບາດສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກໄຊຊະນະຂອງການປະຕິວັດຊາດ ເພາະຊາວໜຸ່ມແມ່ນກໍາລັງແຂນຂວາຂອງຂອງພັກ, ເປັນກະດູກສັນຫລັງຂອງຊາດ ທີ່ເຕັມໄປດ້ວຍມູນເຊື້ອນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີຄວາມເສຍສະຫລະອັນສູງສົ່ງໃນການປະກອບສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການປະຕິວັດ ປະຊາທິປະໄຕ.

    ນອກນັ້ນ, ຍັງໄດ້ອອກແຮງແຂ່ງຂັນປະກອບສ່ວນ ໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ປະກອບສ່ວນອັນສໍາຄັນໃນພາລະກິດສ້າງສາປະເທດຊາດຢ່າງສະຫງ່າຜ່າເຜີຍ. ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜານນາມໃຫ້ຊາວໜຸ່ມວ່າ: ເປັນ ແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທີ່ຈົ່ງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດໄດ້ຮັບການຜັນຂະຫຍາຍເປັນການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວເດີນຕາມເສັ້ນທາງສັງຄົມນິຍົມ. ຕະຫລອດໄລຍະ 69 ປີ ແຫ່ງ ການເຕີບໃຫຍ່ຂະຫຍາຍຕົວຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ, ພັກໄດ້ສ້າງຕັ້ງອົງການຊາວໜຸ່ມຕະລຸມບອນຂຶ້ນ ວັນທີ 14 ເມສາ 1955 ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການປະຕິວັດ, ໃນມະຕິ ຄັ້ງທີ 4 ສະໄໝທີ I ຂອງພັກ ໄດ້ກໍານົດວ່າ: ຕ້ອງເອົາໃຈໃສ່ຂົນຂວາຍຈັດຕັ້ງຊາວໜຸ່ມ, ເອົາວຽກງານການຈັດຕັ້ງສຶກສາອົບຮົມຊາວໜຸ່ມ ເປັນວຽກງານທີ່ສໍາຄັນອັນດັບໜຶ່ງທີ່ຈະຕ້ອງໄປກ່ອນອົງການຈັດຕັ້ງຊາວໜຸ່ມດັ່ງກ່າວ, ໄດ້ກາຍເປັນໃຈກາງເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມ ປະຕິບັດບົດບາດ ເປັນກໍາລັງປະຈັນບານ.

     ໃນຕົ້ນປີ 1972 ກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ໄດ້ໄຂຂຶ້ນ ແລະ ປ່ຽນຊື່ຈາກ ພັກປະຊາຊົນລາວ ມາເປັນພັກປະຊາຊົນ ປະຕິວັດລາວ ດ້ວຍຄວາມເຊື້ອໝັ້ນຕໍ່ພາລະບົດບາດຂອງຊາວໜຸ່ມ ພັກໄດ້ເຕົ້າໂຮມເອົາຄະນະຊາວໜຸ່ມຕະລຸມບອນກໍາລັງປະກອບອາວຸດ ແລະ ຄະນະຊາວໜຸ່ມລາວຮັກຊາດເປັນອົງການຈັດຕັ້ງດຽວກັນ ແລະ ໃສ່ຊື່ວ່າ “ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ” ໃນປີ 1983. ໃນກອງປະຊຸມໃຫຍ່ ຄັ້ງທີ I ຂອງຜູ້ແທນຊາວ ໜຸ່ມທົ່ວປະເທດ ທ່ານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ນາມມະຍົດ ແລະ ຄໍາສັ່ງສອນວ່າ: “ຊາວໜຸ່ມຈ່ົງເປັນດັ່ງນົກອິນຊີ ທ່ີບ່ໍຫວ່ັນກວາຕ່ໍພະຍຸລົມແດງເປັນສິນໄຊຂອງຍຸກສະໄໝພວກເຮົາ”, ຄໍາສອນດັ່ງກ່າວນີ້ ໄດ້ສ່ອງແສງໃຫ້ພວກເຮົາເຂົ້າໃຈຢ່າງເລິກເຊິ່ງວ່າ: ຊາວໜຸ່ມຕ້ອງມີຄວາມຈົ່ງຮັກພັກດີຕໍ່ພັກຕໍ່ຊາດ ແລະ ປະຊາຊົນ, ຊາວໜຸ່ມຕ້ອງມີຄວາມເຂ້ັມແຂງປະຈັນບານ, ຊາວໜຸ່ມຕ້ອງຮັກເຊື້ອແພງຊາດ, ຊາວໜຸ່ມຕ້ອງມີວິໃສທັດກວ້າງໄກ.


KPL

ຂ່າວອື່ນໆ

ads
ads

Top