ຂປລ
ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ເປັນກຳລັງປະກອບອາວຸດທີ່ແຫລມຄົມ, ຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນລາວບັນດາເຜົ່າ, ເປັນກຳລັງປະກອບອາວຸດວິລະຊົນຂອງຊາດລາວວິລະຊົນ ດ້ວຍເຫດນັ້ນທາດແທ້ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຈຶ່ງແມ່ນກໍາລັງປະກອບອາວຸດປະຕິວັດຂອງພັກ ໂດຍແມ່ນພັກປະຊາຊົນ ປະຕິວັດລາວເປັນຜູ້ສ້າງຕັ້ງ, ນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານ.
*ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ເປັນກຳລັງປະກອບອາວຸດທີ່ແຫລມຄົມ, ຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນລາວບັນດາເຜົ່າ, ເປັນກຳລັງປະກອບອາວຸດວິລະຊົນຂອງຊາດລາວວິລະຊົນ ດ້ວຍເຫດນັ້ນທາດແທ້ຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຈຶ່ງແມ່ນກໍາລັງປະກອບອາວຸດປະຕິວັດຂອງພັກ ໂດແມ່ນພັກປະຊາຊົນ ປະຕິວັດລາວເປັນຜູ້ສ້າງຕັ້ງ, ນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານ. ເປັນກໍາລັງມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ; ຍາມໃດກໍຮັບໃຊ້ປະຊາຊົນຢ່າງບໍ່ມີຂອບເຂດ ແລະ ເງື່ອນໄຂ. ແມ່ນກໍາລັງປະກອບອາວຸດປະຕິວັດ ທີ່ມີລະບຽບວິໄນເຂັ້ມງວດ, ບໍ່ວ່າເວລາໃດ ໃນສະຖານະການໃດກໍເດັດດ່ຽວ, ເດັດຂາດຕໍ່ສັດຕູ.ຕະຫລອດໄລຍະ 63 ປີຜ່ານມາ ກຳລັງປ້ອງກັນຄວາມສະຫງົບປະຊາຊົນແມ່ນມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ອຸດົມການສັງຄົມນິຍົມ ແລະ ພຶດຕິກໍາແຫ່ງການຕໍ່ສູ້ກູ້ຊາດອັບຍືດເຍື້ອຍາວນານໄດ້ຢັ້ງຢືນຢ່າງຈະແຈ້ງແລ້ວວ່າ: ກໍາລັງປະກອບອາວຸດພວກເຮົາແມ່ນມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນພາຍໃຕ້ການນໍາພາ ແລະ ສຶກສາອົບຮົມຈາກພັກ.

ສະນັ້ນ, ຍາມໃດກໍມີຄວາມຈົງຮັກພັກ, ບໍລິສຸດຜຸດຜ່ອງ, ມີລະບຽບແບບແຜນທີ່ເຂັ້ມງວດ, ມີຄວາມເດັດດ່ຽວໜຽວແໜ້ນພິລະອາດຫານ, ມີນ້ໍາໃຈເສຍສະຫລະອັນສູງສົ່ງເພື່ອຊາດ, ເພື່ອປະຊາຊົນ, ເພື່ອອຸດົມການສັງຄົມນິຍົມ. ມີມູນເຊື້ອລົງຮາກຖານປຸກລຸກຂົນຂວາຍ ແລະ ໃກ້ຊິດຕິດແທດກັບປະຊາຊົນ. ໃນພາລະກິດປະຕິວັດປົດປ່ອຍຊາດໃນເມື່ອກ່ອນກໍຄືພາລະກິດປະຕິວັດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃນປັດຈຸບັນກຳລັງປ້ອງກັນຄວາມສະຫງົບ ໄດ້ຖືສໍາຄັນຕໍ່ວຽກງານລົງຮາກຖານປຸກ ລຸກຂົນຂວາຍ ແລະ ໃກ້ຊິດຕິດແທດກັບປະຊາຊົນ (ຮ່ວມສຸກ, ຮ່ວມທຸກກັບປະຊາຊົນ) ອັນນີ້ທັງແມ່ນມູນເຊື້ອ ແລະ ທັງແມ່ນໜ້າທີ່ຍຸດທະສາດ ໃນແຕ່ລະໄລຍະຂອງພັກເຮົາ. ມີມູນເຊື້ອສູ້ຮົບພິລະອາດຫານ ແລະ ຕໍ່ສູ້ບໍ່ຍອມຈໍານົນກັບສັດຕູ ແລະ ກຸ່ມຄົນບໍ່ດີ. ພຶດຕິກໍາແຫ່ງການຕໍ່ສູ້ກູ້ຊາດຍືດເຍື້ອຍາວນານ, ດຸເດືອດ, ຂ້ຽວຂາດ, ກໍາລັງປ້ອງກັນຄວາມສະຫງົບພວກເຮົາ ຍາມໃດກໍເດັດດ່ຽວໜຽວແໜ້ນມີຄວາມອາດຫານບໍ່ຫວັ່ນໄຫວຄອນແຄນຕໍ່ຂໍ້ຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ແລະ ມີໄຫວພິບເພື່ອເອົາຊະນະສັດຕູກໍາລັງພວກເຮົາໄດ້ໃຊ້ສິລະປະຍຸດທະວີທີ່ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ຍິ່ງສູ້ຮົບກໍຍິ່ງມີໄຊຊະນະ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂ້ຶນແບບເກ່ົາ ແລະ ແບບໃໝ່ ແລະ ປົດປ່ອຍຊາດມາໄດ້ຢ່າງສົມບູນ. ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກໍາລັງປ້ອງກັນຄວາມສະຫງົບພວກເຮົາກໍໄດ້ຕັ້ງໜ້າເຮັດວຽກງານປ້ອງກັນຄວາມສະຫງົບໄດ້ດີ; ສາມາດທັບມ້າງທຸກກົນອຸບາຍທໍາລາຍມ້າງເພຂອງພວກຈັກກະພັດພາຍນອກ ແລະ ບັນດາອິດທິກໍາລັງທີ່ເປັນປໍລະປັກ, ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ.

ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ເພີ່ມພູນຜະລິດຜົນ; ປະຢັດມັດທະຍັດ, ເພິ່ງຕົນເອງ-ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ກົມກອງຕັ້ງຢູ່ໃສກໍເພີ່ມພູນຢູ່ບ່ອນນັ້ນ ເພື່ອຮັບປະກັນໃຫ້ກົມກອງມີຄວາມສາມາດກຸ້ມຕົນເອງທາງດ້ານສະບຽງອາຫານ, ຮັບປະກັນໃນການສູ້ຮົບ, ເຮັດຫລ້ອນໜ້າທີ່ເປັນຢ່າງດີ ແລະ ປັບປຸງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນເທື່ອລະກ້າວ. ມີມູນເຊື້ອສາມັກຄີເປັນເອກະພາບພາຍໃນ ແລະ ສາມັກຄີກັບປະຊາຊົນບັນດາເຜົ່າ ຢ່າງແໜ້ນແຟ້ນ. ຍາມໃດກໍຢຶດໝັ້ນຄວາມສາມັກຄີເປັນເອກະພາບພາຍໃນ, ປະຕິບັດການພົວພັນລະຫວ່າງກຳລັງປະກອບອາວຸດກັບປະຊາຊົນຄືປາກັບນ້ຳ, ສ້າງກ້ອນກຳລັງສາມັກຄີເປັນປຶກແຜ່ນກັບປະຊາຊົນບັນດາເຜ່ົາ, ອີງໃສ່ປະຊາຊົນ ແລະ ໄດ້ຮັບການອູ້ມຊູຊ່ວຍເຫລືອເບິ່ງແຍງລ້ຽງດູຈາກປະຊາຊົນບັນດາເຜົ່າ, ເຂົາເຈົ້າບໍ່ພຽງແຕ່ໄດ້ອຸທິດວັດຖຸ ແລະ ຈິດໃຈໃຫ້ກຳລັງພວກເຮົາແຕ່ຍັງໄດ້ຈັດສົ່ງລູກຫລານຂອງຕົນປະກອບສ່ວນເຂົ້າໃນຖັນແຖວກຳລັງປ້ອງກັນຄວາມສະຫງົບ ແລະ ຊ່ວຍເປັນຫູເປັນຕາໃນການຮັກສາຄວາມສະຫງົບຂອງບ້ານ-ເມືອງ. ເປັນກຳລັງທີ່ມີລະບຽບວິໄນ, ມີສະຕິຕ່ໍການຈັດຕ້ັງ ແລະ ປະຕິບັດຄໍາສັ່ງເຂັ້ມງວດ. ຍາມໃດກໍມີສະຕິຕ່ໍການຈັດຕັ້ງ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ຖືລະບຽບວິໄນແມ່ນວິນຍານຂອງກໍາລັງປ້ອງກັນຄວາມສະຫງົບ. ມີມູນເຊື້ອພົວພັນຮ່ວມມືກັບປະເທດ ເພື່ອນມິດຍຸດທະສາດ ແລະ ສາກົນ. ເລີ່ມແຕ່ຫົວທີ່ກໍາລັງປ້ອງກັນຄວາມ ສະຫງົບໄດ້ພົວພັນສາມັກຄີຮ່ວມມື ແລະ ຍາດແຍ່ງເອົາການສະໜັບສະໜູນ, ການຊ່ວຍເຫລືອຂອງບັນດາປະເທດເພ່ືອນມິດທ່ີກ້າວໜ້າໃນໂລກ, ສາມັກຄີພິເສດກັບກໍາລັງຕໍາຫລວດ ແລະ ປະຊາຊົນຫວຽດນາມ, ສາມັກຄີ ແລະ ຮ່ວມມືຮອບດ້ານກັບກໍາລັງສັນຕິບານ ແລະ ປະຊາຊົນຈີນ, ພົວພັນຮ່ວມມືກັບກໍາລັງຕໍາຫລວດອາຊຽນ ແລະ ສາກົນ.
KPL