ປະຊາຊົນ ແຂວງເຊກອງ ໄດ້ຊົມໃຊ້ໄຟຟ້າຖາວອນກວມ 85%

28/03/2024 13:42
Email Print 589
ຂປລ ຂປລ. ຕາມການໃຫ້ສໍາພາດຂອງ ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ໃນວັນທີ 27 ມີນາ 2024 ວ່າ: ໃນໄລຍະຜ່ານມາ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ປະສານສົມທົບ ກັບລັດວິສາຫະກິດໄຟຟ້າລາວ

 

     ຂປລ. ຕາມການໃຫ້ສໍາພາດຂອງ ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ໃນວັນທີ 27 ມີນາ 2024 ວ່າ: ໃນໄລຍະຜ່ານມາ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ປະສານສົມທົບ ກັບລັດວິສາຫະກິດໄຟຟ້າລາວ ສາຂາແຂວງເຊກອງ ເອົາໃຈໃສ່ພັດທະ ນາ ແລະ ຂະຫຍາຍລະບົບຕາຂ່າຍໄຟຟ້າອອກສູ່ ຊົນນະບົດຫ່າງໄກສອກຫລີກ. ມາ​ຮອດປັດຈຸບັນ, ທົ່ວແຂວງມີຕາຂ່າຍໄຟຟ້າຖາວອນເຂົ້າເຖິງບ້ານແລ້ວ 164 ບ້ານ 18.870 ຫລັງຄາເຮືອນ, ກວມເອົາ 85,38% ຂອງຈໍານວນຫລັງຄາເຮືອນທັງໝົດທົ່ວແຂວງ. ນອກນີ້, ຍັງມີບາງບ້ານໄດ້ຊົມໃຊ້ໄຟຟ້ານອກລະບົບ (ໄຟຟ້າແສງຕາເວັນ-ໄຟຟ້າໄດ).
   ປັດຈຸບັນ
, ແຂວງເຊກອງ ມີເຂື່ອນໄຟຟ້າທີ່ຜະລິດ-ຈໍາໜ່າຍ 3 ແຫ່ງ, ມີກໍາລັງຕິດຕັ້ງ  353 ເມກາວັດ (MWF), ມີກໍາລັງການຜະລິດ ແລະ ຈໍາໜ່າຍ 1503,8 GWh/ປີ, ມີລະບົບສະຖານີຮັບ-ສົ່ງໄຟຟ້າ 115 kv; ມີແຫລ່ງຜະລິດໄຟຟ້າພະລັງງານນໍ້າ ແລະ ພະລັງງານລົມທີ່ໄກ້ຈະສໍາເລັດໃນປີ (2024-2025) ຈໍານວນ 3 ແຫ່ງ, ມີກໍາລັງຕິດຕັ້ງ 793 MW, ມີການສໍາຫລວດ ແລະ ກໍ່ສ້າງລະບົບສະຖານີຮັບ-ສົ່ງໄຟຟ້າລະບົບ 115 kv, 500 kv; ມີລະບົບການສໍາຫລວດ ແລະ ກໍ່ສ້າງາສາຍສົ່ງ 500 ແລະ 230 kv ເພື່ອກະກຽມການສົ່ງອອກກະແສໄຟຟ້າ ໄປຍັງປະເທດວຽດນາມ ແລະ ກໍາປູເຈຍ; ມີລະບົບຄວາມຍາວຂອງຕາຂ່າຍ ແຕ່ລະປະເພດ  1.459,116  Km/ວົງຈອນ, ມີຈໍານວນໝໍ້ແປງ 628 ໜ່ວຍ, ມີໝໍ້ນັບໄຟ 21.151 ໜ່ວຍ. ໃນນີ້, ປະເພດທີ່ຢູ່ອາ​ໄສ 18.832 ໜ່ວຍ, ປະເພດທຸລະກິດ, ອຸດສະຫະກໍາ-ກະສິກໍາ 1.588  ໜ່ວຍ.
     ທ່ານ ຄໍາແສນ ພະສະແຫວງ ຍັງໃຫ້ຕື່ມວ່າ: ໃນຕໍ່ໜ້າແຂວງເຊກອງ ຈະສືບຕໍ່ຕິດຕາມ ແລະ ຊຸກຍູ້ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າ ທີ່ໄດ້ຜ່ານຂັ້ນຕອນການສຳຫລວດ ແລະ ກໍາລັງກໍ່ສ້າງ ເພື່ອຜະ ລິດ-ຈໍາໜ່າຍກະແສໄຟຟ້າເປັນສູນກາງ ເຊື່ອມໂຍງລະບົບສາຍສົ່ງໄຟຟ້າໃນພາກພື້ນ
; ເຊື່ອມໂຍກັບພາກພື້ນ ແລະ ສາກົນ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ເຊື່ອມໂຍງລະບົບສາຍສົ່ງເພື່ອສົ່ງອອກພະລັງງານໄຟຟ້າກັບປະເທດເພື່ອນບ້ານ ແລະ ພາກພື້ນ ແນໃສ່ສ້າງລາຍຮັບແບບຍືນຍົງ; ຫັນພະລັງງານໄຟ້ຟ້າເປັນ ອຸດສະຫະກໍາ  ແລະ  ທັນສະໄໝ,  ມີການໄລ່ລຽງເສດຖະກິດຮັກສາສະຖຽນລະພາບຄວາມໝັ້ນຄົງດ້ານການສະໜອງພະລັງງານ ແລະ ແຮ່ທາດ; ຂະຫຍາຍຕາຂ່າຍໄຟຟ້າອອກສູ່ຊົນນະບົດຫ່າງໄກສອກຫລີກ ແລະ ບ່ອນທີ່ມີເງື່ອນໄຂ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າລະບົບຖາວອນຢ່າງທົ່ວເຖິງ ແລະ ບັນລຸຕາມແຜນການທີ່ວາງໄວ້.

ຂ່າວ-ພາບ: ສັນຍາ

KPL

ຂ່າວອື່ນໆ

ads
ads

Top