ຂປລ
ພາຍຫລັງ ອັດກອງປະຊຸມ ວິສາມັນ ຄັ້ງທີ 6, ສະພາ ແຫ່ງຊາດ ຊຸດທີ XV, ອີງໃສ່ ລັດຖະທຳມະນູນ ຂອງ ປະເທດ ສສ ຫວຽດນາມ ແລະ ຂໍ້ກຳນົດ ຂອງກົດໝາຍ ກ່ຽວຂ້ອງ, ຄະນະປະຈຳ ສະພາແຫ່ງຊາດ ໄດ້ປະກາດ ແຈ້ງການ ກ່ຽວກັບ ການປະຕິບັດສິດ ເປັນປະທານ ປະເທດ ໂດຍມີ ການແຕ່ງຕັ້ງ ທ່ານ ນາງ ຫວໍທິແອັງຊວນ, ຮອງປະທານ ປະເທດ ໄດ້ດຳລົງ ເປັນຜູ້ຮັກສາການ ເປັນປະທານ ປະເທດ ນັບແຕ່ ວັນທີ 21 ມີນານີ້ ເປັນຕົ້ນໄປ

ຂປລ.ຕາມຂ່າວຈາກ ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ພາຍຫລັງ ອັດກອງປະຊຸມ ວິສາມັນ ຄັ້ງທີ 6, ສະພາ ແຫ່ງຊາດ ຊຸດທີ XV, ອີງໃສ່ ລັດຖະທຳມະນູນ ຂອງ ປະເທດ ສສ ຫວຽດນາມ ແລະ ຂໍ້ກຳນົດ ຂອງກົດໝາຍ ກ່ຽວຂ້ອງ, ຄະນະປະຈຳ ສະພາແຫ່ງຊາດ ໄດ້ປະກາດ ແຈ້ງການ ກ່ຽວກັບ ການປະຕິບັດສິດ ເປັນປະທານ ປະເທດ ໂດຍມີ ການແຕ່ງຕັ້ງ ທ່ານ ນາງ ຫວໍທິແອັງຊວນ, ຮອງປະທານ ປະເທດ ໄດ້ດຳລົງ ເປັນຜູ້ຮັກສາການ ເປັນປະທານ ປະເທດ ນັບແຕ່ ວັນທີ 21 ມີນານີ້ ເປັນຕົ້ນໄປ ຈົນຮອດເວລາ ສະພາແຫ່ງຊາດ ເລືອກຕັ້ງ ປະທານ ປະເທດ ຄົນໃໝ່ ຫລັງຈາກ ໃນກອງປະຊຸມຄັ້ງນີ້, ບັນດາ ຜູ້ແທນ ໄດ້ຮັບຟັງ ບົດລາຍງານ ຂອງຄະນະປະຈຳ ສະພາແຫ່ງຊາດ ກ່ຽວກັບ ເລື່ອງຍົກເລີກ ການປະຕິບັດ ໜ້າທີ່ ເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ XV ສຳລັບ ທ່ານ ເຈີນຕວນແອັງ ຂຶ້ນກັບ ຄະນະ ສະມາຊິກ ສະພາແຫ່ງຊາດ ແຂວງແຄງຮ່ວາ, ພິຈາລະນາ ເລື່ອງພົ້ນ ຕຳແໜ່ງ ປະທານ ປະເທດ ສສ ຫວຽດນາມ ອາຍຸ ການ 2021 – 2026 ແລະ ຍົກເລີກ ການປະຕິບັດໜ້າທີ່ ເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ XV ສຳລັບ ທ່ານ ຫວໍວັນເຖືອງ ຂຶ້ນກັບ ຄະນະສະມາຊິກ ສະພາແຫ່ງຊາດ ນະຄອນ ດ່າໜັງ; ພິຈາລະນາ ເລື່ອງປົດໜ້າທີ່ ເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ XV ສຳລັບ ທ່ານ ນາງ ຮວ່າງທິຖູຍລານ ຂຶ້ນກັບ ຄະນະສະມາຊິກ ສະພາແຫ່ງຊາດ ແຂວງ ຫວີງຟຸກ.

ພາຍຫລັງ ໄດ້ຮັບຟັງ ການລາຍງານ, ໃບສະເໜີ ຄຳເຫັນ ຂອງທ່ານ ຫວໍວັນເຖືອງ, ສະພາແຫ່ງຊາດ ໄດ້ດຳເນີນການ ປຶກສາຫາລື, ປ່ອນບັດລັບ ແລະ ຮັບຮອງເອົາ ມະຕິກ່ຽວກັບ ການພົ້ນຕຳແໜ່ງ ປະທານ ປະເທດ ສສ ຫວຽດນາມ ອາຍຸການ 2021-2026 ແລະ ຍົກເລີກ ການປະຕິບັດ ໜ້າທີ່ ເປັນສະມາຊິກ ສະພາ ແຫ່ງຊາດ ຊຸດທີ XV ສຳລັບ ທ່ານ ຫວໍວັນເຖືອງ, ມະຕິກ່ຽວກັບ ການງົດໜ້າທີ່ ເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ XV ສຳລັບ ທ່ານ ນາງ ຮ່ວາງທິຖຸຍລານ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL