ຂປລ
ຂປລ. ເມື່ອບໍ່ດົນມານີ້, ກົມມໍລະດົກ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທອງທ່ຽວ (ຖວທ) ລົງສໍາຫລວດເກັບກໍາຂໍ້ມູນແຫລ່ງບູຮານ ວິທະຍາທົ່ວປະເທດ ຄັ້ງທີ 1 ຢູ່ເມືອງວຽງພູຄາ ນໍາໂດຍ ທ່ານ ທອງລິດ ຫລວງໂຄດ ຮອງຫົວໜ້າກົມມໍລະດົກ ກະຊວງ ຖວທ, ມີທ່ານ ສອນເພັດ ບຸດຕະບຸນເຮືອນ ຫົວໜ້າຫ້ອງການ ຖວທ ເມືອງວຽງພູຄາ ພ້ອມດ້ວນຄະນະ ຮ່ວມຕິດຕາມ.

ການລົງເຮັດວຽກ ຂອງກົມມໍລະດົກຄັ້ງນີ້, ແມ່ນໄດ້ເກັບກໍາຂໍ້ມູນວັດຖຸບູຮານ ຢູ່ຫໍວາງສະແດງຂອງເມືອງ, ວັດມະຫາໂປດ, ຄອງວຽງ ແລະ ວັດເກົາບໍ່ກຸງ, ທັງນີ້, ກໍເພື່ອເກັບກໍາຂໍ້ມູນວັດຖຸບູຮານ ເພື່ອການຄຸ້ມຄອງປົກປັກ ຮັກສາ, ອະນຸລັກບູຮານ, ປະຕິສັງຂອນ ເພື່ອຮັກສາໄວ ຊຶ່ງຄຸນຄ່າຂອງມໍລະດົກແຫ່ງຊາດ ທາງດ້ານວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ແນໃສສຶກສາອົມຮົມພົນລະເມືອງ ໃຫ້ມີນໍາໃຈຮັກຊາດ, ຮັກມູນເຊື້ອອັນດີງາມ ຂອງຊາດ, ເປັນປັດໄຈຄໍ້າປະກັນ ການຢືນຢົງຄົງຕົວຂອງຊາດລາວ ກໍຄື ຊາວເມືອງວຽງພູຄາ ຕະຫລອດໄປ.
ຂ່າວ: ຄໍາປິງ
KPL