ປະຊາຊົນ 4 ເມືອງຂອງແຂວງສະຫວັນນະເຂດ ຮຽນຮູ້ການເຮັດເຂົ້າໜົມ

27/02/2024 09:17
Email Print 1009
ຂປລ ການປະກອບອາຊີບທີ່ໝັ້ນຄົງຂອງປະຊາຊົນຢູ່ເຂດຊົນນະບົດ ນອກຈາກການບຸກບືນເພິ່ງຕົນເອງກຸ້ມຕົນຂອງປະຊາຊົນແລ້ວ, ພາກ ລັດ-ເອກະຊົນກໍ່ຕ້ອງໄດ້ເອົາໃຈໃສ່ ພັດທະນາສີມືແຮງງານໃຫ້ແກ່ເຂົາເຈົ້າຕື່ມ ເພື່ອໃຫ້ສາມາດປະກອບອາຊີບໄດ້ຢ່າງຍືນຍົງ ແລະ ທັງສ້າງ ລາຍຮັບເຂົ້າຄອບຄົວແກ້ໄຂຄວາມທຸກຍາກ.

   *ການປະກອບອາຊີບທີ່ໝັ້ນຄົງຂອງປະຊາຊົນຢູ່ເຂດຊົນນະບົດ ນອກຈາກການບຸກບືນເພິ່ງຕົນເອງກຸ້ມຕົນຂອງປະຊາຊົນແລ້ວ, ພາກລັດ-ເອກະຊົນກໍ່ຕ້ອງໄດ້ເອົາໃຈໃສ່ພັດທະນາສີມືແຮງງານໃຫ້ແກ່ເຂົາເຈົ້າຕື່ມ ເພື່ອໃຫ້ສາມາດປະກອບອາຊີບໄດ້ຢ່າງຍືນຍົງ ແລະ ທັງສ້າງລາຍຮັບເຂົ້າຄອບຄົວແກ້ໄຂຄວາມທຸກຍາກ. ຢ່າງໃດກໍ່ດີໃນແຕ່ລະປີ ລັດຖະບານກໍ່ໄດ້ສຸມທຶນຮອນເຂົ້າໃສ່ການຍົກລະດັບສີມືແຮງງານລາວໄດ້ຫລາຍສິບພັນຄົນ ອັນສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານໄດ້ໂດຍພື້ນຖານ.

     ດັ່ງມໍ່ໆມານີ້ ສູນພັດທະນາສີມືແຮງງານ ແຂວງສະຫວັນນເຂດ ບ້ານສົມພັດວິໄລ ເມືອງອຸທຸມພອນ ໄດ້ຈັດຝຶກອົບຮົມການເຮັດເຂົ້າໜົມໃຫ້ແກ່ປະຊາຊົນຜູ້ທີ່ຢາກ ປະກອບອາຊີບການຄ້າ-ຂາຍເກືອບ 30 ຄົນ ທີ່ມາຈາກ 4 ເມືອງຄື: ເມືອງ ອຸທຸມພອນ, ໄຊບູລີ,  ອາດສະພອນ ແລະ ເມືອງຈໍາພອນ ເພື່ອເຮັດໃຫ້ເຂົາເຈົ້າສາມາດນຳເອົາຄວາມຮູ້ດັ່ງກ່າວໄປປະກອບອາຊີບໃນຕໍ່ໜ້າ.  

     ທ່ານ ທອງຂັນ ແສງນາວົງ ຮັກສາການອໍານວຍການສູນພັດທະນາສີມືແຮງງານແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຜນໂຄງການຝຶກ ແລະ ພັດທະນາສີມືແຮງງານ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຕະຫລາດແຮງງານ, ປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຄວາມຕ້ອງການຂອງສັງຄົມ, ກະຊວງແຮງງານ-ສະຫວັດດີການສັງຄົມ ຈຶ່ງໄດ້ອະນຸມັດງົບປະມານຈຳນວນໜຶ່ງ ໃຫ້ແກ່ພະແນກແຮງງານ-ສະຫວັດດີການສັງຄົມແຂວງກໍ່ຄືສູນພັດທະນາສີມືແຮງງານແຂວງ ເພື່ອ ຈັດຝຶກ ແລະ ພັດທະນາສີມືແຮງງານໃນສາຂາອາຊີບການເຮັດເຂ້ົາ ໜົມໃຫ້ແກ່ຜູ້ທີ່ມີຄວາມມັກຮັກໃນ ອາຊີບນີ້, ເພື່ອນຳເອົາຄວາມຮູ້ທີ່ໄດ້ ຜ່ານການຝຶກອົບຮົມຄັ້ງນີ້ ໄປປະ ກອບອາຊີບຄ້າ-ຂາຍໃນຕໍ່ໜ້າ ຫລື ສາມາດໄປສະມັກ ເຮັດວຽກນຳຫ່າງ ຮ້ານ, ຜູ້ປະກອບການດ້ານນີ້ໄດ້.  ການຈັດຕັ້ງຝຶກວິທີຜະລິດ ແລະ ປຸງແຕ່ງເຂົ້າໜົມກໍ່ເພື່ອພັດທະນາ ໃຫ້ປະຊາຊົນຜູ້ທີ່ບໍ່ມີວຽກເຮັດງານທໍາ ໄດ້ມີອາຊີບເສີມໃນການສ້າງເສດຖະກິດຄອບຄົວ, ມີລາຍໄດ້ແກ້ໄຂຊີວິດການເປັນຢູ່ຕົນເອງໃຫ້ດີຂຶ້ນເທື່ອລະກ້າວທັງເຮັດໃຫ້ຮູ້ວິທີ ເຮັດເຂົ້າໜົມຖືກຕາມຫລັກສູດ ແລະ ຫລັກອະນາໄມ. ຂະນະດຽວກັນພາຍຫລັງໄດ້ຮັບການຝຶກອົບຮົມ ແລ້ວຕ້ອງນໍາໄປໃຊ້ໃຫ້ເປັນປະໂຫຍດ ໂດຍສະເພາະແມ່ນຕ້ອງປະກອບອາຊີບໃຫ້ມີຄວາມໝັ້ນຄົງຍືນຍົງຕະຫລອດໄປ.  

ໂດຍ: ສຸພາສະຫວັນ

KPL

ຂ່າວອື່ນໆ

ads
ads

Top