ໂຮງຮຽນວັດທະນະທຳຊົນເຜົ່າກອງທັບປິດຂະບວນການແຂ່ງຂັນກິລາ

15/02/2024 13:03
Email Print 3050
ຂປລ ຂປລ. ໃນວັນທີ 14 ກຸມພາ 2024 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດພິທີປິດຂະບວນການ ແຂ່ງຂັນກິລາ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນນັກຮຽນ ພ້ອມດ້ວຍນັກກິລາເຂົ້າຮ່ວມ.

ຂປລ. ໃນວັນທີ 14 ກຸມພາ 2024 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດພິທີປິດຂະບວນການ ແຂ່ງຂັນກິລາ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນນັກຮຽນ ພ້ອມດ້ວຍນັກກິລາເຂົ້າຮ່ວມ.

ສະຫາຍ ພັນຕີ ຄຳຫລາ ສີວົງສາ ຫົວໜ້າພະແນກຄູພາລະສຶກສາ ໄດ້ຜ່ານບົດສະຫລຸບຜົນການແຂ່ງຂັນ ເຊິ່ງໄດ້ດຳເນີນມາແຕ່ວັນທີ 17-25 ມັງກອນ 2024 ເປັນເວລາ 5 ວັນ ເຊິ່ງເຫັນໄດ້ວ່າ: ການຈັດການແຂ່ງຂັນ ແມ່ນ ໄດ້ສ້າງບັນຍາກາດອັນຟົດພື້ນມ່ວນຊື່ນ ກວ້າງຂວາງ, ສ້າງໄດ້ຄວາມສາມັກຄີມິດຕະພາບ ແລະ ປອດໄພ, ສະແດງ ເຖິງຄວາມສາມັກຄີລະຫວ່າງ ຄະນະອຳນວຍການໂຮງຮຽນ, ບັນດາຫ້ອງກອງພັນ ແລະ ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ, ສະແດງເຖິງຄວາມເປັນເຈົ້າການ, ຄວາມຮັບຜິດຊອບອັນສູງສົ່ງຂອງກອງເລຂາ, ຄະນະກຳມະການເຕັກນິກ-ຈັດການແຂ່ງຂັນ, ກຳມະການຕັດສິນ ແລະ ພາກສະໜາມ ທີ່ໄດ້ມີຄວາມຕັ້ງໃຈ, ເອົາໃຈໃສ່, ເສຍສະຫລະ ແລະ ທຸ່ມເທສະຕິປັນຍາ, ແຮງກາຍ-ແຮງໃຈ ໃນການປະກອບສ່ວນ ແລະ ເຂົ້າຮ່ວມຂະບວນການໃນຄັ້ງນີ້ຢ່າງຕັ້ງໜ້າ. ກິລາທີ່ນຳມາແຂ່ງຂັນໃນຄັ້ງນີ້ມີ 2 ປະເພດກິລາຄື: ບານສົ່ງຊາຍ-ຍິງ ແລະ ເປຕັງຊາຍ-ຍິງ. ໃນນັ້ນ, ບານສົ່ງຊາຍ 6 ທີມ, ບານສົ່ງຍິງ 6 ທີມ, ເປຕັງຊາຍ 6 ທີມ ແລະ ເປຕັງຍິງ 6 ທີມ.

 

ຜ່ານການແຂ່ງຂັນ ປະເພດກິລາບານສົ່ງຊາຍ ທີ 1 ແມ່ນທີມ ຫ້ອງສຶກສາ ໄດ້ຮັບເງິນລາງວັນ 1.000.000 ກີບ ພ້ອມຂັນ 1 ໜ່ວຍ, ທີ 2 ແມ່ນທີມ ຫ້ອງພະລາທິການ-ເຕັກນິກ ໄດ້ຮັບເງິນລາງວັນ 800.000 ກີບ, ທີ3 ເງິນລາງວັນ 500.000 ກີບ ແມ່ນທີມ ຫ້ອງການເມືອງ; ປະເພດກິລາບານສົ່ງຍິງ ທີ 1 ແມ່ນທີມ ຫ້ອງສຶກສາ ໄດ້ຮັບເງິນລາງວັນ 1.000.000 ກີບ ພ້ອມຂັນ 1 ໜ່ວຍ, ທີ 2 ແມ່ນທີມ ຫ້ອງການເມືອງ ໄດ້ຮັບເງິນລາງວັນ 800.000 ກີບ ແລະ ທີ 3 ແມ່ນທີມ ຫ້ອງພະລາທິການ-ເຕັກນິກ ໄດ້ຮັບເງິນລາງວັນ 500.000 ກີບ. ສ່ວນປະເພດກິລາເປຕັງຊາຍ ທີ 1 ແມ່ນທີມ ຫ້ອງການເມືອງ ໄດ້ຮັບເງິນລາງວັນ 700.000 ກີບ ພ້ອມຂັນ 1 ໜ່ວຍ, ທີ 2 ແມ່ນທີມ ກອງພັນທີ 1 ໄດ້ຮັບເງິນລາງວັນ 500.000 ກີບ ແລະ ທີ 3 ແມ່ນທີມ ຫ້ອງພະລາທິການ-ເຕັກນິກ ໄດ້ຮັບເງິນລາງວັນ 300.000 ກີບ ແລະ ປະເພດກິລາເປຕັງຍິງ ທີ 1 ແມ່ນທີມ ຫ້ອງພະລາທິການ-ເຕັກນິກ ໄດ້ຮັບເງິນລາງວັນ 700.000 ກີບ ພ້ອມຂັນ 1 ໜ່ວຍ, ທີ 2 ແມ່ນທີມ ຫ້ອງສຶກສາ ໄດ້ຮັບເງິນລາງວັນ 500.000 ກີບ ແລະ ທີ 3 ແມ່ນທີມ ຫ້ອງການເມືອງ ໄດ້ຮັບເງິນລາງວັນ 300.000 ກີບ.

ໃນໂອກາດດັ່ງກ່າວ, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ແລະ ໄຊຊະນະ ທີ່ບັນດາສະຫາຍຍາດມາໄດ້ນັ້ນ. ຂະບວນການແຂ່ງຂັນກິລາໃນຄັ້ງນີ້ ສະແດງເຖິງຄວາມຮັບຜິດ ຊອບຂອງນັກກິລາ ເຊິ່ງສະແດງອອກເຖິງຄວາມອົດທົນ, ສຸມເຫື່ອແຮງສະຕິປັນຍາ ແລະ ພິກໄຫວຂອງແຕ່ລະສະ ຫາຍ, ໃນການແຂ່ງຂັນກິລາ ມີຊະນະ, ມີເສຍ ແລະ ຈົ່ງພ້ອມກັນຮັກສາຄວາມສາມັກຄີ ມິດຕະພາບໄວ້ໃຫ້ໝັ້ນຄົງ.


ຂ່າວ-ພາບ
: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top