ລາຍ​ນາກ​ລາວ​ ມໍ​ລະ​ດົກ​ທາງ​ວັດທະນະ​ທໍາ​ຂອງ​ໂລກ

25/12/2023 10:05
Email Print 1481
ຂປລ *ປະຊາຊົນລາວເຮົາ ມີຄວາມເຊື່ອ ພະຍານາກໃນແມ່ນໍ້າຂອງ ແລະ ເພື່ອເປັນການເຄົາລົບ ຄົນ ລາວຈຶ່ງນໍາເອົາລວດລາຍຂອງນາກ ມາກ່ຽວພັນ ​ໃນ​ການ​ດໍາລົງ​ຊີວິດໂດຍ ​“ລາຍນາກ” ຈະຖືກ ປະດິດຂຶ້ນໃນຫລາຍ ຮູບແບບ ແລະ ຫລາຍວັດຖຸທີ່ແຕກຕ່າງກັນ ຕາມຈຸດປະສົງການຊົມໃຊ້ ແລະ ຂອງພິທີກຳຕ່າງໆ.

*ປະຊາຊົນລາວເຮົາ ມີຄວາມເຊື່ອ ພະຍານາກໃນແມ່ນໍ້າຂອງ ແລະ ເພື່ອເປັນການເຄົາລົບ ຄົນລາວຈຶ່ງນໍາເອົາລວດລາຍຂອງນາກ ມາກ່ຽວພັນ ​ໃນ​ການ​ດໍາລົງ​ຊີວິດໂດຍ ​“ລາຍນາກ” ຈະຖືກປະດິດຂຶ້ນໃນຫລາຍ ຮູບແບບ ແລະ ຫລາຍວັດຖຸທີ່ແຕກຕ່າງກັນ ຕາມຈຸດປະສົງການຊົມໃຊ້ ແລະ ຂອງພິທີກຳຕ່າງໆ ​ເຊັ່ນ: ການເຮັດໄຫລເຮືອໄຟ ທີ່ມີຮູບຮ່າງເປັນພະຍານາກ ໃນມື້ບຸນອອກພັນສາ, ການ​ປັ້ນ​ຮູບ​ພະຍາ​ນາກ​ຕາມ​ວັດວາອາ​ຮາມ ​ແລະ ບ້ານ​ເຮືອນ​  ລວມ​ເຖິງການ​ປັກ​ແຊວ ​ໃນ​ເຄື່ອງນຸ່ງ​ຫົ່ມ, ​ແຜ່ນ​ແພ ຫລື ​ສິ້ນ ຂອງ​ເອື້ອຍ​ນ້ອງ​ແມ່ຍິງ​ລາວ. ​​ ​  

​ທ່ານ ນາງ   ດວງ​ເດືອນ ບຸນ​ຍາ​ວົງ ນັກຂຽນ ​ແລະ ນັກ​ອອກ​ແບບ​ລວດລາຍ​ໃນ​ຜ້າ​ລາວ  ​ໄດ້​ເວົ້າ​ສູ່​ຟັງ​ວ່າ:  ການ​ຕໍ່າຫູກ ​ແມ່ນ​ມູນ​ເຊື້ອ​ທີ່​ຕິດ​ພັນ​ ກັບເອື້ອຍ​ນ້ອງ​ແມ່ຍິງ​ລາວ​ມາ​ແຕ່​ດົນ​ນານ​ແລ້ວ ​ເຊິ່ງມີ​ການ​ສືບ​ທອດ​ຈາກ​ຮຸ່ນສູ່​ຮຸ່ນ ​ເຊິ່ງການ​ຕໍ່າ ກໍ​ມີ​ລວດລາຍ​ທີ່​​ແຕກ​ຕ່າງ​ກັນ​ອອກ​ໄປ ​ແລ້ວ​ແຕ່​ຄວາມ​ນິຍົມ​ຊົມ​ຊອບ ​ແລະ ການ​ເຊື້ອ​ຖື ​ເພາະການ​ປັກ ລວດລາຍ​ໄວ້​ໃນ​ຜື່ນຜ້າ ໝາຍຄວາມ​ວ່າ ການສະ​ແດງ​ເອກະລັກ​ ເພື່ອ​ສື່​ຄວາມ ໝາຍຜ່ານລວດລາຍ​ຕ່າງໆ ​ເຊັ່ນ: ລາຍ​ນາກ​ລາວ ກໍ​ເປັນ​ລາຍໜຶ່ງທີ່​ມີ​ຄວາມໝາຍຄວາມ​ສໍາຄັນ ສໍາລັບ​ຄົນ​ລາວ ​ເພາະຕາມ​ຄວາມ​ເຊື້ອ​ຖື ຂອງ​ຄົນ​ລາວ ທີ່​ເຊື້ອ​ກັນ​ວ່າ ພະຍາ​ນາກ ​ແມ່ນ​ສິ່ງ​ສັກສິດ​ທີ່​ຄອຍ​ປົກ​ປັກ​ຮັກສາ ​ໃຫ້​ຄວາມ​ຢູ່​ເຢັນ​ເປັນ​ສຸກ ປາສະຈາກ​ສິ່ງ​ທີ​ບໍ່ດີ.ສະນັ້ນ, ຄົນ​ລາວ​ຈຶ່ງ ນໍາ​ເອົາ​ລວດລາຍ ພະຍາ​ນາກ ມາ​ເປັນ​ສັນຍະລັກ​ໃນ​ສະຖານ​ທີ​ຕ່າງໆ ລວມ​ເຖິງ​ລາຍ​ນາກ​ທີ່​ປັກ​ແສ່ວ ຫລື ຕໍ່າ​ໃນ​ເຄື່ອງນຸ່ງຫົ່ມຂອງ​ແມ່​ຍິງລາວ.  ​ໂດຍ​ການ​ຕໍ່າລາຍ​ນາກ​ ກໍ່​ບໍ່​ແມ່ນ​ເລື່ອງ​ງ່າຍ ຕ້ອງ​ໄດ້​ໃຊ້​ຄວາມ​ປາ​ນິດ ​ແລະ ຄວາມ​ອົດທົນພະຍາ​ມຍາມ ​ເພາະການ​ຕໍ່າມີ​ຫລາຍ​ຂັ້ນ​ຕອນ ​ເລີ່​ມຈາກການ​ສາວ​ເສັ້ນ​ໄໝ ​ແລ້ວ​ນໍາ​​ໄປ​ຍ້ອມ​ສີ​ທໍາ​ມະ​ຊາດ ​ແລ້ວ​ຈຶ່ງ​ນໍາ​ມາຕໍ່າ​ເປັນລວດລາຍ ​ທີ່​ສວຍ​ງາມ ​ດັ່ງ​ທີ່​ເຮົາ​ເຫັນ​ຕາມ​ຜືນ​ຜ້າ​ນັ້ນ​ເອງ ​ໂດຍ​ການ​ຕໍ່າລາຍ​ນາກ ຕາມ​ປະ​ເພ​ນີ້​ແລ້ວ ​ໂຕ​ນາກ​ຈະ​ໃຊ້​ຝ້າຍ​ຂາວ​ຕໍ່າ, ສ່ວນ​ຫົວນາກ​ຈະ​ໃສ່​ສີ​ທີ່​ມີ​ຄວາມ​ໂດດ​​ເດັ່ນ ​ເພື່ອ​ສະ​ແດງ​ເຖິງ​ພະລັງ​ອໍານາດ. ສະ​ນັ້ນ, ການ​ຍ້ອມ​ສີ ຕ້ອງ​ໄດ້​ກະກຽມສີ ຄື ສີ​ແດງ, ຂຽວ,ສີ​ທອງ ​ແລະ ການ​ຕໍ່າກໍ່​​ໄດ້​ໃຊ້​ຫລາຍ​ວິທີ​ເຊັ່ນ : ການ​ຈົກ,ການ​ຂິດ ​, ການ​ມັດມີ່ ​ແລະ ອື່ນໆ ຫລາຍ​ຂັ້ນ​ຕອນ​ກ່ອນ​ຈະ​ອອກ​ມາເປັນ​ຜ້າ​ແພ ລວດລາຍ​ຕ່າງໆທີ່​ເຮົາ​ເຫັນຄື​ທຸກ​ມື້​ນີ້.

ລາຍ​ນາກ​ ​ໃນ​ຜ້າ​ພື້ນ​ເມືອງ​ລາວ​ໄດ້​ປະຈັກ​ສູ່​ສາຍຕາ​ຊາວ​ໂລກ ​ເພາະ​ເມື່ອ​ບໍ່ດົນ​ມາ​ນີ້ ອົງການ ອົ​ງການ UNESCO  ​ໄດ້​ຂຶ້ນ​ທະບຽນ “ລາຍ​ນາກ” ​ໃນ​ຜ້າ​ພື້ນ​ເມືອງ​ລາວ ​​ເປັນ​ມໍລະດົກທາງ​ວັດທະນະ​ທໍາຂອງ​ໂລກ ທີ່​ບໍ່​ສາ​ມາດຈັບ​ຕ້ອງ​ໄດ້​ ​​ໂດຍ​ຈຸດນີ້ ມັນ​ໄດ້​ສ້າງ​ຄວາມ​ພາກພູມ​ໃຈ​ ໃຫ້​ປະຊາຊົນ​ຄົນ​ລາວ​ທົ່ວ​ປະ​ເທດ. ແນວ​ໃດ​ກໍ​ດີ ​ເພື່ອ​ເຮັດ​ໃຫ້​ວັດທະນະ​ທໍາ​ທີ່ສວຍງາມ​ແບບ​ນີ້ ຢູ່​ຄຽງຄູ່​ ປະຊາຊົນ​ຄົນ​ລາວ​ເຮົາ ສະ​ນັ້ນ, ​ໄວໜຸ່ມ ຜູ້ໜຸ່ມ ນ້ອຍ ​ຕ້ອງ​ມີ​ການປົກປັກ​ຮັກສາ ​ແລະ ສືບ​ທອດ​ວັດທະນະ​ທໍາ​ອັນ​ລໍ້າ​ຄ່າ​ ໃຫ້​ລູກ​ຫລາຍ​ຮູ້​ນຕໍ່​ໄປ ​ເພື່ອ​ບໍ່​ໃຫ້​ຈາງ​ຫາຍ​ໄປ​ກັບ​ການ​ເວລາ ​ແລະ ຄວາມ​ຈະ​ເລີ​ນສີ​ວິ​ໄລຂອງ​ບ້ານ​ເມືອງ.

KPL

ຂ່າວອື່ນໆ

    • ເປີດງານວາງສະແດງສິລະປະຮ່ວມສະໄໝ ອິນເດຍ ທີ່ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ເປີດງານວາງສະແດງສິລະປະຮ່ວມສະໄໝ ອິນເດຍ ທີ່ນະຄອນຫລວງວຽງຈັນ

      2/21/2025 6:09:48 PM

      ຂປລ. ສະຖານທູດອິນເດຍ ປະຈຳ ສປປ ລາວ ຮ່ວມກັບ ສະຖາບັນວິຈິດສິນແຫ່ງຊາດ ເປີດງານວາງສະແດງສິລະປະຮ່ວມສະໄໝອິນເດຍ ໃນວັນທີ 19-22 ກຸມພາ 2025 ຜ່ານມາ ຢູ່ສະຖາບັນວິຈິດສິນແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ປຣາຊານຕ໌ ອາເກີວາລ (Prashant Agrawal) ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ, ທ່ານ ຄຳສຸກ ແກ້ວວົງໄຊ ຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສ້າງຄວາມເຂັ້ມແຂງ ວຽກປັບປຸງ ສຸຂະພາບ ແມ່-ເດັກ ຢູ່ສະຫວັນນະເຂດວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂງ ວຽກປັບປຸງ ສຸຂະພາບ ແມ່-ເດັກ ຢູ່ສະຫວັນນະເຂດ

      2/20/2025 8:09:36 PM

      ຂປລ. ເມື່ອບໍ່ດົນຜ່ານມານີ້, ຄະນະຜູ້ແທນຂັ້ນສູງຈາກ ກະຊວງສາທາລະນະສຸກ ຮ່ວມກັບ ລັດຖະບານ ສປ ຈີນ ແລະ ອົງການອຸຍນີເຊບ ນຳໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ທ່ານ ບີລາລ ດູຣານິ ຜູ້ຕາງໜ້າ ອົງການອຸຍນີເຊບ ປະຈໍາ ລາວ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມໂຮງໝໍ ແລະ ສຸກສາລາ ຢູ່ແຂວງສະຫວັນນະເຂດ

    • ປະຫວັດຄວາມເປັນມາຂອງ ທາດນາງ 3 ຜີວ ແຂວງໄຊຍະບູລີວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງ ທາດນາງ 3 ຜີວ ແຂວງໄຊຍະບູລີ

      2/20/2025 11:34:40 AM

      ຄໍລໍາ “ຊີວິດວັດທະນະທໍາ”ຈະພາບັນດາທ່ານມາຮູ້ຈັກຄວາມເປັນມາຂອງພະທາດນາງ ສາວຜິວ ແມ່ນສະຖານທີ່ທ່ອງທ່ຽວ ທາງປະຫວັດສາດຂອງແຂວງໄຊຍະບູລີ ທີ່ມີປະຫວັດຄວາມເປັນມາຍາວນານ ແຕ່ອະດີດຈົນເຖິງປັດຈຸບັນ ສະຖານທີ່ແຫ່ງນີ້ ກໍເປັນບ່ອນກາບໄຫວສັກກາລະບູຊາຂອງຊາວເມືອງ ເພື່ອລະນຶກເຖິງຄຸນງາມຄວາມດີທີ່ມີຕໍ່ບ້ານເມືອງ.

    • ສະຫລຸບຕີລາຄາວຽກພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກວັດທະນະທຳ-ສັງຄົມ

      ສະຫລຸບຕີລາຄາວຽກພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ

      2/19/2025 9:30:50 PM

      ຂປລ. ກອງປະຊຸມ ສະຫລຸບວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຈັດຂຶ້ນ ໃນລະຫວ່າງວັນທີ 17-18 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ກະສິກຳ ແລະ ປ່າໄມ້ແຂວງໃນທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເພີ່ມຄວາມຮັບຮູ້ ການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານງົບປະມານວັດທະນະທຳ-ສັງຄົມ

      ເພີ່ມຄວາມຮັບຮູ້ ການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານງົບປະມານ

      2/19/2025 9:26:33 PM

      ຂປລ. ຊຸດສຳມະນາກ່ຽວກັບການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານການເງິນ ຈັດຂຶ້ນ ໃນວັນທີ 18 ກຸມພາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ວິເລດ ກິນນາວົງ ຫົວໜ້າກົມການເງິນຕ່າງປະເທດ, ທ່ານ ນາງ ກາວີຕາ ລີເອັງກາ ນັກເສດຖະ ສາດອາວຸໂສ ທະນາຄານພັດທະນາອາຊີ, ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ກົມກ່ຽວຂ້ອງ ຈາກກະຊວງການເງິນ ເຂົ້າຮ່ວມ.

ads
ads

Top