ຂປລ
ຂປລ. ຊຸດສຳມະນາກ່ຽວກັບການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານການເງິນ ຈັດຂຶ້ນ ໃນວັນທີ 18 ກຸມພາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ວິເລດ ກິນນາວົງ ຫົວໜ້າກົມການເງິນຕ່າງປະເທດ, ທ່ານ ນາງ ກາວີຕາ ລີເອັງກາ ນັກເສດຖະ ສາດອາວຸໂສ ທະນາຄານພັດທະນາອາຊີ, ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ກົມກ່ຽວຂ້ອງ ຈາກກະຊວງການເງິນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ວິເລດ ກິນນາວົງ ໄດ້ໃຫ້ຮູ້ວ່າ: ຊຸດສຳມະນາໃນຄັ້ງນີ້, ເປັນອີກບາດກ້າວໜຶ່ງທີ່ສຳຄັນ ໃນຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອສ້າງຄວາມເຂັ້ມແຂງດ້ານ ການຄຸ້ມຄອງຄວາມສ່ຽງ ດ້ານງົບປະມານໃນ ສປປ ລາວ ເຊິ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ ວິທີການເພື່ອກໍານົດ, ປະເມີນ, ຫລຸດ ຜ່ອນຄວາມສ່ຽງ ດ້ານງົບປະມານ ໂດຍສະເພາະທີ່ເກີດຂຶ້ນຈາກການລົງທຶນສາທາລະນະ.

ການຈັດສຳມະນາຄັ້ງນີ້, ຍັງເປັນໂອກາດສຳຄັນ ທີ່ຈະສະທ້ອນເຖິງຄວາມຄືບໜ້າ ຂອງວຽກງານດັ່ງກ່າວ, ໄດ້ແບ່ງປັນຄວາມຮູ້, ການວາງແຜນເສັ້ນທາງກ້າວໄປຂ້າງໜ້າ ໂດຍສະເພາະ ການວິເຄາະ ແລະ ການຄຸ້ມຄອງຄວາມສ່ຽງດ້ານງົບປະມານ ຈາກຄູ່ຮ່ວມງານພາກ ລັດ-ເອກະຊົນ, ຄວາມສ່ຽງທີ່ກ່ຽວຂ້ອງກັບ ການລົງທຶນຂອງລັດ.
ຂໍ້ມູນ-ພາບ: ຂ່າວສານກະຊວງການເງິນ
KPL