ສ້າງຄວາມເຂັ້ມແຂງ ວຽກປັບປຸງ ສຸຂະພາບ ແມ່-ເດັກ ຢູ່ສະຫວັນນະເຂດ

20/02/2025 20:09
Email Print 308
ຂປລ ຂປລ. ເມື່ອບໍ່ດົນຜ່ານມານີ້, ຄະນະຜູ້ແທນຂັ້ນສູງຈາກ ກະຊວງສາທາລະນະສຸກ ຮ່ວມກັບ ລັດຖະບານ ສປ ຈີນ ແລະ ອົງການອຸຍນີເຊບ ນຳໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ທ່ານ ບີລາລ ດູຣານິ ຜູ້ຕາງໜ້າ ອົງການອຸຍນີເຊບ ປະຈໍາ ລາວ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມໂຮງໝໍ ແລະ ສຸກສາລາ ຢູ່ແຂວງສະຫວັນນະເຂດ



ຂປລ. ເມື່ອບໍ່ດົນຜ່ານມານີ້
, ຄະນະຜູ້ແທນຂັ້ນສູງຈາກ ກະຊວງສາທາລະນະສຸກ ຮ່ວມກັບ ລັດຖະບານ ສປ ຈີນ ແລະ ອົງການອຸຍນີເຊບ ນຳໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ທ່ານ ບີລາລ ດູຣານິ ຜູ້ຕາງໜ້າ ອົງການອຸຍນີເຊບ ປະຈໍາ ລາວ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມໂຮງໝໍ ແລະ ສຸກສາລາ ຢູ່ແຂວງສະຫວັນນະເຂດ, ລວມທັງ ສຸກສາລາ ດອນນາໄຊ ແລະ ໂຮງໝໍເມືອງ ອາດສະພັງທອງ ແຂວງສະຫວັນນະເຂດ ເພື່ອຕິດຕາມສັງເກດການ ການຮ່ວມມື ໃນວຽກງານປັບປຸງສຸຂະພາບ ແລະ ໂພຊະນາການຂອງ ແມ່ ແລະ ເດັກ ໃນ ສປປ ລາວ ເຊິ່ງການຮ່ວມມື ດັ່ງກ່າວ, ມີມູນຄ່າທັງໝົດ 1,48 ລ້ານໂດລາສະຫະລັດ ເຊິ່ງໄດ້ເລີ່ມມາແຕ່ເດືອນທັນວາ 2024 ເປັນຕົ້ນມາ ໂດຍມີຈຸດປະສົງໃນການແກ້ໄຂບັນຫາ ການຂາດສານອາຫານແບບຊ້ຳເຮື້ອ, ປັບປຸງສຸຂະພາບຂອງເດັກ ແລະ ເສີມສ້າງຄວາມເຂັ້ມແຂງ ຂອງການບໍລິການປົກປ້ອງເດັກ ໃນທົ່ວປະເທດ ໂດຍຈະໃຫ້ການສະໜັບສະໜູນແກ່ເດັກ ຫລາຍກວ່າ 22.000 ຄົນ.




ໂອກາດດັ່ງກ່າວ
, ທ່ານ ບຸນແຝງ ພູມມະໄລສິດ ໄດ້ຕີລາຄາສູງຕໍ່ການຮ່ວມມືຂອງ ລັດຖະບານ ສປ ຈີນ ແລະ ອົງການອຸຍນີເຊບ ເຊິ່ງໄດ້ປະກອບສ່ວນຊ່ວຍປັບປຸງຊີວິດການເປັນຢູ່ ແລະ ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍໃນທົ່ວປະເທດ. ການຢ້ຽມຢາມ ໂຮງໝໍ ແລະ ສຸກສາລາ ຢູ່ແຂວງສະວັນນະເຂດ ໃນຄັ້ງນີ້ ເພື່ອສັງເກດການບໍລິການດ້ານສຸຂະພາບ ແລະ ໂພຊະນາການແບບປະສົມປະສານ ໃຫ້ກັບ ແມ່ ແລະ ເດັກ, ຕັ້ງແຕ່ການຝາກທ້ອງ ແລະ ການສັກຢາກັນພະຍາດ ສຳລັບແມ່ຍິງຖືພາ ຈົນເຖິງການວັດແທກຮ່າງກາຍ ດ້ວຍ ແຖບ MUAC ເພື່ອປະເມີນສະຖານະພາບ ດ້ານໂພຊະນາການຂອງເດັກນ້ອຍ ເຊັ່ນດຽວກັນກັບການໃຫ້ ອາຫານເສີມ ທາງການແພດ (RUTF) ເພື່ອປິ່ນປົວການຂາດສານອາຫານຮ້າຍແຮງ.




ທ່ານ ນາງ ຟາງ ຫົງ ໄດ້ກ່າວວ່າ: ການຢ້ຽມຢາມ ແຂວງສະຫວັນນະເຂດ ໃນຄັ້ງນີ້
, ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມ ໃນການແກ້ໄຂບັນດາສິ່ງທ້າທາຍ ດ້ານສຸຂະພາບທີ່ຮີບດ່ວນທີ່ສຸດ ໃນ ສປປ ລາວ. ການຊ່ວຍເຫລືອດ້ານສຸຂະພາບຈາກ ສປ ຈີນ ຍັງສະແດງໃຫ້ເຫັນເຖິງ ຄວາມເອົາໃຈໃສ່ຂອງພວກເຮົາ ໃນຖານະໜຶ່ງ ໃນປະເທດຜູ້ນຳໂລກ ແລະ ຕໍ່ການປັບປຸງຊີວິດຂອງແມ່ຍິງ ແລະ ເດັກນ້ອຍລາວ.

ພ້ອມນີ້, ທ່ານ ບີລາລ ດູຣານິ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ການຮ່ວມມືທີ່ເຂັ້ມແຂງ ໃນການປັບປຸງສຸຂະພາບຂອງຊຸມຊົນ ເຊິ່ງການຢ້ຽມຢາມໃນຄັ້ງນີ້, ໄດ້ສະແດງໃຫ້ເຫັນເຖິງວິທີການຮ່ວມມື, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການເສີມສ້າງຄວາມເຂັ້ມແຂງ ໃນລະບົບສາທາລະນະສຸກ ທ້ອງຖິ່ນ ສາມາດຊ່ວຍສ້າງ ການປ່ຽນແປງ ໃນທາງບວກໄດ້. ອົງການອຸຍນີເຊບ ປະຈໍາ ສປປ ລາວ ຍັງມຸ່ງໝັ້ນ ທີ່ຈະເຮັດວຽກກັບຄູ່ຮ່ວມງານຂອງພວກເຮົາ ເພື່ອຮັບປະກັນວ່າ ເດັກນ້ອຍທຸກຄົນໃນ ສປປ ລາວ ສາມາດເລີ່ມຕົ້ນຊີວິດໄດ້ດີທີ່ສຸດ.

KPL

ຂ່າວອື່ນໆ

    • ເປີດງານວາງສະແດງສິລະປະຮ່ວມສະໄໝ ອິນເດຍ ທີ່ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ເປີດງານວາງສະແດງສິລະປະຮ່ວມສະໄໝ ອິນເດຍ ທີ່ນະຄອນຫລວງວຽງຈັນ

      2/21/2025 6:09:48 PM

      ຂປລ. ສະຖານທູດອິນເດຍ ປະຈຳ ສປປ ລາວ ຮ່ວມກັບ ສະຖາບັນວິຈິດສິນແຫ່ງຊາດ ເປີດງານວາງສະແດງສິລະປະຮ່ວມສະໄໝອິນເດຍ ໃນວັນທີ 19-22 ກຸມພາ 2025 ຜ່ານມາ ຢູ່ສະຖາບັນວິຈິດສິນແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ປຣາຊານຕ໌ ອາເກີວາລ (Prashant Agrawal) ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ, ທ່ານ ຄຳສຸກ ແກ້ວວົງໄຊ ຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ປະຫວັດຄວາມເປັນມາຂອງ ທາດນາງ 3 ຜີວ ແຂວງໄຊຍະບູລີວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງ ທາດນາງ 3 ຜີວ ແຂວງໄຊຍະບູລີ

      2/20/2025 11:34:40 AM

      ຄໍລໍາ “ຊີວິດວັດທະນະທໍາ”ຈະພາບັນດາທ່ານມາຮູ້ຈັກຄວາມເປັນມາຂອງພະທາດນາງ ສາວຜິວ ແມ່ນສະຖານທີ່ທ່ອງທ່ຽວ ທາງປະຫວັດສາດຂອງແຂວງໄຊຍະບູລີ ທີ່ມີປະຫວັດຄວາມເປັນມາຍາວນານ ແຕ່ອະດີດຈົນເຖິງປັດຈຸບັນ ສະຖານທີ່ແຫ່ງນີ້ ກໍເປັນບ່ອນກາບໄຫວສັກກາລະບູຊາຂອງຊາວເມືອງ ເພື່ອລະນຶກເຖິງຄຸນງາມຄວາມດີທີ່ມີຕໍ່ບ້ານເມືອງ.

    • ສະຫລຸບຕີລາຄາວຽກພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກວັດທະນະທຳ-ສັງຄົມ

      ສະຫລຸບຕີລາຄາວຽກພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ

      2/19/2025 9:30:50 PM

      ຂປລ. ກອງປະຊຸມ ສະຫລຸບວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຈັດຂຶ້ນ ໃນລະຫວ່າງວັນທີ 17-18 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ກະສິກຳ ແລະ ປ່າໄມ້ແຂວງໃນທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເພີ່ມຄວາມຮັບຮູ້ ການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານງົບປະມານວັດທະນະທຳ-ສັງຄົມ

      ເພີ່ມຄວາມຮັບຮູ້ ການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານງົບປະມານ

      2/19/2025 9:26:33 PM

      ຂປລ. ຊຸດສຳມະນາກ່ຽວກັບການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານການເງິນ ຈັດຂຶ້ນ ໃນວັນທີ 18 ກຸມພາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ວິເລດ ກິນນາວົງ ຫົວໜ້າກົມການເງິນຕ່າງປະເທດ, ທ່ານ ນາງ ກາວີຕາ ລີເອັງກາ ນັກເສດຖະ ສາດອາວຸໂສ ທະນາຄານພັດທະນາອາຊີ, ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ກົມກ່ຽວຂ້ອງ ຈາກກະຊວງການເງິນ ເຂົ້າຮ່ວມ.

    • ທາບທາມ ຄຳເຫັນກ່ຽວກັບຫລັກສູດ ການຄຸ້ມຄອງການເງິນແຫ່ງລັດວັດທະນະທຳ-ສັງຄົມ

      ທາບທາມ ຄຳເຫັນກ່ຽວກັບຫລັກສູດ ການຄຸ້ມຄອງການເງິນແຫ່ງລັດ

      2/19/2025 9:06:57 PM

      ຂປລ. ກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ຈັດກອງປະຊຸມທາບທາມ ແລະ ປະກອບຄຳເຫັນໃສ່ຮ່າງເອກະສານ ກ່ຽວ​ກັບການຈັດຕັ້ງປະຕິບັດ ວຽກງານຂອບຄວາມສາມາດ(CF), ການປະເມີນຄວາມຕ້ອງການ ຂອງການຝຶກອົບຮົມ (TNA) ແລະ ຫລັກສູດການຄຸ້ມຄອງການເງິນແຫ່ງລັດ (PFM Curriculum) ໃນວັນທີ 18 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top