ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍ

17/02/2025 14:14
Email Print 840
ຂປລ ຂປລ. ໃນລະຫວ່າງວັນທີ 10 ກຸມພາ ຫາ 7 ມີນາ 2025 ທີມງານຄົ້ນຄວ້າເກັບກຳຂໍ້ມູນ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູຈາກ ຫລວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ ຈະເດີນທາງ ໄປໂຮງຮຽນປະຖົມໃນ 30 ເມືອງເປົ້າໝາຍ ເພື່ອກໍານົດການປະຕິບັດ ການສອນທີ່ມີຄຸນນະພາບ ນໍາໄປສູ່ການເພີ່ມຂຶ້ນ ຂອງການມີສ່ວນຮ່ວມຂອງນັກຮຽນ ແລະ ການປັບປຸງຜົນການຮຽນ




ຂປລ. ໃນລະຫວ່າງວັນທີ
10 ກຸມພາ ຫາ 7 ມີນາ 2025 ທີມງານຄົ້ນຄວ້າເກັບກຳຂໍ້ມູນ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູຈາກ ຫລວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ ຈະເດີນທາງ ໄປໂຮງຮຽນປະຖົມໃນ 30 ເມືອງເປົ້າໝາຍ ເພື່ອກໍານົດການປະຕິບັດ ການສອນທີ່ມີຄຸນນະພາບ ນໍາໄປສູ່ການເພີ່ມຂຶ້ນ ຂອງການມີສ່ວນຮ່ວມຂອງນັກຮຽນ ແລະ ການປັບປຸງຜົນການຮຽນ ​ໂດຍຈະຄົ້ນຫາຄວາມຜູກພັນຂອງນັກຮຽນ ການມີສ່ວນຮ່ວມ ແລະ ປັດ​ໄຈທີ່ສົ່ງຜົນຕໍ່ຜົນການຮຽນຂອງນັກຮຽນ ​ໂດຍໄດ້ຮັບສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານການ ປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ ຫລື ແຜນງານບີຄວາ.




ທ່ານ ນາງ ວົງເດືອນ ໂອໃສ ວ່າການແທນຫົວໜ້າກົມສ້າງຄູ ໄດ້ແນະນຳການອອກແບບ ການສຶກສາແບບມີສ່ວນຮ່ວມ
, ການຄັດເລືອກໂຮງຮຽນ, ວິທີສະໜັບສະໜູນທີມງານ ເກັບກຳຂໍ້ມູນ ໃນເວລາລົງພາກ ສະໜາມ ແລະ ວິທີການອຳນວຍຄວາມສະດວກ ໃນການສະທ້ອນຄືນ ແລະ ປຶກສາຫາລືກ່ຽວກັບ ຄວາມເຂົ້າໃຈເບື້ອງຕົ້ນຈາກຂໍ້ມູນ, ການສຶກສາຄົ້ນຄວ້າໄດ້ກວມເອົາ 30 ເມືອງເປົ້າໝາຍໃນ 7 ແຂວງ ຄື: ແຂວງຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ​ແຂວງສະຫວັນນະເຂດ ໃນແຕ່ລະເມືອງຈະມີໂຮງຮຽນ 4 ແຫ່ງ ທີ່ຖືກຄັດເລືອກໂດຍອີງໃສ່ປັດ​ໄຈດ້ານຄວາມຫລາກຫລາຍ. ໃນນັ້ນ, ລວມມີນັກຮຽນທີ່ບໍ່ເວົ້າພາສາລາວ ເປັນພາສາຫລັກຢູ່ເຮືອນ, ນັກຮຽນພິການ ແລະ ນັກຮຽນທີ່ເຂົ້າຮຽນບໍ່ສະໝໍ່າສະເໝີ, ເງື່ອນໄຂເພີ່ມຕື່ມທີ່ນຳມາຄົ້ນຄວ້າ ແມ່ນເພດຂອງຜູ້ອໍານວຍການ ແລະ ຄູ, ພ້ອມທັງປັດ​ໄຈດ້ານທີ່ຕັ້ງພູມສັນຖານ, ການຈັດການສອນຫ້ອງຄວບ ​ແລະ ​ອື່ນໆ.




ການສຶກສາຄົ້ນຄວ້າ ຈະລວມມີການເກັບກໍາຂໍ້ມູນດ້ານຄຸນນະພາບ ແລະ ດ້ານປະລິມານໃນໄລຍະ 3 ປີ ໃນເດືອນກຸມພາ ແລະ ເດືອນມີນາ ຂອງແຕ່ລະປີ
, ການຄົ້ນຄວ້າກໍລະນີສຶກສາ ດ້ານຄຸນນະພາບຈະດໍາ ເນີນຜ່ານການສໍາພາດນັກຮຽນ, ຜູ້ປົກຄອງ ແລະ ຄູ ໃນ 21 ໂຮງຮຽນເປົ້າໝາຍ ໃນເດືອນເມສາຂອງແຕ່ລະປີ, ການທົດສອບລະດັບພາສາລາວ ຈະດຳເນີນຢູ່ໃນ 120 ໂຮງຮຽນ ແຕ່ຂັ້ນ ປ1-ປ3 ແຕ່ລະພາກຮຽນ, ຂໍ້ມູນການຕິດຕາມຈະເກັບກຳຈາກຄູ ແລະ ຜູ້ທີ່ໃຫ້ການຊ່ວຍເຫລືອເຂົາເຈົ້າ ຜ່ານຊ່ອງທາງ ການສັງເກດການສອນໃນຫ້ອງຮຽນ.

ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳລາວ ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ມຸ່ງໝັ້ນທີ່ຈະສົ່ງເສີມ ການຮຽນແບບມີສ່ວນຮ່ວມ ພວກເຮົາເຊື່ອວ່າ ນັກຮຽນທຸກຄົນ ຄວນເຂົ້າເຖິງການສຶກສາທີ່ມີຄຸນນະພາບ ຕອບສະໜອງຄວາມຕ້ອງການ ທີ່ຫລາກຫລາຍຂອງເຂົາເຈົ້າ ໄດ້ຢ່າງມີປະສິດທິພາບ ໃນສະພາບແວດລ້ອມທີ່ເອື້ອອຳນວຍ, ຍອມຮັບ, ເຄົາລົບ ແລະ ສະໜັບສະໜູນ ເຂົາເຈົ້າໃນສະພາບປະລະການຮຽນ ຂອງນັກຮຽນໃນປັດຈຸບັນ ເຊິ່ງເປັນສິ່ງສຳຄັນທີ່ຈະກຳນົດ ທິດທາງການປະຕິບັດ ການສອນທີ່ຕອບສະໜອງ ຄວາມຕ້ອງການ ຂອງນັກຮຽນໄດ້ດີທີ່ສຸດ ແລະ ເສີມຂະຫຍາຍ ຄວາມຮູ້ສຶກຜູກພັນ ຂອງເຂົາເຈົ້າຢູ່ໂຮງຮຽນ.

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top