ຂປລ. ບໍລິສັດລາວໂທລະຄົມມະ ນາຄົມມະຫາຊົນໄດ້ຈັດກອງປະຊຸມ ສະຫລຸບຜົນງານການເຄື່ອນໄຫວ ວຽກງານ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 21.02.2025 ປີທີ 24 ສະບັບທີ 6.129ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j leg]a fdv'xt-5 ,;y -kdko ;PdcI''ko c]t lts;a ffu dkola '7q , ]k;3m]t7q , lts]5 [ dkog7nj vows;;Pd'koxt9exu 2024 ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ Iv'okpq d]a f4t,q o8u xk4tdt4k;a olh k'8A ' ra dxt-k-q o xt8y ;a f]k; 7q [Iv[ 70 xu g]0kmy dko.spj 8h voIa [ ]aa f4t,q o8u dt-;'dko8j k'xtgmfd6 [k ]k;{wm gruj ,mt;u Ia fc|h o lkprq ;ra o c]t dkoIj ;,,n lv'/j kp ຂປລ. ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ຈັດຂຶ້ນໃນວັນທີ 19 ກຸມພາ 2025, ທີ່ສະໂມສອນກະຊວງ ປ້ອງກັນຄວາມສະຫງົບ (ສະໜາມມ້າ) ໂດຍການເປັນ ຂປລ. ກອງປະຊຸມວິຊາການ ວຽກແຮງງານ ແລະ ສະຫວັດດີ ການສັງຄົມ ປະຈຳປີ 2024 ໄດ້ ອັດລົງດ້ວຍຄວາມຜົນສຳເລັດ ອັນຈົບງາມໃນວັນທີ 19 ກຸມພາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງງານ ແຮງ ແລະ ສະຫວັດດີການສັງຄົມ (ຮສສ), ມີຮອງລັດຖະມົນຕີ, ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ນາງ ໃບຄໍາ ຂັດທິຍະ ໄດ້ລາຍງານກ່ຽວກັບຜົນສໍາເລັດ ຂອງກອງປະຊຸມຄັ້ງນີ້ວ່າ: ກອງປະ ຊຸມໄດ້ເອກະພາບສູງຕໍ່ຜົນສຳເລັດ rkp.8h dkooerk{-U oeva oxu -klk,kf0v'ra d gIa f.sh xtgmf-kfwfh Ia [dkoxq fxj vp1j k'cmh 9y ' ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ໃນໂອກາດຂໍ່ານັບຮັບ ຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ສະຫາຍ ພົນຈັດຕະວາ ທຽມ ຫອມ ຊະນະ ຫົວໜ້າກົມເຄມີສາດກົມໃຫຍ່ ເສນາທິການກອງທັບໃຫ້ສໍາພາດ ວ່າ: ໃນຕະຫລອດໄລຍະ 70 ປີຜ່ານ ມາ ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ອັນປີຊາສາມາດຂອງພັກປະຊາຊົນ ປະຕິວັດລາວ ເຮັດໃຫ້ປະເທດຊາດ c]dxj Po[q fIPo dkofegou o7tfu vkpk ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ກອງປະຊຸມແລກປ່ຽນ ບົດຮຽນ ກ່ຽວກັບການດໍາເນີນຄະດີ ອາຍາ ລະຫວ່າງ ອົງການໄອຍະ ການປະຊາຊົນສູງສຸດ (ອອປສ) ແລະ ໂຄງການສົ່ງເສີມການພັດທະ ນາ ແລະ ສ້າງຄວາມເຂັ້ມແຂງລັດ ທີ່ປົກຄອງດ້ວຍກົດໝາຍໃນຂົງເຂດ ຍຸຕິທຳ ຈັດຂຶ້ນໃນວັນທີ 20 ກຸມພາ 2025 ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນທັນ ບຸນທະວິໄລ lh k'7;k,g0A ,c0';Pdxa [x5 ' l5 0trk[c,j {gfa d 16j lts;a ootg0f lkoxt-k-q o lts]5 [ dkog7nj vows;;Pd'koxt9exu 2024 ra dxt-k-q o xt8y ;a f]k; mu j ,u dPflts'k\A opn oK j ປະທານ ແລະ ປາຖະກະຖາຂອງທ່ານ ກິແກ້ວ ໄຂ ຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານ ຂົງເຂດວັດທະນະທຳ-ສັງຄົມ, ມີທ່ານ ພົນໂທ ກົງ ທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ, ບັນດາຮອງລັດຖະມົນຕີ, ຄະນະ ປະຈຳພັກ, ຄະນະພັກກະຊວງ, ຄະນະກົມ, ຄະນະ ບັນຊາ, ປກສ ນະຄອນຫລວງວຽງຈັນ ພ້ອມດ້ວຍ ນາຍຕຳຫລວດຫລັກແຫລ່ງອ້ອມຂ້າງກະຊວງ ປ້ອງກັນຄວາມສະຫງົບ ເຂົ້າຮ່ວມ. ຈຸດປະສົງການຈັດປາຖະກະຖາຄັ້ງນີ້, ກໍເພື່ອ ເຜີຍແຜ່ໃຫ້ບັນດາຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມເນື້ອໃນ ກ່ຽວກັບປະຫວັດ, ມູນເຊື້ອ, ຜົນງານ ແລະ ໄຊ ຊະນະອັນຍິ່ງໃຫຍ່ຂອງການປະຕິວັດໂດຍພາຍໃຕ້ ການນຳພາ-ຊີ້ນຳຂອງພັກ ປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ, ທັງເປັນການໂຄ ສະນາສຶກສາ ຂອງການຈັດຕັ້ງປະຕິບັດວຽກງານ ຮສສ ໃນປີ 2024 ເຊິ່ງສາມາດ ສັງລວມໄດ້ບາງບັນຫາທີ່ພົ້ນເດັ່ນ ບາງດ້ານຄື: ດ້ານການສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ ຂປລ. ໃນວັນທີ 20 ກຸມພາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງສະຫາຍ ບຣູ ໂນ ໂຣດຣີເກັສ ປາຣີຢາ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາ ທາລະນະລັດ ກູບາ ໃນໂອກາດເດີນ ທາງມາຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການໃນລະຫວ່າງວັນທີ 20-21 ກຸມພາ 2025. ໃນໂອກາດນີ້, ສະຫາຍເລຂາ ທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຍິນດີຕ້ອນຮັບຢ່າງອົບອຸ່ນ, ພ້ອມ ທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງ ນີ້ຂອງສະຫາຍລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ແລະ ຄະນະ ເຊິ່ງຖືວ່າເປັນການຫວນຄືນກັບມາ ຢ້ຽມຢາມທີ່ມີຄວາມໝາຍຄວາມ ສໍາຄັນ, ແນໃສ່ສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ເປັນມູນ ເຊື່ອມາແຕ່ດົນນານຖານອ້າຍນ້ອງ ລະຫວ່າງ ລາວ-ກູບາ ໃຫ້ເຂົ້າສູ່ ລວງເລິກຍິ່ງໆຂຶ້ນ. ໃນການໂອ້ລົມ, ສະຫາຍເລ ຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ປິຕິຍິນດີທີ່ເຫັນວ່າການພົວພັນຮ່ວມ ມືລະຫວ່າງສອງພັກ, ສອງລັດ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 21/02/2025 xtgmf]k; ຮອງນາຍົກລັດຖະມົນຕີ...ົັົີ ສໍາເລັດກອງປະຊຸມ...ໍັຸ ລາວ-ໄທ... ເລຂາທິການໃຫຍ່...ິ່ ສ້າງຄວາມເຂັ້ມແຂງ...້ັ້ ລາວໂທລະຄົມ...ົ ອົບຮົມໃຫ້ພະນັກງານ, ສະມາຊິກ ພັກພາຍໃນກະຊວງປ້ອງກັນຄວາມ ສະຫງົບ ໄດ້ຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນປະຫວັດການກຳເນີດ ເຕີບໃຫຍ່ ແລະ ມູນເຊື້ອອັນດີງາມ ຂອງພັກ. ໃນໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນ ຂະບວນວິວັດແຫ່ງການກຳເນີດ ຂອງພັກ ຕະຫລອດໄລຍະເວລາ 70 ປີ ແຫ່ງການນໍາພາຂອງພັກ, ບໍ່ວ່າຈະເປັນໄລຍະຕໍ່ສູ້ກູ້ຊາດ, ນັບ ແຕ່ມື້ສ້າງຕັ້ງພັກໃນວັນທີ 22 ມີນາ 1955 ເປັນຕົ້ນມາພັກເຮົາໄດ້ມີ ການນໍາພາ-ຊີ້ນຳ ເດັດດ່ຽວ, ມີ ວິທະຍາສາດອັນໄດ້ນໍາພາປວງຊົນ ລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ກັບ ອິດທິກຳລັງປໍລະປັກທີ່ໂຫດຮ້າຍ ປ່າເຖື່ອນທີ່ມີຈຳນວນພົນ, ອາວຸດ ແລະ ເຕັກນິກທີ່ທັນສະໄໝເໜືອ ກວ່າເປັນຫລາຍເທົ່າ, ແຕ່ດ້ວຍ ຄວາມສະຫລາດສ່ອງໃສ ແລະ ຄວາມມີໄຫວພິບຂອງພັກ ບວກກັບ ນໍ້າໃຈຮັກຊາດອັນດູດດື່ມບໍ່ຍອມ ຈໍານົນຕໍ່ສັດຕູຜູ້ຮຸກຮານ ແລະ ການ ຊ່ວຍເຫລືອຂອງເພື່ອນມິດສາກົນ ທີ່ກ້າວໜ້າ, ພັກປະຊາຊົນລາວ ໃນເມື່ອກ່ອນ ກໍຄື ພັກປະຊາຊົນ ປະຕິວັດລາວໃນປັດຈຸບັນຈຶ່ງສາ ມາດນໍາພາປວງຊົນລາວປົດປ່ອຍ ຊາດ ແລະ ປະກາດເອກະລາດ ແລະ ອະທິປະໄຕຂອງຕົນຂຶ້ນໃນ ວັນທີ 2 ທັນວາ 1975, ພາຍຫລັງ ປົດປ່ອຍຊາດ ພັກເຮົາກໍໄດ້ນໍາ ພາປວງຊົນລາວດໍາເນີນການປົວ ແປງຮຳບາດແຜສົງຄາມ ແລະ ປະຕິບັດໜ້າທີ່ສອງຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດໃຫ້ໝັ້ນຄົງ ແລະ ສີວິໄລ, ຕະຫລອດ 70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ 50 ປີ ແຫ່ງ ການສະຖາປະນາ ສປປ ລາວ ພັກ ເຮົາໄດ້ມີຜົນງານອັນຍິ່ງໃຫຍ່ ແລະ ມະຫາສານເປັນຕົ້ນດ້ານການເມືອງ ສາມາດປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ ຢ່າງໝັ້ນຄົງ; ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ດ້ານວັດທະນະທໍາໄດ້ມີການປົກປັກ ຮັກສາ ແລະ ເສີມຂະຫຍາຍ ເຊິ່ງ ເຮັດໃຫ້ ສປປ ລາວ ໄດ້ມີບົດບາດ ແລະ ໃບໜ້າໃໝ່ໃນເວທີພາກພື້ນ ແລະ ສາກົນ ສູງຂຶ້ນເປັນກ້າວໆ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ກົດໝາຍສໍາເລັດຕາມແຜນກຳນົດ; ໄດ້ເອົາໃຈໃສ່ປະສານສົມທົບກັບ ອົງການຈັດຕັ້ງຕ່າງໆຂອງລັດ, ອົງ ການຈັດຕັ້ງມະຫາຊົນ, ພາກທຸລະກິດ, ສັງຄົມດໍາເນີນການພັດທະນາສີມື ແຮງງານ ເພື່ອສະໜອງຕາມຄວາມ ຕ້ອງການຂອງຕະຫລາດແຮງງານ, ຝຶກເພື່ອປະກອບອາຊີບອິດສະລະ ຕາມສາຂາອາຊີບຕ່າງໆໄດ້ທັງໝົດ 34.324 ຄົນ, ຍິງ 15.015 ຄົນ; ສົມທົບຫົວໜ່ວຍແຮງງານເຮັດການ ທົດສອບ ແລະ ອອກໃບຢັ້ງຢືນລະດັບ ສີມືແຮງງານຕາມມາດຕະຖານສີມື ແຮງງານແຫ່ງຊາດ, ໄດ້ປັບປຸງ ກົນໄກການບໍລິການຈັດຫາງານດ້ວຍ ຫລາຍຮູບແບບທັງເຊິ່ງໜ້າ ແລະ ອອນລາຍ, ຜ່ານເວັບໄຊ (webຂປລ. ໂດຍຕອບສະໜອງ ຕາມຄໍາເຊື້ອເຊີນຂອງທ່ານ ນາງ ແພທອງທານ ຊິນນະວັດ ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ໄທ, ທ່ານສອນໄຊສີພັນດອນນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມ ດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງ ຂປລ. ເມື່ອບໍ່ດົນຜ່ານມານີ້, ຄະນະຜູ້ແທນຂັ້ນສູງຈາກກະຊວງ ສາທາລະນະສຸກ ຮ່ວມກັບລັດຖະ ບານ ສປ ຈີນ ແລະ ອົງການອຸຍນີ ເຊບ ນຳໂດຍທ່ານ ບຸນແຝງ ພູມມະ ໄລສິດ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະ ຈໍາ ສປປ ລາວ ແລະ ທ່ານ ບີລາລ ດູຣານິ ຜູ້ຕາງໜ້າອົງການອຸຍນີ ເຊບ ປະຈໍາ ລາວ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມໂຮງໝໍ ແລະ ສຸກສາລາຢູ່ແຂວງສະຫວັນນະ ເຂດ, ລວມທັງສຸກສາລາດອນນາ ໄຊ ແລະ ໂຮງໝໍເມືອງອາດສະພັງ ທອງ ແຂວງສະຫວັນນະເຂດ ເພື່ອ ຕິດຕາມສັງເກດການການຮ່ວມມື ໃນ ວຽກງານປັບປຸງສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ໃນ ສປປ ລາວ ເຊິ່ງການຮ່ວມມື ດັ່ງກ່າວ, ມີມູນຄ່າທັງໝົດ 1,48 ລ້ານໂດລາສະຫະລັດ ເຊິ່ງໄດ້ເລີ່ມ ມາແຕ່ເດືອນທັນວາ 2024 ເປັນ ຕົ້ນມາ, ໂດຍມີຈຸດປະສົງໃນການ ແກ້ໄຂບັນຫາການຂາດສານອາ ຫານແບບຊ້ຳເຮື້ອ, ປັບປຸງສຸຂະພາບ ຂອງເດັກ ແລະ ເສີມສ້າງຄວາມເຂັ້ມ ແຂງຂອງການບໍລິການປົກປ້ອງ ເດັກໃນທົ່ວປະເທດໂດຍຈະໃຫ້ການ ສະໜັບສະໜູນແກ່ເດັກຫລາຍກວ່າ 22.000 ຄົນ. ໂອກາດດັ່ງກ່າວ, ທ່ານ ບຸນແຝງ ພູມມະໄລສິດ ໄດ້ຕີລາຄາສູງຕໍ່ການ ຮ່ວມມືຂອງລັດຖະບານ ສປ ຈີນ ແລະ ອົງການອຸຍນີເຊບ ເຊິ່ງໄດ້ ປະກອບສ່ວນຊ່ວຍປັບປຸງຊີວິດການ ເປັນຢູ່ ແລະ ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍໃນທົ່ວປະເທດ. ການ ຢ້ຽມຢາມໂຮງໝໍ ແລະ ສຸກສາລາຢູ່ ໃນວັນທີ 20 ກຸມພາ 2025 ໂດຍ ການເປັນປະທານຂອງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດລາວ ໂທລະຄົມມະນາຄົມ ມະຫາຊົນ ໂດຍມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກ ໂນໂລຊີ ແລະ ການສື່ສານ, ມີຜູ້ ຕາງໜ້າຈາກລາວໂທລະຄົມຈາກ ສູນກາງ, ສາຂາແຂວງທົ່ວປະເທດ, ຜູ້ຕາງໜ້າຈາກບໍລິສັດລາວໂມບາຍ ມັນນີຈຳກັດ ແລະ ບໍລິສັດ T-Plus ເຂົ້າຮ່ວມ. ໂອກາດນີ້, ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອໍານວຍການໃຫຍ່ ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນໄດ້ຍົກໃຫ້ເຫັນຜົນງານ ພົ້ນເດັ່ນທີ່ລາວໂທລະຄົມສາມາດ ຍາດມາໄດ້ໃນໄລຍະ 1 ປີຜ່ານ ແລະ ປະຊາຊົນສອງຊາດ ລາວກູບາ, ກູບາ-ລາວ ໄດ້ຮັບການຍົກ ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ສປປ ລາວ ແລະ ສ ກູບາ ເປັນປະເທດເພື່ອນ ມິດຍຸດທະສາດ, ມີການພົວພັນຖານ ອ້າຍນ້ອງ ແລະ ມີການຮ່ວມມືທີ່ມີ ມູນເຊື້ອອັນດີງາມມາແຕ່ດົນນານ; ການພົວພັນຮ່ວມມືທາງດ້ານການ ເມືອງຂອງສອງປະເທດແມ່ນຢູ່ໃນ ລະດັບດີເລີດ ແລະ ນັບມື້ໜັກແໜ້ນ, ມີການປະສານສົມທົບ, ຕິດຕໍ່ພົວພັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ພິເສດໃນປີ 2024 ທີ່ຜ່ານມາ, ສອງປະເທດໄດ້ຮ່ວມກັນສະເຫລີມ ສະຫລອງ ຄົບຮອບ 50 ປີ ວັນ ສ້າງຕັ້ງສາຍພົວພັນການທູດ ຢ່າງ ເປັນຂະບວນຟົດຟື້ນ; ການຮ່ວມມື ດ້ານອື່ນໆຂອງສອງປະເທດສືບຕໍ່ ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ສອງຝ່າຍກໍ່ຊອກຫາວິທີທາງເພື່ອ ຮ່ວມມືກັນໃນຂະແໜງທີ່ມີທ່າແຮງ ເປັນຕົ້ນການສ້າງຊັບພະຍາກອນ ມະນຸດ, ການສຶກສາ ແລະ ກິລາ, ສາ ທາລະນະສຸກ, ກະສິກໍາ ແລະ ອື່ນໆ, ລວມເຖິງການສືບຕໍ່ຊຸກຍູ້ ແລະ ສົ່ງ ເສີມການຮ່ວມມືທາງດ້ານເສດຖະ ກິດ-ການຄ້າ ໃຫ້ມີທ່າກ້າວໄປຄຽງ ຄູ່ກັບການພົວພັນຮ່ວມມືທາງດ້ານ ການເມືອງ. ໃນໂອກາດດຽວກັນນີ້, ສະຫາຍ ລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ກໍໄດ້ສະແດງຄວາມຂອບ ໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບເຖິງ ຈຸດປະສົງ ແລະ ແຜນການເຄື່ອນ ໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງ ນີ້, ລວມເຖິງໄດ້ແຈ້ງໃຫ້ຊາບກ່ຽວ ກັບສະພາບຂອງກູບາ ໃນປັດຈຸບັນ ໂດຍຫຍໍ້. ພ້ອມກັນນີ້, ກໍໄດ້ສະແດງ ຄວາມເຫັນດີເປັນເອກະພາບຕໍ່ການ ຕີລາຄາການພົວພັນ ແລະ ການ ຮ່ວມມືລະຫວ່າງສອງປະເທດຂອງ ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ທອງລຸນ ສີສຸລິດ ໂດຍໄດ້ຕີລາຄາສູງຕໍ່ການພົວພັນ ກູບາ-ລາວ ແລະ ທິດທາງການ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດໃນຕໍ່ໜ້າ ໂດຍສະເພາະແມ່ນທິດທາງໃນການ ຈັດຕັ້ງປະຕິບັດການຜັນຂະຫຍາຍ ການຮ່ວມມືແບບເພື່ອນມິດຍຸດທະ ສາດໃຫ້ເປັນແຜນປະຕິບັດງານເປັນ ຮູບປະທໍາຫລາຍຂຶ້ນ. ໃນຕອນທ້າຍ, ສະຫາຍເລ ຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ອວຍພອນ ໃຫ້ສະຫາຍລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ແລະ ຄະນະ ຈົ່ງປະສົບຜົນສໍາເລັດໃນການມາ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ຝາກຄໍາຢື້ຢາມຖາມ ຂ່າວໄປຍັງສະຫາຍ ມີແກນ ດີເອັດ ສ-ກາແນນ ເບີມູເດັດສ ເລຂາທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດກູບາ, ປະທານປະເທດ ແຫ່ງ ສ ກູບາ ແລະ ເຊື້ອເຊີນເພີ່ນມາ ຢ້ຽມຢາມ ສປປ ລາວ ໃນເວລາອັນ ສະດວກ ແລະ ເໝາະສົມ. ພາບ: ທະນູທອງ ການໃນວັນທີ 20 ກຸມພາ 2025 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນ ຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄືການ ເປັນຄູ່ຮ່ວມຍຸດທະສາດ ເພື່ອການ ຈະເລີນເຕີບໂຕ ແລະ ການພັດທະນາ ແບບຍືນຍົງລະຫວ່າງສອງປະເທດ ລາວ ແລະ ໄທ ໃຫ້ໄດ້ຮັບການພັດ ທະນາຍິ່ງໆຂຶ້ນ. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ທໍານຽບລັດຖະບານ ໂດຍການ ເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນ ດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງຂອງສອງປະເທດ. ພາຍຫລັງສໍາເລັດພິທີຕ້ອນຮັບ, ສອງ ນາຍົກລັດຖະມົນຕີ ແລະ ຄະນະໄດ້ ດໍາເນີນການພົບປະສອງຝ່າຍຢ່າງ ເປັນທາງການ ເພື່ອຮ່ວມກັນທົບ ທວນຄືນການພົວພັນຮ່ວມມືສອງ ຝ່າຍໃນໄລຍະຜ່ານມາ ເຊິ່ງສອງ ຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລາວໄທ ທີ່ມີໝາກຜົນ ແລະ ເຕີບໃຫຍ່ ຂະຫຍາຍຕົວຕະຫລອດໄລຍະ 75 ປີ ຜ່ານມາ, ກວມເອົາທຸກຂົງເຂດວຽກ ງານຜ່ານກົນໄກການຮ່ວມມືດ້ານ ຕ່າງໆນັບແຕ່ຂັ້ນສູນກາງຮອດທ້ອງ ຖິ່ນ; ສອງລັດຖະບານໄດ້ເຫັນດີເອກະ ພາບຮ່ວມກັນໃນການສືບຕໍ່ສົ່ງເສີມ ການແລກປ່ຽນການຢ້ຽມຢາມ ແລະ ການໄປມາຫາສູ່ເຊິ່ງກັນ ແລະ ກັນ ລະຫວ່າງການນໍາຂັ້ນສູງຂອງສອງ ປະເທດ ກໍຄື ລະຫວ່າງທ້ອງຖິ່ນຢ່າງ ເປັນປົກກະຕິ ເພື່ອສ້າງເງື່ອນໄຂທີ່ ເອື້ອອໍານວຍໃຫ້ແກ່ການເພີ່ມທະ ວີການພົວພັນຮ່ວມສອງຝ່າຍໃນຕໍ່ ໜ້າໂດຍສະເພາະການຮ່ວມມື ແລະ ແກ້ໄຂບັນຫາທີ່ມີຜົນກະທົບຕໍ່ຄວາມ ໝັ້ນຄົງຂອງສອງປະເທດໃນການ ສະກັດກັ້ນ ແລະ ປາບປາມອາຊະ ຍາກໍາຂ້າມຊາດ ເປັນຕົ້ນແມ່ນຢາ ເສບຕິດ ແລະ ການໂຈນລະກໍາທາງ ໄຊເບີ, ພ້ອມທັງຮ່ວມມືກັນແກ້ໄຂ ບັນຫາໝອກຄວັນຂ້າມແດນ; ເພີ່ມ ທະວີຄວາມພະຍາຍາມໃນການກໍາ ນົດເສັ້ນຊາຍແດນໃຫ້ມີຄວາມຄືບ ໜ້າ ຊຶ່ງມາຮອດປັດຈຸບັນທັງສອງ ປະເທດໄດ້ດໍາເນີນການສໍາຫລວດ ແລະ ປັກຫລັກໝາຍຊາຍແດນທາງ ບົກໄດ້ສໍາເລັດແລ້ວ 93%, ຍັງຄົງ ຄ້າງ 7% ໃນຈໍານວນ 14 ບໍລິເວນ. ສ່ວນຊາຍແດນທາງນໍ້າໄດ້ເອກະພາບ ຮ່ວມກັນສ້າງແຜນແມ່ບົດ ແລະ ຂໍ້ ກໍານົດທາງດ້ານເຕັກນິກ (TOR) ເພື່ອເປັນບ່ອນອີງໃນການດໍາເນີນ ການສໍາຫລວດ ແລະ ປັກຫລັກໝາຍ ທາງນໍ້າ ຕໍ່ໄປ. ພ້ອມກັນນີ້, ສອງຝ່າຍ ໄດ້ເຫັນດີໃນການສ້າງປັດໄຈ ແລະ ເງື່ອນໄຂເອື້ອອໍານວຍໃຫ້ແກ່ການ ຄ້າ-ການລົງທຶນ, ການເຊື່ອມໂຍງເຊື່ອມຈອດໃຫ້ມີໝາກຜົນເປັນຮູບ ປະທໍາຍິ່ງຂຶ້ນເປັນຕົ້ນການພັດທະນາ ເສັ້ນທາງຄົມມະນາຄົມ ທັງທາງບົກ ແລະ ທາງລາງ, ຂົວ ເຊັ່ນ: ການກໍ່ ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງ ທີ 5 ໃຫ້ສໍາເລັດໃນປີ 2025, ການ ກໍ່ສ້າງຂົວຂ້າມນໍ້າຂອງຈອມເພັດນະຄອນຫລວງພະບາງ, ຂົວສໍາລັບ ລົດໄຟ ແລະ ການພັດທະນາເສັ້ນທາງ ເລກທີ 12 ເພື່ອເຊື່ອມຈອດແລວ ເສດຖະກິດຕາເວັນອອກ-ຕາເວັນ ຕົກ; ການເຊື່ອມຈອດຕາຂ່າຍໄຟຟ້າ; ການປັບປຸງແກ້ໄຂຂອດປະສານງານ ແລະ ສິ່ງກີດຂວາງທາງດ້ານການ ຄ້າຕ່າງໆຮ່ວມກັນຄຽງຄູ່ກັບການ ສົ່ງເສີມການລົງທຶນເພື່ອການແປຮູບ ເປັນສິນຄ້າ, ການນໍາເຂົ້າ-ສົ່ງອອກ ໂດຍສະເພາະສິນຄ້າກະສິກໍາ, ນໍ້າມັນ ເຊື້ອໄຟ ແລະ ອື່ນໆ. ສອງຝ່າຍຍັງ ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມື ເພື່ອການພັດທະນາ, ທຶນການສຶກສາ 75 ທຶນ, ສາທາລະນະສຸກ, ກະສິກໍາ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ການທ່ອງທ່ຽວ, ຍຸ ຕິທໍາ ແລະ ແຮງງານ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກ ປ່ຽນຄໍາຄິດເຫັນຕໍ່ສະພາບການພົ້ນ ເດັ່ນພາຍໃນພາກພື້ນ ແລະ ສາກົນທີ່ ສອງຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ຍິນດີທີ່ໄດ້ພົບ ປະກັບທ່ານນາຍົກລັດຖະມົນຕີ ນາງ ແພທອງທານ ຊິນນະວັດ ອີກຄັ້ງ ໜຶ່ງພາຍຫລັງທີ່ໄດ້ພົບປະກັນຢູ່ນະ ຄອນຫລວງວຽງຈັນ ໃນໂອກາດທີ່ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງໃນ ເດືອນຕຸລາ 2024 ທີ່ຜ່ານມາ, ພ້ອມ ທັງໄດ້ສະແດງຄວາມຂອບໃຈຕໍ່ລັດ ຖະບານ ແລະ ປະຊາຊົນໄທ ທີ່ໄດ້ ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕະຫລອດໄລຍະຜ່ານ ມາ ໂດຍສະເພາະແມ່ນການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຊຶ່ງໄດ້ຮັບຜົນສໍາເລັດ ຢ່າງຈົບງາມ. ໃນຂະນະດຽວກັນ, ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ໄທ ກໍໄດ້ສະແດງຄວາມຍິນດີຕ້ອນ ຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ການຢ້ຽມຢາມຄັ້ງນີ້ ເຊິ່ງຖືເປັນໜຶ່ງ ໃນກິດຈະກໍາທີ່ມີຄວາມໝາຍສໍາຄັນ ເນື່ອງໃນໂອກາດສະເຫລີມສະຫລອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດລະຫວ່າງສອງ ປະເທດ ລາວ-ໄທ ໃນປີ 2025 ນີ້, ພ້ອມທັງຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ ເພື່ອເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາ ແຕ່ດົນນານ ກໍຄື ການເປັນຄູ່ຮ່ວມ ຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດ ໄທ-ລາວ ໃຫ້ ເກີດດອກອອກຜົນຍິ່ງໆຂຶ້ນ. ພາຍຫລັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ-ໄທ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນ ພິທີລົງນາມເອກະສານຮ່ວມກັນ ຈໍານວນ 4 ສະບັບ ຄື: ສັນຍາການ ບໍລິຫານຈັດການທາງດ້ານເຕັກນິກ ການຂົນສົ່ງຜູ້ໂດຍສານທາງລົດໄຟ ລະຫວ່າງລັດວິສາຫະກິດລົດໄຟ ແຫ່ງຊາດລາວ ແລະ ການລົດໄຟ ແຫ່ງປະເທດໄທ; ແຜນປະຕິບັດງານ ປະຈໍາປີ 2025-2027 ເພື່ອຈັດຕັ້ງ ປະຕິບັດບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການຮ່ວມມືທາງດ້ານຍຸຕິທໍາ ແລະ ກົດໝາຍ ລະຫວ່າງ ກະຊວງຍຸ ຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງ ຍຸຕິທໍາ ແຫ່ງ ຣາຊະອານາຈັກໄທ; ບົດບັນທຶກຄວາມເຂົ້າໃຈລະຫວ່າງ ສະພາການຄ້າ ແລະ ອຸດສາຫະ ກໍາແຫ່ງຊາດລາວ ແລະ ຄະນະ ກໍາມະການຮ່ວມມືດ້ານການຄ້າ, ອຸດສາຫະກໍາ ແລະ ການທະນາຄານ ຂອງປະເທດໄທ ແລະ ບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການຮ່ວມມື ດ້ານວິຊາການລະຫວ່າງມະຫາ ວິທະຍາໄລສຸພານຸວົງ ແຫ່ງ ສປປ ລາວ ແລະ ມະຫາວິທະຍາໄລແມ່ຟ້າ ຫລວງ ແຫ່ງ ຣາຊະອານາຈັກໄທ. ຫລັງຈາກນັ້ນ, ກໍໄດ້ເຂົ້າຮ່ວມພິທີເປີດ ກາສັນຍາລັກ (Logo) ສະເຫລີມ ສະຫລອງ ຄົບຮອບ 75 ປີແຫ່ງການ ສ້າງຕັ້ງສາຍພົວພັນການທູດ ລາວໄທ ຢ່າງເປັນທາງການ, ຖະແຫລງ ຂ່າວຕໍ່ສື່ມວນຊົນກ່ຽວກັບຜົນຂອງ ການພົບປະສອງຝ່າຍ, ກ່າວຄໍາ ເຫັນໃນກອງປະຊຸມພົບປະທຸລະກິດ ລາວ-ໄທ ແລະ ໄດ້ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າ ຢູ່ຫົວ ແຫ່ງ ຣາຊະອາຈັກໄທ ຕື່ມອີກ. ພາບ: ຂັນໄຊ ມາເປັນຕົ້ນໄດ້ລົງທຶນຂະຫຍາຍ ຕາໜ່າງລະບົບໂທລະຄົມມະນາຄົມ ມີມູນຄ່າທັງໝົດ 15,74 ລ້ານ ໂດລາສະຫະລັດ. ປັດຈຸບັນບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ມີສະຖານີມືຖື 2G, 3G, 4G, 4,5G ຄວບຄຸມພື້ນທີ່ປະຊາກອນ ທົ່ວປະເທດ. ນອກຈາກນັ້ນ, ຍັງ ມີ 5G ໃຫ້ບໍລິການຢູ່ບັນດາຕົວ ເມືອງໃຫຍ່ ແລະ ມີ FTTH ໃຫ້ ບໍລິການທົ່ວປະເທດ ເຊິ່ງໄດ້ກາຍ ເປັນປັດໄຈຫລັກທີ່ຜັກດັນໃຫ້ກຸ່ມ ບໍລິສັດລາວໂທລະຄົມສາມາດຂະ ຫຍາຍຖານລູກຄ້າໃໝ່ ແລະ ຮັກສາ ຈຳນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນ ຄົງ. ມາຮອດປັດຈຸບັນມີລູກຄ້າ ໃຊ້ບໍລິການຕົວຈິງ MBB ແລະ FBB ຈໍານວນ 3,3 ລ້ານກວ່າ ເລກໝາຍ, ໃນປີ 2024 ຜ່ານມາ ກຸ່ມບໍລິສັດສາມາດສ້າງລາຍຮັບ ໄດ້ທັງໝົດ 2.397,93 ຕື້ກີບ (ບໍ່ ລວມອາກອນ), ສາມາດປະຕິບັດ ພັນທະໃຫ້ລັດຖະບານທັງໝົດ 549,75 ຕື້ກີບ. ນອກຈາກນັ້ນ, ຍັງໄດ້ປັບປຸງລະບຽບ, ນະໂຍບາຍ ສະຫວັດດີການສັງຄົມຕ່າງໆ ເພື່ອ ຍົກສູງລະດັບຊີວິດການເປັນຢູ່ຂອງ ພະນັກງານໃຫ້ດີຂຶ້ນເລື້ອຍໆໄປ ຄຽງຄູ່ກັບການດໍາເນີນທຸລະກິດຍັງ ໄດ້ປະກອບສ່ວນຊ່ວຍເຫລືອ ແລະ ໃຫ້ການອຸປະຖຳຕໍ່ອົງຈັດຕັ້ງຂອງ ພັກ-ລັດ, ສັງຄົມ, ການສຶກສາ ແລະ ສະໜອງການບໍລິການເຂົ້າໃນກອງ ປະຊຸມລະດັບຊາດ (ASEAN) ທີ່ ສປປ ລາວ ເປັນເຈົ້າພາບລວມ ມູນຄ່າທັງໝົດ 12 ຕື້ກວ່າກີບ ແລະ ຍັງໄດ້ສືບຕໍ່ສະໜອງອຸປະກອນ ແລະ ສັນຍານອິນເຕີເນັດສຳລັບການຮຽນ ທາງໄກ, ກອງປະຊຸມທາງໄກຂອງ ອົງການຈັດຕັ້ງພັກ-ລັດ ຈຳນວນ ໜຶ່ງໃນມູນຄ່າຫລາຍຕື້ກີບ. ສຳລັບແຜນການປີ 2025 ນີ້, ລາວໂທລະຄົມຈະສູ້ຊົນຮັກສາຖານ ລູກຄ້າເກົ່າ, ສ້າງຖານລູກຄ້າໃໝ່ ແລະ ຈະສ້າງລາຍຮັບໃຫ້ໄດ້ທັງໝົດ 2.624,68 ຕື້ກີບ, ທຽບໃສ່ປີ2024 ເພີ່ມຂຶ້ນ 9,26% ຄາດຄະເນກໍາໄລ ສຸດທິໃຫ້ໄດ້ 612,29 ຕື້ກີບ ແລະ ຄາດຄະເນວ່າຈະສາມາດປະຕິບັດ ພັນທະໃຫ້ລັດຖະບານ 597,09 ຕື້ ກີບ. ນອກຈາກນັ້ນ, ຍັງຈະໄດ້ລົງ ທຶນທັງໝົດ 17,29 ລ້ານໂດລາ ສະຫະລັດ ເພື່ຶອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການ ດ້ານໂທລະຄົມ ໂດຍສະເພາະແມ່ນ Mobile Broadband and Fixed Broadband ໃຫ້ຮັບປະກັນໃຫ້ ແກ່ການບໍລິການລູກຄ້າທາງດ້ານ ປະລິມານ ແລະ ຄຸນນະພາບ, ຂໍ້ ມູນມີຄວາມປອດໄພ ແລະ ເປັນ ລະບົບທັນສະໄໝ ເພື່ອຮັບປະກັນ ໃຫ້ແກ່ການບໍລິການສັງຄົມທັງໝົດ ເຫລົ່ານີ້ ກໍເພື່ອໃຫ້ບັນລຸຕາມແຜນ ຍຸດທະສາດ ແລະ ວິໄສທັດກ້າວໄປ ສູ່ຍຸກ Lao Digital Life. ໂອກາດນີ້, ທ່ານ ບໍ່ວຽງຄໍາ ວົງ ດາລາ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນ ຫລາຍດ້ານທີ່ບໍລິສັດລາວໂທລະ ຄົມມະນາຄົມ ຍາດມາໄດ້ໃນໄລຍະ ຜ່ານມາ ໂດຍສະເພາະສາມາດ ສ້າງລາຍຮັບ ແລະ ປະຕິບັດພັນທະ ໃຫ້ລັດຖະບານໄດ້ເກີນເປົ້າໝາຍ, ທັງໄດ້ປະກອບສ່ວນຊ່ວຍເຫລືອຕໍ່ ອົງການຈັດຕັ້ງຂອງພັກ-ລັດ, ສັງ ຄົມ ໂດຍສະເພາະດ້ານການສຶກສາ ແລະ ສະໜອງການບໍລິການເຂົ້າ ໃນກອງປະຊຸມສຳຄັນລະດັບຊາດ ທີ່ ສປປ ລາວ ເປັນເຈົ້າພາບ, ທັງ ໄດ້ປະກອບສ່ວນສະໜອງອຸປະກອນ ແລະ ສັນຍານອິນເຕີເນັດ ສຳລັບ ການຮຽນທາງໄກ, ກອງປະຊຸມ ທາງໄກຂອງອົງການຈັດຕັ້ງພັກລັດ ຈຳນວນໜຶ່ງໃນມູນຄ່າຫລາຍ ຕື້ກີບ. ພ້ອມນີ້, ທ່ານຍັງໄດ້ເນັ້ນ ໃຫ້ຄະນະບໍລິຫານຕະຫລອດຮອດ ພະນັກງານທົ່ວບໍລິສັດລາວໂທລະ ຄົມມະນາຄົມຫັນການຈັດຕັ້ງປະຕິ ບັດວຽກງານດ້ານຕ່າງໆໃຫ້ເປັນ ທັນສະໄໝ ເພື່ອເຮັດໃຫ້ວຽກງານ ໂທລະຄົມມະນາຄົມ ກໍຄື ການສະ ໜອງການບໍລິການຕ່າງໆໃຫ້ໄດ້ ຮັບການພັດທະນາ, ມີຄວາມທັນ ສະໄໝ, ວ່ອງໄວ, ທົ່ວເຖິງສາມາດ ຕອບສະໜອງຕາມຄວາມຮຽກ ຮ້ອງຕ້ອງການຂອງສັງຄົມ. ຂ່າວ-ພາບ: ທະນູທອງ ແຂວງສະວັນນະເຂດ ໃນຄັ້ງນີ້ ເພື່ອ ສັງເກດການບໍລິການດ້ານສຸຂະພາບ ແລະ ໂພຊະນາການແບບປະສົມ ປະສານໃຫ້ກັບແມ່ ແລະ ເດັກ, ຕັ້ງ ແຕ່ການຝາກທ້ອງ ແລະ ການສັກ ຢາກັນພະຍາດສຳລັບແມ່ຍິງຖືພາ ຈົນເຖິງການວັດແທກຮ່າງກາຍ ດ້ວຍແຖບ MUAC ເພື່ອປະເມີນ ສະຖານະພາບດ້ານໂພຊະນາການ ຂອງເດັກນ້ອຍ ເຊັ່ນດຽວກັນກັບ ການໃຫ້ອາຫານເສີມທາງການ ແພດ (RUTF) ເພື່ອປິ່ນປົວການ ຂາດສານອາຫານຮ້າຍແຮງ. ທ່ານ ນາງ ຟາງ ຫົງ ໄດ້ກ່າວວ່າ: ການຢ້ຽມຢາມແຂວງສະຫວັນນະ ເຂດ ໃນຄັ້ງນີ້, ສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນຮ່ວມໃນການແກ້ໄຂ ບັນດາສິ່ງທ້າທາຍດ້ານສຸຂະພາບທີ່ ຮີບດ່ວນທີ່ສຸດໃນ ສປປ ລາວ. ການ ຊ່ວຍເຫລືອດ້ານສຸຂະພາບຈາກ ສປ ຈີນ ຍັງສະແດງໃຫ້ເຫັນເຖິງຄວາມ ເອົາໃຈໃສ່ຂອງພວກເຮົາໃນຖານະ ໜຶ່ງໃນປະເທດຜູ້ນຳໂລກ ແລະ ຕໍ່ ການປັບປຸງຊີວິດຂອງແມ່ຍິງ ແລະ ເດັກນ້ອຍລາວ. ພ້ອມນີ້, ທ່ານ ບີລາລ ດູຣານິ ຍັງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ການຮ່ວມມືທີ່ເຂັ້ມແຂງໃນການ ປັບປຸງສຸຂະພາບຂອງຊຸມຊົນ ເຊິ່ງ ການຢ້ຽມຢາມໃນຄັ້ງນີ້, ໄດ້ສະແດງ ໃຫ້ເຫັນເຖິງວິທີການຮ່ວມມື, ການມີ ສ່ວນຮ່ວມຂອງຊຸມຊົນ ແລະ ການ ເສີມສ້າງຄວາມເຂັ້ມແຂງໃນລະບົບ ສາທາລະນະສຸກທ້ອງຖິ່ນ ສາມາດ ຊ່ວຍສ້າງການປ່ຽນແປງໃນທາງ ບວກໄດ້. ອົງການອຸຍນີເຊບ ປະຈໍາ ສປປ ລາວ ຍັງມຸ່ງໝັ້ນທີ່ຈະເຮັດ ວຽກກັບຄູ່ຮ່ວມງານຂອງພວກເຮົາ ເພື່ອຮັບປະກັນວ່າ ເດັກນ້ອຍທຸກ ຄົນໃນ ສປປ ລາວ ສາມາດເລີ່ມຕົ້ນ ຊີວິດໄດ້ດີທີ່ສຸດ. site), application, Facebook, ຊຸກຍູ້ໃຫ້ຫົວໜ່ວຍແຮງງານປະກາດ ຮັບສະໝັກເອງ, ປະສານສົມທົບ ກັບບັນດາຫົວໜ່ວຍແຮງງານ ແລະ ອົງການປົກຄອງທ້ອງຖິ່ນຈັດງານ ຕະຫລາດນັດແຮງງານຢ່າງເປັນ ຂະບວນຟົດຟື້ນ; ສັງລວມຕົວເລກ ຈັດຫາວຽກເຮັດງານທໍາໃຫ້ເຂົ້າສູ່ ຕະຫລາດແຮງານພາຍໃນແລະ ຕ່າງ ປະເທດ ຕິດພັນກັບວາລະແຫ່ງຊາດ ໄດ້ທັງໝົດ 124.539 ຄົນ. ສຳລັບວຽກສະຫວັດດີການສັງ ຄົມ ໄດ້ສຸມໃສ່ຂະຫຍາຍອັດຕາການ ປົກຄຸມປະກັນສັງຄົມໃນພາກທຸລະ ກິດ ແລະ ຜູ້ສະໝັກໃຈ, ປັດຈຸບັນ ມີຫົວໜ່ວຍວິສາຫະກິດທີ່ຈ່າຍເງິນ ສົມທົບທັງໝົດ 4.746 ຫົວໜ່ວຍ, ມີຜູ້ປະກັນຕົນທີ່ຂື້ນທະບຽນ ແລະ ຈ່າຍເງິນສົມທົບ 370.882 ຄົນ, ຍິງ 179.484 ຄົນ ຊຶ່ງກວມເອົາ ຜູ້ເກີດສິດ ແລະ ສະມາຊິກຄອບ ຄົວທີ່ໄດ້ຮັບການຄຸ້ມຄອງປິ່ນປົວ ສຸຂະພາບຈາກລະບົບປະກັນສັງ ຄົມ ທັງໝົດ 896.445 ຄົນ, ຍິງ 449.179 ຄົນ, ກວມປະມານ 23% ຂອງພົນລະເມືອງທັງໝົດ ອັນພົ້ນເດັ່ນໃນປີ 2024 ເຫັນວ່າຜູ້ ປະກັນຕົນສະໝັກໃຈໄດ້ເຂົ້າຮ່ວມ ລະບົບປະກັນສັງຄົມເພີ່ມຂຶ້ນລື່ນຕົວ ເລກຢ່າງກ້າວກະໂດດ. ຂ່າວ: ກິດຕາ; ພາບ: ເກດສະໜາ
xtgmf]k; 3 21/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສ. ສີວັວັນນໄຊີ ]a f gda [rklu 9kd[5 d7q omu j ,u ]kpIa [9kdln j vvo]kpco;.fL l5 ,m5 dde]a 'mqj ;la '7q , -j ;pda oltda fdA o[+ .sh w2w\h ]k,xj k ໂດຍ: ວັນໄຊ ຕະວິນຍານັ ນິ ນ *ສະພາບໄຟໄໝ້ລາມປ່າຢູ່ສປປ ລາວ ສ່ວນໃຫຍ່ມັກຈະເກີດຂຶ້ນ ຫລາຍ ໃນໄລຍະແຕ່ເດືອນມັງກອນ ຫາ ເດືອນເມສາຂອງທຸກໆປີ. ເນື່ອງ ຈາກວ່າເປັນໄລຍະກະກຽມພື້ນທີ່ ທໍາການຜະລິດຂອງປະຊາຊົນ ເປັນ ຕົ້ນການຈູດໄຮ່ປູກເຂົ້າ, ເຮັດສວນ ແລະ ເພື່ອຫາເຄື່ອງປ່າຂອງດົງ- ລ່າສັດປ່າໃນເຂດຊົນນະບົດ. ຍ້ອນ ການຈູດປ່າຂອງປະຊາຊົນຈໍານວນ ໜຶ່ງ ບໍ່ມີການຄວບຄຸມ, ການຈູດ ປ່າພ້ອມກັນຫລາຍໆຕອນ, ບໍ່ມີ ການສ້າງແລວກັນໄຟປ້ອງກັນ, ເຮັດໃຫ້ເກີດມີໄໝ້ລາມປ່າເປັນວົງ ກວ້າງຄວບຄຸມໄດ້ຍາກ. ເປັນການ ສູນເສຍປ່າໄມ້ທີ່ກໍາລັງເຕີບໂຕ, ທໍາລາຍທີ່ຢູ່ອາໄສຂອງສັດປ່າ, ເຮັດໃຫ້ສັດບາງຊະນິດສູນພັນ ພາໃຫ້ເກີດມີຝຸ່ນລະອອງກະຈາຍ ເກີນມາດຕະຖານ (PM 2.5) ກະ ທົບຕໍ່ສຸຂະພາບຂອງປະຊາຊົນ. ຍິ່ງ ໄປກວ່ານັ້ນ, ໄຟໄໝ້ຢູ່ບາງພື້ນທີ່ ຍັງລຸກລາມໄປໃສ່ຖຽງນາ, ເຮືອນ ຊານບ້ານຊ່ອງຂອງປະຊາຊົນ, ພາ ຫະນະເສຍຫາຍຈໍານວນບໍ່ໜ້ອຍ. ອີງໃສ່ສະຖິຕິ ແລະ ການສັງລວມ ຂໍ້ມູນ ຂອງກົມປ່າໄມ້ ກະຊວງກະສິ ກໍາ ແລະ ປ່າໄມ້, ໃນປີ 2023 ຜ່ານ ມາ, ຢູ່ປະເທດເຮົາ ເກີດໄຟໄໝ້ລາມ ປ່າ ມີເນື້ອທີ່ທັງໝົດ 522.708 ເຮັກຕາ ແລະ ໃນປີ 2024 ແມ່ນ * ເມື່ອມີລາຍຮັບຈາກການເຮັດ ວຽກ ບໍ່ວ່າຢູ່ພາກລັດ ຫລື ເອກະຊົນ ກໍຕ້ອງໄດ້ເສຍພາສີ ຕາມກົດໝາຍ ເຊິ່ງແຕ່ລະປະເທດກໍມີລະບຽບກົດ ໝາຍກໍາກັບໄວ້ ແຕ່ຈະເສຍໜ້ອຍ ຫລື ຫລາຍແມ່ນຂຶ້ນກັບລາຍຮັບ ຂອງຕົນ. ເນື່ອງຈາກເປັນບົດທີ່ກ່ຽວກັບສື່ ແບບໃໝ່ ດັ່ງນັ້ນ ອາດຈະມີຄໍາສັບ ທີ່ຜູ້ໃຊ້ສື່ສັງຄົມອອນລາຍຮູ້ ແລະ ເຂົ້າໃຈຢູ່ແລ້ວ ຈຶ່ງບໍ່ໄດ້ແປເປັນພາ ສາລາວລະອຽດທຸກຄໍາ ແລະຂໍອະ ໄພສໍາລັບບາງທ່ານ ທີ່ບໍ່ລຶ້ງກັບຄໍາ ສັບເຫລົ່ານັ້ນ ເຊິ່ງສະບັບໜ້າ ຈະອະ ທິບາຍກ່ຽວກັບຄໍາສັບທີ່ໂລກອອນ ລາຍ ມັກນໍາໃຊ້ຕື່ມ. ທ່ານຜູ້ອ່ານທີ່ຮັກແພງ ! ໃນ ໂລກອອນລາຍ ໄລຍະມໍ່ໆມານີ້, ມີ ການແຂ່ງຂັນກັນຢ່າງດຸເດືອດເຮັດ ໃຫ້ມີ ແພລດຟອມໂຊຊຽວມີເດຍ ໃໝ່ໆເກີດຂຶ້ນຢ່າງຫລວງຫລາຍ ແລະມີອາຊີບໜຶ່ງ ທີ່ຂະຫຍາຍຕົວ ໄປພ້ອມກັບກະແສເຫລົ່ານີ້ກໍຄື: ຄອນເທັນຄຣີເອເຕີ (Content Creator) ບໍ່ວ່າຈະເປັນ ຢູທູບ ເບີ (Youtuber), ຕິກຕ໋ອກເກີ (TikToker) ຫລື ອິນຟລູເອນເຊີ (Influencer) ທີ່ມັກສ້າງເນື້ອ ໃນ ຕະຫລົກຊວນຫົວ, ເນື້ອໃນ ສ້າງສັນ ເພື່ອດຶງດູດໃຈຜູ້ຊົມໃຫ້ ກົດໄລ້, ກົດແຊ ແລະ ກົດຕິດຕາມ, ຍິ່ງມີຄົນມັກຫລາຍເທົ່າໃດ ລາຍ ຮັບກໍຈະຫລາຍຂຶ້ນໄປນໍາ ເຊັ່ນ: ລາຍຮັບຈາກການຈ້າງໂຄສະນາ ສິນຄ້າ ຫລື ຣີວິວສິນຄ້າ, ສ່ວນແບ່ງ ຈາກຄ່າໂຄສະນາ, ຍອດວິວ ແລະ ອື່ນໆ ເຮັດໃຫ້ອາຊີບນີ້ ເປັນອີກ ທາງເລືອກສໍາລັບຜູ້ທີ່ຢາກປະກອບ ອາຊີບອິດສະລະ. ຢູ່ປະເທດລາວ ເຮົາ ບັນດາແພລດຟອມ ເຟສບຸກ, ຢູທູບ ຫລື ຕິກຕ໋ອກ ຍັງບໍ່ທັນເປີດ ອະນຸຍາດໃຫ້ສ້າງລາຍໄດ້ຈາກ ຍອດວິວ ຫລື ປ່ອຍໂຄສະນາໃຫ້. ສະນັ້ນ, ຈຶ່ງມີຫລາຍໆຄົນ ເລືອກ ລົງທະບຽນໂດຍໃຊ້ຊີມໝາຍເລກ ໂທລະສັບຈາກປະເທດທີ່ເຈົ້າຂອງ ແພລດຟອມ ອະນຸຍາດໃຫ້ສ້າງ ລາຍຮັບໄດ້ ເພາະການລົງທະບຽນ ເປັນຜູ້ນໍາໃຊ້ນັ້ນ ລະບົບຈະໃຫ້ປ້ອນ 247.808 ເຮັກຕາ. ໃນປັດຈຸບັນ, ອີງໃສ່ຂໍ້ມູນການປະເມີນຄວາມ ຮ້ອນ ໃນເດືອນມັງກອນ 2025 ເຫັນວ່າ: ສປປລາວຍັງມີຈຸດຄວາມ ຮ້ອນ (Hotspots) ປະມານ 1.633ຈຸດທຽບໃສ່ປະເທດໃກ້ຄຽງ ແມ່ນຍັງຕໍ່າ (ກໍາປູເຈຍ ປະມານ 5.500 ຈຸດ ແລະ ໄທ 1.500 ຈຸດ). ສະນັ້ນ, ເພື່ອກຽມຄວາມພ້ອມ ສະ ກັດກັ້ນໄຟໄໝ້ລາມປ່າ, ບໍ່ໃຫ້ເກີດ ມີການສູນເສຍຊັບພະຍາກອນປ່າ ໄມ້, ບໍ່ໃຫ້ເກີດຝຸ່ນ PM 2.5. ປີນີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ ອອກແຈ້ງການວ່າດ້ວຍການເພີ່ມ ທະວີຄວາມຮັບຜິດຊອບ ໃນການ ສະກັດກັ້ນບໍ່ໃຫ້ເກີດໄຟໄໝ້ລາມປ່າ, ການຖາງປ່າເຮັດໄຮ່ ແລະ ການ ບຸກລຸກທໍາລາຍປ່າໄມ້ ເພື່ອທໍາ ການຜະລິດກະສິກໍາ ສະບັບເລກ ທີ 0024/ ກປ, ລົງວັນທີ 8 ມັງກອນ 2025. ໃນແຈ້ງການ, ໄດ້ມອບໃຫ້ ຫ້ອງການ, ກົມ ແລະ ສະຖາບັນ ທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້, ພະແນກກະສິກໍາ ແລະ ປ່າ ໄມ້ ແຂວງ ແລະ ນະຄອນຫລວງ ວຽງຈັນ ຈົ່ງເພີ່ມທະວີຄວາມເຂັ້ມ ງວດ ໃນການຈັດຕັ້ງປະຕິບັດກົດ ໝາຍ ແລະ ນິຕິກໍາຕ່າງໆ ໂດຍ ສະເພາະກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019 (ມາດຕາ 52 ການສະ ກັດກັ້ນ ແລະ ຕ້ານໄຟໄໝ້ລາມປ່າ ແລະ ມາດຕາ 53 ການຈໍາກັດ ການຖາງປ່າເຮັດໄຮ່ແບບເລື່ອນ ລອຍ); ຄໍາສັ່ງ ສະບັບເລກທີ 11/ ນຍ, ລົງວັນທີ 21 ກໍລະກົດ 2023 ໂດຍລົງເລິກຕາມແຈ້ງການ ສະບັບ ເລກທີ 1120/ຫສນຍ, ລົງວັນທີ 10 ມິຖຸນາ 2024 ແລະ ຄໍາແນະ ນໍາ ສະບັບເລກທີ 3573/ກປ, ລົງ ວັນທີ 10 ສິງຫາ 2023 . ໃຫ້ສືບຕໍ່ໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດບົດແນະນໍາເຕັກນິກ ກ່ຽວກັບການປ້ອງກັນ ແລະ ການ ດັບມອດໄຟໄໝ້ລາມປ່າ ລວມທັງ ມາດຕະການປ້ອງກັນ, ສະກັດກັ້ນ ໄຟໄໝ້ລາມປ່າ ແລະ ຝຸ່ນ PM 2.5. ສ້າງຈິດສໍານຶກໃຫ້ມວນຊົນ ເພື່ອສ້າງຄວາມຮັບຮູ້ກ່ຽວກັບຜົນ ກະທົບຕໍ່ສຸຂະພາບ ຈາກມົນລະພິດ ໝອກຄວັນ (PM 2.5) ແລະ ວິທີການປ້ອງກັນມົນລະພິດ ຜ່ານສື່ ອອນລາຍ, ວິດີໂອ, ໂປສເຕີ, ປະຕິ ທິນ, ວິທະຍຸ, ໂທລະພາບ ແລະ ສື່ ສິ່ງພິມອື່ນໆ ຕາມຄວາມເໝາະສົມ. ພ້ອມກັນນັ້ນ, ໃຫ້ປະສານສົມທົບ ກັບ ພະແນກຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມແຂວງ ແລະ ນະຄອນຫລວງວຽງຈັນ, ກົມ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ພັດທະນາລະບົບຕິດຕາມ, ກວດ ກາ ເພື່ອຢັ້ງຢືນຈຸດສະສົມຄວາມ ຮ້ອນພາຍໃນແຂວງຂອງຕົນ ເພື່ອ ສະກັດກັ້ນໄຟໄໝ້ລາມປ່າ ຢ່າງ ທັນເຫດການ ແລະ ສາມາດແຈ້ງ ເຕືອນຜ່ານໂທລະສັບມືຖືຂອງຜູ້ຊົມ ໃຊ້ໄດ້. ສ້າງແຜນທີ່ຜົນກະທົບຈາກ ໄຟໄໝ້ລາມປ່າ ທີ່ມີຄວາມຊັດເຈນ ສູງແລະສາມາດນໍາໃຊ້ເຂົ້າໃນລາຍ ງານປະຈໍາອາທິດ, ປະຈໍາເດືອນ ແລະ ປະຈໍາປີ. ໃນລະດັບບ້ານ, ເມືອງ ແລະ ແຂວງ, ສ້າງແຜນທີ່ ເຂດຄວາມສ່ຽງທີ່ອາດຈະເກີດໄຟ ໄໝ້ລາມປ່າໃນແຕ່ລະປີ ເພື່ອເປັນ ບ່ອນອີງໃນການວາງແຜນ, ກໍານົດ ນະໂຍບາຍ, ງົບປະມານ ແລະ ມາດ ຕະການຕ່າງໆ ໃນການປ້ອງກັນ ໄຟໄໝ້ລາມປ່າ. ພ້ອມທັງລາຍງານ ເຫດການໄຟໄໝ້ລາມປ່າ ຢູ່ຂອບ ເຂດພື້ນທີ່ດິນປ່າໄມ້ ແລະ ທີ່ດິນກະ ສິກໍາ ແບບຈໍາລອງການກະຈາຍ ຂອງມົນລະພິດໝອກຄວັນ (PM 2.5) ໃຫ້ປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ພາຍໃນແຂວງ ຂອງຕົນໄດ້ຮັບຊາບ ໃນແຕ່ລະວັນ, ແຕ່ລະໄລຍະ ໂດຍຜ່ານສື່ອອນ ລາຍ, ວິດີໂອ, ໂປສເຕີ, ປະຕິທິນ, ວິທະຍຸ, ໂທລະພາບ ແລະ ສື່ສິ່ງ ພິມອື່ນໆ ຕາມຄວາມເໝາະສົມ. ຂະນະດຽວກັນ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ນະຄອນ ຫລວງວຽງຈັນ ຕ້ອງເປັນເຈົ້າການ ປະສານສົມທົບກັບຂະແໜງການທີ່ ກ່ຽວຂ້ອງ ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ດໍາເນີນການກວດກາ, ເກັບກໍາຂໍ້ມູນ ແລະ ແກ້ໄຂການບຸກ ລຸກປ່າໄມ້, ການຈັບຈອງ, ຊື້-ຂາຍ ທີ່ດິນປ່າໄມ້, ການດໍາເນີນກິດຈະ ການ ຫລື ດໍາເນີນທຸລະກິດຂອງ ບຸກຄົນ, ນິຕິບຸກຄົນ ຫລື ການ ຈັດຕັ້ງຢູ່ໃນເຂດປ່າໄມ້ ແລະ ທີ່ດິນ ປ່າໄມ້. ກໍລະນີບໍ່ໄດ້ຮັບອະນຸຍາດ ຫລື ເຄື່ອນໄຫວບໍ່ຖືກຕ້ອງ ແມ່ນໃຫ້ ຢຸດຕິ, ຍຸບເລີກ, ຮື້ຖອນ, ປະຕິບັດ ມາດຕະການ ແລະ ດໍາເນີນຄະດີ ຕໍ່ ຜູ້ລະເມີດ ຕາມກົດໝາຍ ຢ່າງເຂັ້ມ ງວດ. ເປັນເຈົ້າການ ແລະ ເຂັ້ມ ງວດ ໃນການປ້ອງກັນ, ສະກັດ ກັ້ນການຈູດປ່າແບບຊະຊາຍ ຂອງ ປະຊາຊົນ ແລະ ເປັນເຈົ້າການດັບ ມອດ ໄຟໄໝ້ລາມປ່າທີ່ເກີດຂຶ້ນ ໃນທ້ອງຖິ່ນທີ່ຕົນເອງຮັບຜິດຊອບ ເພື່ອຮັບປະກັນ ບໍ່ໃຫ້ເກີດຄວາມ ເສຍຫາຍ ຮ້າຍແຮງ ແລະ ແຜ່ລາມ ເປັນບໍລິເວນກວ້າງ. ປະສານສົມທົບ ກັບ ຄະນະກໍາມະການຄຸ້ມຄອງໄພ ພິບັດ ແຫ່ງຊາດ ແລະ ຂັ້ນແຂວງ ຖືເອົາວຽກງານປ້ອງກັນໄຟໄໝ້ ລາມປ່າ ແລະ ຝຸ່ນ PM 2.5 ເປັນ ວຽກງານບຸລິມະສິດໜຶ່ງ ໃນຂົງເຂດ ໄພພິບັດແຫ່ງຊາດ ໂດຍການຈັດ ສັນງົບປະມານ, ກະກຽມວັດຖຸອຸປະ ກອນທີ່ຈໍາເປັນ ໃນການສະກັດກັ້ນ, ຕ້ານ ແລະ ດັບມອດໄຟໄໝ້ລາມປ່າ ໃຫ້ຢູ່ໃນທ່າກຽມພ້ອມ. ເພື່ອຮັບປະກັນຜົນສໍາເລັດ ໃນ ການຈັດຕັ້ງປະຕິບັດ ໃຫ້ສຸມທຸກກໍາ ລັງທົ່ວສັງຄົມ ຊ່ວຍກັນສະກັດ ກັ້ນ ໂດຍການແຕ່ງຕັ້ງຄະນະຮັບຜິດ ຊອບຊີ້ນໍາລວມ, ຄະນະວິຊາການ ແລະ ຈັດຕັ້ງກໍາລັງ ສາມອົງການ ຈັດຕັ້ງມະຫາຊົນ ສົມທົບກັບກໍາ ລັງ ປກສ-ປກຊ, ອົງການປົກຄອງ ທ້ອງຖິ່ນ, ອາສາສະໝັກກູ້ໄພ ແລະ ປະຊາຊົນ ສະກັດກັ້ນ, ຄວບຄຸມ ແລະ ດັບມອດໄຟໄໝ້ລາມປ່າ ໃນ ແຕ່ລະພື້ນທີ່ ເພື່ອຈັດສັນຈໍານວນ ພົນ ແລະ ອຸປະກອນເຂົ້າຊ່ວຍໃນ ການຄວບຄຸມ ແລະ ດັບມອດໄຟ ຢູ່ ຈຸດທີ່ມີຄວາມສ່ຽງ ທີ່ເກີດຄວາມ ເສຍຫາຍຕໍ່ຊີວິດ ແລະ ຊັບສິນ ຂອງ ປະຊາຊົນ. ໃຫ້ສືບຕໍ່ລົງເຄື່ອນໄຫວ ໂຄສະນາ ປູກຈິດສໍານຶກ ໃຫ້ກັບປະ ຊາຊົນ ເຂົ້າໃຈຜົນຮ້າຍຂອງໄຟປ່າ ແລະ ວິທີການປ້ອງກັນ, ດັບມອດ ໄຟເບື້ອງຕົ້ນ, ແຈກຢາຍ ແລະ ໂຄ ສະນາຄໍາແນະນໍາ ການປ້ອງກັນ ໄຟໄໝ້ລາມປ່າ. ສືບຕໍ່ດໍາເນີນການ ຈັດສັນພື້ນທີ່ 3 ປະເພດປ່າ (ປ່າສະ ຫງວນ, ປ່າປ້ອງກັນ ແລະ ປ່າ ຜະລິດ) ໃນຂອບເຂດທົ່ວປະເທດ, ປັກຫລັກໝາຍຂອບເຂດຊາຍແດນ ທີ່ດິນປ່າໄມ້, ຕິດປ້າຍຫ້າມຕ່າງໆ ໃສ່ພື້ນທີ່ດິນປ່າໄມ້ ທີ່ມີຄວາມສ່ຽງ ຕໍ່ການບຸກລຸກ ແລະ ທໍາລາຍ. ພ້ອມ ກັນນັ້ນ, ກໍໄດ້ຫັນພະນັກງານລົງ ເຮັດວຽກຢູ່ພື້ນທີ່ທີ່ມີຄວາມສ່ຽງ ຕໍ່ ການບຸກລຸກ ແລະ ທໍາລາຍປ່າໄມ້. ເອົາໃຈໃສ່ກວດກາລາດຕະເວນ ໃນ ຂອບເຂດທີ່ດິນປ່າໄມ້ ເພື່ອສະກັດ ກັ້ນ ບໍ່ໃຫ້ບຸກຄົນ, ນິຕິບຸກຄົນ ເຂົ້າ ໄປບຸກລຸກບຸກເບີກ ແລະ ຈັບຈອງ ທີ່ດິນປ່າໄມ້, ຂຸດຄົ້ນໄມ້ ຫລື ກິດ ຈະກໍາອື່ນໆ ທີ່ບໍ່ຖືກ ຕາມກົດໝາຍ ແລະ ກໍ່ໃຫ້ເກີດໄຟໄໝ້ລາມປ່າ. ກໍລະນີຫາກມີການລະເມີດ ຕ້ອງ ໄດ້ດໍາເນີນຄະດີ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ. ທັງໝົດນີ້, ກໍເພື່ອຮັບປະກັນໃຫ້ ປະຊາຊົນ ໄດ້ທໍາການຜະລິດຕາມ ລະດູການ, ບໍ່ໃຫ້ເກີດໄຟໄໝ້ລາມ ປ່າ ເປັນບໍລິເວນກວ້າງ, ປົກປັກ ຮັກສາເນື້ອທີ່ປ່າໄມ້ ບໍ່ໃຫ້ສູນເສຍ ແລະ ບໍ່ກໍ່ຜົນກະທົບຝຸ່ນລະອອງ ຕໍ່ ສຸຂະພາບຂອງປະຊາຊົນ. ຂໍ້ມູນສ່ວນຕົວກ່ຽວກັບປະເທດທີ່ ອາໄສຢູ່, ໝາຍເລກໂທລະສັບ, ອີ ເມວ ແລະອື່ນໆ, ແຕ່ໄລຍະຫລັງໆ ມານີ້ ຊາວໂຊຊຽວມີເດຍລາວ ກໍ ຊອກຄົ້ນຄວ້າ ແລະ ເຫັນວ່າ ການ ເປີດສ້າງລາຍຮັບຢູ່ລາວກໍໄດ້ເຊັ່ນ ກັນ ແຕ່ໄດ້ຈາກຍອດວິວຢ່າງດຽວ ແລະກໍໄດ້ໜ້ອຍທີ່ສຸດເມື່ອທຽບກັບ ປະເທດອື່ນ. ສໍາລັບປະເທດທີ່ແພລດຟອມສື່ ອອນລາຍ ອະນຸຍາດໃຫ້ສ້າງລາຍ ຮັບໄດ້ນັ້ນ, ລັດຖະບານເກັບພາສີ ຈາກເຫລົ່າຄອນເທັນຄຣີເອເຕີ ຫລື ຜູ້ທີ່ຜະລິດເນື້ອໃນສ້າງສັນ ແນວໃດ? ຂໍຍົກເອົາຕົວຢ່າງຈາກ ປະເທດໄທ ເພາະເປັນປະເທດທີ່ ຄົນລາວນິຍົມນໍາໃຊ້ຊີມໝາຍເລກ ໂທລະສັບເປີດລົງທະບຽນ ເພື່ອ ສ້າງລາຍຮັບ. ໂດຍພາກສ່ວນລັດ ແມ່ນເອົາປະເພດລາຍຮັບ ມາພິຈາ ລະນາວ່າ ຢູ່ໃນປະເພດໃດຄື: ລາຍ ຮັບທີ່ໄດ້ຈາກການໂຄສະນາ, ຣີວິວ ສິນຄ້າ ຈັດຢູ່ປະເພດທີ2, ຄ່າສ່ວນ ແບ່ງໂຄສະນາຈາກແພລດຟອມ, ຍອດວິວ ຢູ່ປະເພດທີ 8, ຂາຍສິນ ຄ້າອອນລາຍ ປະເພດທີ8. ຂັ້ນຕອນ ທີ1: ລາຍຮັບ-ຄ່າໃຊ້ຈ່າຍ-ສ່ວນ ຫລຸດນະໂຍບາຍ=ເງິນໄດ້ສຸດທິ; ຂັ້ນຕອນທີ2: ເງິນໄດ້ສຸດທິXອັດຕາ ພາສີຂັ້ນໄດ 5%-35%=ພາສີທີ່ ຕ້ອງຈ່າຍ. (ອັດຕາພາສີຂັ້ນໄດ ໝາຍເຖິງ ອັດຕາພາສີເງິນໄດ້ ບຸກຄົນທໍາມະດາ ທີ່ກົມສ່ວຍສາ ອາກອນ ແບ່ງອັດຕາພາສີໄປຕາມ ຂັ້ນເງິນໄດ້ສຸດທິ ຈາກໜ້ອຍໄປຫາ ຫລາຍ) ຕົວຢ່າງ: ທ້າວ ກ ມີລາຍຮັບ ຈາກການຮັບຈ້າງໂຄສະນາ, ຣີວິວ ສິນຄ້າ 1 ລ້ານບາດ (ສະກຸນເງິນ ໄທ) ແລະ ຕົ້ນທຶນທັງໝົດທີ່ເກີດຂຶ້ນ ຈິງ 5 ແສນບາດ ແຕ່ເນື່ອງຈາກ ການຣີວິວສິນຄ້າ ເປັນລາຍຮັບ ປະເພດທີ2 ຈຶ່ງຫັກຄ່າໃຊ້ຈ່າຍ ສູງສຸດ 1 ແສນບາດ, ພາສີທີ່ຕ້ອງ ຊໍາລະ ຄິດໄລ່ໄດ້ດັ່ງນີ້: 1) ລາຍ ຮັບຂາຍສິນຄ້າ 1 ລ້ານບາດ-ຄ່າ ລາຍຈ່າຍ 1 ແສນ-ສ່ວນຫລຸດ ນະໂຍບາຍ 6 ໝື່ນ= ເງິນໄດ້ສຸດທິ 8,4 ແສນບາດ. 2) ເງິນໄດ້ສຸດທິ 8,4 ແສນX ອັດຕາພາສີຂັ້ນໄດ 5%-35%=ພາສີທີ່ຕ້ອງຈ່າຍແມ່ນ 83.000ບາດ. ຖ້າປີໃດ ມີລາຍຮັບໝົດປີຮອດ 6 ໝື່ນບາດ (ກໍລະນີມີສະຖານະ ສ້າງຄອບຄົວແລ້ວ ມີລາຍຮັບ 1,2 ແສນບາດ) ຕ້ອງມີໜ້າທີ່ສະແດງ ລາຍການພາສີເງິນລາຍຮັບບຸກຄົນ ທໍາມະດາປີລະ 2 ຄັ້ງຄື: ພາສີເງິນ ໄດ້ບຸກຄົນທໍາມະດາເຄິ່ງປີ ແລະ ພາສີເງິນລາຍຮັບບຸກຄົນທໍາມະດາ ທ້າຍປີ. ສໍາລັບພາສີມູນຄ່າເພີ່ມ(VAT), ໃນກໍລະນີ ມີລາຍຮັບລວມກັນໝົດ ປີເກີນ 1,8 ລ້ານບາດ ຈະຕ້ອງຈົດ ທະບຽນ ແລະ ເສຍພາສີມູນຄ່າເພີ່ມ ພາຍໃນ 30 ວັນ ນັບແຕ່ມື້ທີ່ລາຍ ຮັບເກີນ 1,8 ລ້ານບາດ ໂດຍສົ່ງເອ ກະສານເສຍພາສີເປັນລາຍເດືອນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ເມື່ອຈົດພາສີມູນຄ່າເພີ່ມແລ້ວ ຜູ້ ສ້າງລາຍຮັບຈາກສື່ອອນລາຍ ຕ້ອງເກັບພາສີມູນຄ່າເພີ່ມ 7% (ຕົວເລກຕາມກົດໝາຍກໍານົດ) ຈາກຜູ້ຈ້າງງານຕື່ມເຊັ່ນ: ຈາກ ແຕ່ກ່ອນ ຄ່າຣີວິວສິນຄ້າ 1.000 ບາດຕໍ່ຄັ້ງ, ເມື່ອຈົດທະບຽນເສຍ ພາສີມູນຄ່າເພີ່ມແລ້ວ ຕ້ອງເກັບ ຄ່າຣີວິວເພີ່ມເປັນ 1.070 ບາດ ໝາຍວ່າ ຜູ່ກ່ຽວໄດ້ 1.000 ບາດ ເທົ່າເດີມ ແຕ່ 70 ບາດ ແມ່ນສົ່ງ ສ່ວຍສາອາກອນ. ສໍາລັບປະເທດເຮົາ, ມີດໍາລັດ ວ່າດ້ວຍການຄ້າທາງເອເລັກໂຕຣ ນິກ ແລະ ກະຊວງການເງິນ ໄດ້ ອອກແຈ້ງການ ສະບັບເລກທີ 0560/ກງ ລົງວັນທີ 14 ກຸມພາ 2024 ວ່າດ້ວຍການປະຕິບັດ ພັນທະອາກອນຈາກ ສິນຄ້າດິຈິ ຕອນ ແລະ ບໍລິການຮູບແບບດິຈິ ຕອນ (Digital Platform) ຫລື ກິດຈະກໍາການຄ້າທາງເອເລັກ ໂຕຣນິກ ເຊິ່ງເນື້ືອໃນແຈ້ງການ ແມ່ນກ່ຽວກັບການຄຸ້ມຄອງ, ການ ປະຕິບັດພັນທະສ່ວຍສາອາກອນ ຂອງນິຕິບຸກຄົນ ທີ່ດໍາເນີນທຸລະກິດ ແລະ ບຸກຄົນຜູ້ມີລາຍຮັບ ທີ່ ເຄື່ອນໄຫວ ສະໜອງສິນຄ້າດິຈິ ຕອນ ແລະ ບໍລິການຮູບແບບດິຈິ ຕອນ (Digital Platform) ຫລື ກິດຈະກໍາການຄ້າທາງເອເລັກ ໂຕຣນິກ ໂດຍໄດ້ກໍານົດເປັນແຕ່ລະ ປະເພດຜູ້ເສຍອາກອນນໍາດ້ວຍ. ສ່ວນການລົງທະບຽນຢ່າງຖືກ ຕ້ອງ ແມ່ນເຮັດແນວໃດ, ມີລາຍຮັບ ສູງສຸດເທົ່າໃດຕໍ່ປີ ຈຶ່ງມອບພັນທະ ອາກອນໃຫ້ລັດ ແລະອື່ນໆ, ສະບັບ ໜ້າ ຈະມານໍາສະເໜີໃຫ້ບັນດາ ທ່ານຮັບຊາບຕື່ມ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==