ຂປລ
ຂປລ. ສະຖານທູດອິນເດຍ ປະຈຳ ສປປ ລາວ ຮ່ວມກັບ ສະຖາບັນວິຈິດສິນແຫ່ງຊາດ ເປີດງານວາງສະແດງສິລະປະຮ່ວມສະໄໝອິນເດຍ ໃນວັນທີ 19-22 ກຸມພາ 2025 ຜ່ານມາ ຢູ່ສະຖາບັນວິຈິດສິນແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ປຣາຊານຕ໌ ອາເກີວາລ (Prashant Agrawal) ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ, ທ່ານ ຄຳສຸກ ແກ້ວວົງໄຊ ຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂປລ. ສະຖານທູດອິນເດຍ ປະຈຳ ສປປ ລາວ ຮ່ວມກັບ ສະຖາບັນວິຈິດສິນແຫ່ງຊາດ ເປີດງານວາງສະແດງສິລະປະຮ່ວມສະໄໝອິນເດຍ ໃນວັນທີ 19-22 ກຸມພາ 2025 ຜ່ານມາ ຢູ່ສະຖາບັນວິຈິດສິນແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ປຣາຊານຕ໌ ອາເກີວາລ (Prashant Agrawal) ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ, ທ່ານ ຄຳສຸກ ແກ້ວວົງໄຊ ຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຮູບແຕ້ມທີ່ນໍາມາວາງສະແດງໃນຄັ້ງນີ້, ແມ່ນໄດ້ສ້ອງແສງເຖິງວິຖີການດຳລົງຊີວິດ ຂອງປະຊາຊົນຢູ່ເມືອງ Santiniketan ໂດຍໄດ້ອະທິບາຍ ຫລື ບັນລະຍາຍ ຜ່ານການແຕ້ມຮູບທີ່ເປັນພາບຂາວດຳ (Monochrome) ຈາກເມືອງ Santiniketan, ລັດເວສເບັນການ ປະເທດອິນເດຍ ແຕ້ມໂດຍ ທ່ານ ຈີເທັນດາ ຈຽນ (Jitendra Jain) ແລະ ທ່ານ ແອນກຸດ ຊາມາ (Annkush Sharma) ຂອງສິລິປະຮ່ວມສະໄໝ (Gallery Sree Arts) ຢູ່ນະຄອນຫລວງນິວເດລີ, ປະເທດອິນເດຍ. ສິລະປະ monochrome ໂດຍໃຊ້ສີຂາວດຳ ໄດ້ເກີດຂຶ້ນໃນຕົ້ນສະຕະວັດທີ 20, ເມື່ອນັກສິລະປິນ ຢູ່ເມືອງ Santiniketan ໄດ້ຮັບການສິດສອນຂອງ ທ່ານ ໂຣບິນດຣານັດ ຕາໂກ (Rabindranath Tagore) ທີ່ເປັນນັກຂຽນກະວີ, ນັກປະພັນ ໄດ້ປ່ຽນການແຕ້ມດ້ວຍສີທໍາມະດາ ມາທົດລອງແຕ້ມເປັນສີຂາວດຳ.

ທ່ານ ປຣາຊານຕ໌ ອາເກີວາລ ໄດ້ໃຫ້ຮູ້ວ່າ: Santiniketan ມີໝາຍຄວາມວ່າ "ທີ່ຢູ່ອາໄສຂອງສັນຕິພາບ" ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1862 ໂດຍ ທ່ານ Debendranath Tagore, ເຊິ່ງເປັນຫລານຊາຍຂອງທ່ານ ໂຣບິນດຣານັດ ຕາໂກ ທີ່ໄດ້ຮັບລາງວັນໂນແບລ ໄດ້ສ້າງຕັ້ງມະຫາວິທະຍາໄລ Vishwa Bharati ຂຶ້ນໃນປີ 1921 ໃນເມືອງ Santiniketan ຈຸດປະສົງເພື່ອເຮັດໃຫ້ມະຫາວິທະຍາໄລດັ່ງກ່າວ ກາຍເປັນສະຖາບັນທີ່ມີຊື່ສຽງໃນໂລກ ໂດຍເນັ້ນເຖິງການແລກປ່ຽນຄວາມຄິດ ແລະ ການຂຸດຄົ້ນວັດທະນະທໍາ. Santiniketan ແມ່ນການພິສູດຫລັກຖານ ທີ່ມີຊີວິດຊີວາ ເຖິງອຳນາດຂອງການປ່ຽນແປງ ທາງດ້ານການສຶກສາ ແລະ ສິລະປະ, ເປັນສະຖານທີ່ສັກສິດ ສໍາລັບແນວຄວາມຄິດ ແລະ ຄວາມຄິດສ້າງສັນ. ພ້ອມນີ້, ທ່ານທູດອິນເດຍ ຍັງໄດ້ຍົກໃຫ້ເຫັນເຖິງມໍລະດົກສິລະປະຮ່ວມກັນ ລະຫວ່າງອິນເດຍ ແລະ ສປປ ລາວ ໂດຍສະເພາະ ບັນດາສິ້ນສ່ວນຂອງສິລະປະ ທີ່ນຳມາວາງສະແດງຢູ່ໃນພາຍໃນງານຄັ້ງນີ້ ລວມເຖິງຮີດຄອງປະເພນີ ອັນອຸດົມສົມບູນ ຂອງວັດທະນະທຳລາວ ທີ່ສາມາດເຫັນໄດ້ໃນອາຫານ, ການນຸ່ງຖື ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນແຕ່ລະວັນ.

ງານວາງສະແດງ Ankana ຄັ້ງນີ້, ໄດ້ມີນັກສິລະປິນທີ່ມີຊື່ສຽງເຂົ້າຮ່ວມເຊັ່ນ: KG Subramanyan, Jogen Chowdhury, K. Laxma Goud, Haku Shah ແລະ ຜູ້ອື່ນໆ ທີ່ຄົ້ນຫາພາສາທີ່ມີພາບ ໃນຍຸກປັດຈຸບັນ ແລະ ຮັບປະກັນວ່າ Santiniketan ຍັງຄົງເປັນສູນກາງຂອງນະວັດຕະກໍາສິລະປະ ທີ່ຈະເລີນຮຸ່ງເຮືອງ ໃນຍຸກອະດີດເຖິງປັດຈຸບັນ.
ງານວາງສະແດງຄັ້ງນີ້, ໄດ້ເປີດໃຫ້ມວນຊົນເຂົ້າຊົມໂດຍບໍ່ເສຍຄ່າ ຈົນຮອດວັນທີ 21 ກຸມພາ ເລີ່ມແຕ່ເວລາ 10:00-17:00 ໂມງ. ສ່ວນວັນທີ 22 ກຸມພາ 2025 ເວລາ 10:00-14:00 ໂມງ ຈະມີການສຳມະນາການແຕ້ມຮູບ ຢູ່ໃນງານດັ່ງກ່າວ.
KPL