ຂປລ
ກອງປະຊຸມ ລັດຖະມົນຕີ ກະຊວງ ການຕ່າງປະເທດ ປະເທດ ກຸ່ມ G20 ໄດ້ຈັດຂຶ້ນ ຢູ່ສູນວາງສະແດງ ແຫ່ງຊາດ ຈອນເນັສເບີກ ປະເທດ ອາຟຣິກາໃຕ້.

ຂປລ. ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 20 ກຸມພານີ້, ກອງປະຊຸມ ລັດຖະມົນຕີ ກະຊວງ ການຕ່າງປະເທດ ປະເທດ ກຸ່ມ G20 ໄດ້ຈັດຂຶ້ນ ຢູ່ສູນວາງສະແດງ ແຫ່ງຊາດ ຈອນເນັສເບີກ ປະເທດ ອາຟຣິກາໃຕ້. ທ່ານ ມາຕາເມລາ ຊີຣິວ ຣາມາໂຟຊາ, ປະທານາທິບໍດີ ອາຟຣິກາໃຕ້ ໄດ້ກ່າວຄຳປາໄສໃນກອງປະຊຸມດັ່ງກ່າວ.ກອງປະຊຸມຄັ້ງນີ້ ທີ່ດຳເນີນເປັນເວລາ 2 ວັນ ໄດ້ສຸມໃສ່ ສະພາບການປ່ຽນແປງ ຂອງການເມືອງ ພູມີພາກ ທົ່ວໂລກ, ພ້ອມທັງ ຄົ້ນຄວ້າ ພິຈາລະນາຜົນງານ ໃນໄລຍະ ທີ່ອາຟຣິກາໃຕ້ ເປັນປະເທດປະທານກຸ່ມ G20.ອາຟຣິກາໃຕ້ ໄດ້ເປັນປະເທດ ປະທານ ໝູນວຽນຂອງກຸ່ມ G20 ເລີ່ມແຕ່ ເດືອນທັນວາປີ 2024, ຈະຈັດກອງປະຊຸມໜ່ວຍວຽກງານ ປະມານ 130 ຄັ້ງ ແລະ ກອງປະຊຸມ ລະດັບ ລັດຖະມົນຕີ 23 ຄັ້ງ.ຄຳຂວັນ ກອງປະຊຸມ ຄັ້ງນີ້ແມ່ນ “ສາມັກຄີ, ສະເໝີພາບກັບ ການພັດທະນາ ແບບຍືນຍົງ” ໂດຍຈະສຸມໃສ່ ການພັດທະນາ ຂອງອາຟຣິກາ, ສະໜັບ ສະໜູນ “ວາລະຮອດປີ 2063” ຂອງສະຫະພາບ ອາຟຣິກາ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL