ສະຫລຸບຕີລາຄາວຽກພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ

19/02/2025 21:30
Email Print 357
ຂປລ ຂປລ. ກອງປະຊຸມ ສະຫລຸບວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຈັດຂຶ້ນ ໃນລະຫວ່າງວັນທີ 17-18 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ກະສິກຳ ແລະ ປ່າໄມ້ແຂວງໃນທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ຂປລ. ກອງປະຊຸມ ສະຫລຸບວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ
2024 ແລະ ທິດທາງແຜນການປີ 2025 ຈັດຂຶ້ນ ໃນລະຫວ່າງວັນທີ 17-18 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ກະສິກຳ ແລະ ປ່າໄມ້ແຂວງໃນທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

​ໃນ​ກອງ​ປະຊຸມ, ທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກໍາ ແລະ ປ່າໄມ້ ​ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ໄດ້ລົງເລິກຄົ້ນຄ້ວາກ່ຽວກັບ ການສະຫລຸບຕີລາຄາດ້ານດີ, ຜົນໄດ້ຮັບ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 1 ປີຜ່ານມາ. ພ້ອມນີ້, ຍັງໄດ້ພ້ອມກັນຄົ້ນຄວ້າລົງເລິກກ່ຽວກັບ ການກຳນົດຕົວເລກຄາດໝາຍສູ້ຊົນ ແລະ ແຜນວຽກຈຸດສຸມ ໃນການຈັດຕັ້ງປະຕິບັດ ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນປີ 2025 ເພື່ອໃຫ້ຕົວເລກຄາດໝາຍ ສູ້ຊົນຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ກັບຕົວເລກສູນກາງ ສັງຮວມໃຫ້ເປັນຕົວເລກເອກະພາບກັນ ແລະ ມີເປົ້າໝາຍ ທີ່ລະອຽດຈະແຈ້ງ, ຊັດເຈນ ແລະ ແທດເໝາະກັບຕົວຈິງ.




ໃນໂອກາດນີ້
, ທ່ານ ລິນຄຳ ດວງສະຫວັນ ໄດ້ມີຄໍາເຫັນ​ໂດຍເນັ້ນໃຫ້ສືບຕໍ່ ຈັດຕັ້ງປະຕິບັດບັນດານິຕິກໍາ ແລະ ລະບຽບການຕ່າງໆ ຢູ່ຂັ້ນທ້ອງຖິ່ນ ໂດຍສະເພາະໃນປີ 2025 ເປັນປີສຸດທ້າຍ ໃນການ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ເຊິ່ງແຜນປີ 2025 ຖືເປັນປີແຫ່ງການ ບຸກບືນສູ້ຊົນສູງສຸດໂດຍສະເພາະ ບັນດາຄາດໝາຍສູ້ຊົນ ແລະ ແຜນວຽກຈຸດສຸມ ທີ່ກະຊວງກະສິກຳ ແລະ ປ່າໄມ້ ມອບໃຫ້ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຊິ່ງຕ້ອງມີເປົ້າໝາຍທີ່ລະອຽດ, ຊັດເຈນ, ຫັນເປັນໂຄງການ, ສຸມງົບປະ ມານ ແລະ ບຸກຄະລາກອນ ເຂົ້າໃສ່ຢ່າງມີປະສິດທິຜົນ, ເອົາໃຈໃສ່ ຈັດຕັ້ງປະຕິບັດໜ້າທີ່ ກອງເລຂາ ຂອງ ຄະນະຊີ້ນໍາວຽກງານ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂັ້ນສູນກາງ ຕາມຂໍ້ຕົກ ລົງ ເລກທີ 121/ນຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ພ້ອມທັງ ໃຫ້ຮີບຮ້ອນກວດກາ ແລະ ປັບປຸງຄືນ ລະບອບແບບແຜນວິທີເຮັດວຽກ ຄືນໃໝ່ ໃຫ້ຖືກຕ້ອງ ແລະ ສອດຄ່ອງໃນສະພາບເງື່ອນ ໄຂໃໝ່ ຕໍ່ກັບວຽກງານ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ທັງສ້າງໃຫ້ປະຊາຊົນ ຢູ່ເຂດຊົນນະບົດ ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ຂໍ້ມູນ-ພາບ: ວິທະຍຸແຫ່ງຊາດ

KPL

ຂ່າວອື່ນໆ

    • ສ້າງຄວາມເຂັ້ມແຂງ ວຽກປັບປຸງ ສຸຂະພາບ ແມ່-ເດັກ ຢູ່ສະຫວັນນະເຂດວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂງ ວຽກປັບປຸງ ສຸຂະພາບ ແມ່-ເດັກ ຢູ່ສະຫວັນນະເຂດ

      2/20/2025 8:09:36 PM

      ຂປລ. ເມື່ອບໍ່ດົນຜ່ານມານີ້, ຄະນະຜູ້ແທນຂັ້ນສູງຈາກ ກະຊວງສາທາລະນະສຸກ ຮ່ວມກັບ ລັດຖະບານ ສປ ຈີນ ແລະ ອົງການອຸຍນີເຊບ ນຳໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ທ່ານ ບີລາລ ດູຣານິ ຜູ້ຕາງໜ້າ ອົງການອຸຍນີເຊບ ປະຈໍາ ລາວ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມໂຮງໝໍ ແລະ ສຸກສາລາ ຢູ່ແຂວງສະຫວັນນະເຂດ

    • ປະຫວັດຄວາມເປັນມາຂອງ ທາດນາງ 3 ຜີວ ແຂວງໄຊຍະບູລີວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງ ທາດນາງ 3 ຜີວ ແຂວງໄຊຍະບູລີ

      2/20/2025 11:34:40 AM

      ຄໍລໍາ “ຊີວິດວັດທະນະທໍາ”ຈະພາບັນດາທ່ານມາຮູ້ຈັກຄວາມເປັນມາຂອງພະທາດນາງ ສາວຜິວ ແມ່ນສະຖານທີ່ທ່ອງທ່ຽວ ທາງປະຫວັດສາດຂອງແຂວງໄຊຍະບູລີ ທີ່ມີປະຫວັດຄວາມເປັນມາຍາວນານ ແຕ່ອະດີດຈົນເຖິງປັດຈຸບັນ ສະຖານທີ່ແຫ່ງນີ້ ກໍເປັນບ່ອນກາບໄຫວສັກກາລະບູຊາຂອງຊາວເມືອງ ເພື່ອລະນຶກເຖິງຄຸນງາມຄວາມດີທີ່ມີຕໍ່ບ້ານເມືອງ.

    • ເພີ່ມຄວາມຮັບຮູ້ ການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານງົບປະມານວັດທະນະທຳ-ສັງຄົມ

      ເພີ່ມຄວາມຮັບຮູ້ ການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານງົບປະມານ

      2/19/2025 9:26:33 PM

      ຂປລ. ຊຸດສຳມະນາກ່ຽວກັບການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານການເງິນ ຈັດຂຶ້ນ ໃນວັນທີ 18 ກຸມພາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ວິເລດ ກິນນາວົງ ຫົວໜ້າກົມການເງິນຕ່າງປະເທດ, ທ່ານ ນາງ ກາວີຕາ ລີເອັງກາ ນັກເສດຖະ ສາດອາວຸໂສ ທະນາຄານພັດທະນາອາຊີ, ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ກົມກ່ຽວຂ້ອງ ຈາກກະຊວງການເງິນ ເຂົ້າຮ່ວມ.

    • ທາບທາມ ຄຳເຫັນກ່ຽວກັບຫລັກສູດ ການຄຸ້ມຄອງການເງິນແຫ່ງລັດວັດທະນະທຳ-ສັງຄົມ

      ທາບທາມ ຄຳເຫັນກ່ຽວກັບຫລັກສູດ ການຄຸ້ມຄອງການເງິນແຫ່ງລັດ

      2/19/2025 9:06:57 PM

      ຂປລ. ກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ຈັດກອງປະຊຸມທາບທາມ ແລະ ປະກອບຄຳເຫັນໃສ່ຮ່າງເອກະສານ ກ່ຽວ​ກັບການຈັດຕັ້ງປະຕິບັດ ວຽກງານຂອບຄວາມສາມາດ(CF), ການປະເມີນຄວາມຕ້ອງການ ຂອງການຝຶກອົບຮົມ (TNA) ແລະ ຫລັກສູດການຄຸ້ມຄອງການເງິນແຫ່ງລັດ (PFM Curriculum) ໃນວັນທີ 18 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ຄົ້ນຄ້ວານະໂຍບາຍສົ່ງເສີມພັດທະນາ ແລະ ການລົງທຶນ ໃນນິຄົມອຸດສາຫະກຳວັດທະນະທຳ-ສັງຄົມ

      ຄົ້ນຄ້ວານະໂຍບາຍສົ່ງເສີມພັດທະນາ ແລະ ການລົງທຶນ ໃນນິຄົມອຸດສາຫະກຳ

      2/19/2025 9:02:05 PM

      ຂປລ. ລັດຖະບານ ແລະ ສະພາແຫ່ງຊາດ ຈັດສໍາມະນາວິທະຍາສາດ ການຄົ້ນຄ້ວານະໂຍບາຍ ສົ່ງເສີມພັດທະນາ ແລະ ການລົງທຶນ ໃນນິຄົມອຸດສາຫະກຳ ໃນວັນທີ 18 ກຸມພາ 2025 ​ໂດຍ​ການເປັນປະທານຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ສົມມາດ ພົນເສນາ ຮອງປະທານ ສະພາແຫ່ງຊາດ, ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາ ຫະກຳ ແລະ ການຄ້າ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top