ຂປລ
ທ່ານ ໂກ່ວເຈ່ຍຄຸ່ນ, ໂຄສົກກະຊວງ ການຕ່າງປະເທດຈີນ ໄດ້ເປັນປະທານ ຈັດກອງປະຊຸມ ຖະແຫລງຂ່າວ ໂດຍມີນັກຂ່າວ ໄດ້ຍົກຄຳຖາມກ່ຽວກັບ ສປ ຈີນ, ໄທ, ມຽນມາ ແລະ ປະເທດອື່ນໆ ຮ່ວມມືກັນ ເພື່ອປາບປາມ ການຫລອກລວງ ທາງໂທລະຄົມ ແລະ ການພະນັນ ທາງອິນເຕີເນັດ.

ຂປລ. ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 20 ກຸມພານີ້, ທ່ານ ໂກ່ວເຈ່ຍຄຸ່ນ, ໂຄສົກກະຊວງ ການຕ່າງປະເທດຈີນ ໄດ້ເປັນປະທານ ຈັດກອງປະຊຸມ ຖະແຫລງຂ່າວ ໂດຍມີນັກຂ່າວ ໄດ້ຍົກຄຳຖາມກ່ຽວກັບ ສປ ຈີນ, ໄທ, ມຽນມາ ແລະ ປະເທດອື່ນໆ ຮ່ວມມືກັນ ເພື່ອປາບປາມ ການຫລອກລວງ ທາງໂທລະຄົມ ແລະ ການພະນັນ ທາງອິນເຕີເນັດ. ທ່ານ ໂກ່ວເຈ່ຍຄຸ່ນ ກ່າວວ່າ: ການປາບປາມ ການຫລອກລວງ ທາງໂທລະຄົມ ແລະ ການພະນັນ ທາງອິນເຕີເນັດ ຢ່າງເດັດດ່ຽວ ໄດ້ສ່ອງແສງໃຫ້ເຫັນເຖິງ ການຈັດຕັ້ງ ປະຕິບັດ ຕາມແນວຄິດ ການພັດທະນາ ທີ່ຖືປະຊາຊົນ ເປັນໃຈກາງ ແລະ ກໍເປັນທາງເລືອກ ທີ່ຈຳເປັນ ເພື່ອປົກປ້ອງ ຜົນປະໂຫຍດຮ່ວມ ຂອງປະເທດ ໃນພາກພື້ນ ເຊິ່ງສອດຄ່ອງກັບ ຄວາມປາດຖະໜາຮ່ວມ ຂອງປະຊາຊົນ ບັນດາປະເທດ.ສປ ຈີນ ພວມດຳເນີນ ການຮ່ວມມື ແບບສອງຝ່າຍ ແລະ ຫລາຍຝ່າຍກັບ ໄທ, ມຽນມາ ແລະ ປະເທດອື່ນໆ ຢ່າງຕັ້ງໜ້າ, ໃຊ້ມາດຕະການ ແບບສັງລວມ, ແກ້ໄຂບັນຫາ ທັງຕົ້ນເຫດ ແລະ ປາຍເຫດ, ຮ່ວມກັນສະກັດກັ້ນ ພວກຄົນຮ້າຍ ທີ່ກໍ່ອາຊະຍະກຳ ຢູ່ປະເທດ ທີ່ກ່ຽວຂ້ອງ, ຮ່ວມກັນປາບປາມ ການຫລອກລວງ ທາງໂທລະຄົມ ແລະ ການພະນັນ ທາງອິນເຕີເນັດ, ປົກປັກຮັກສາ ຄວາມປອດໄພ ດ້ານຊີວິດ ແລະ ຊັບສິນ ຂອງປະຊາຊົນ ພ້ອມດ້ວຍ ຄວາມເປັນລະບຽບ ແຫ່ງການໄປມາ ຫາສູ່ກັນ ຂອງປະເທດ ໃນພາກພື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL