ອີຣານ ຈະເພີ່ມທະວີການຮ່ວມມືກັບຣັດເຊຍ

09/12/2023 21:43
Email Print 438
ຂປລ ອີຣານ ຈະປະຕິບັດ ບັນດາ ມາດຕະການ ບັນລຸ ປະສິດ ທິຜົນກວ່າ ເພື່ອເພີ່ມທະວີ ການຮ່ວມມືກັບ ຣັດເຊຍ ເພື່ອຜົນ ປະໂຫຍດ ຂອງ 2 ປະເທດ. ໃນໂອ ກາດນີ້ ທ່ານ ອິບຣາຮິມ ໄຣສິ(Ebrahim Raisi), ປະທານາທິບໍດີ ອີຣານ ຍົກອອກ ຄຳ ຖະແຫລງ ດັ່ງກ່າວ ທີ່ການພົບປະກັບ ຄູ່ຮ່ວມຕຳແໜ່ງ ປະເທດ ເຈົ້າພາບ ຣັດເຊຍ ທ່ານ ວາລາດີເມຍ ປູຕິນຢູ່ ນະ ຄອນຫລວງ ມົດສະກູ

ຂປລ.ວິທະຍຸ ສາກົນ ຫວຽດນາມ,  ອີຣານ ຈະປະຕິບັດ ບັນດາ ມາດຕະການ ບັນລຸ ປະສິດ ທິຜົນກວ່າ ເພື່ອເພີ່ມທະວີ ການຮ່ວມມືກັບ ຣັດເຊຍ ເພື່ອຜົນປະໂຫຍດ ຂອງ 2 ປະເທດ. ໃນໂອ ກາດນີ້ ທ່ານ ອິບຣາຮິມ ໄຣສິ(Ebrahim Raisi), ປະທານາທິບໍດີ ອີຣານ ຍົກອອກ ຄຳຖະແຫລງ ດັ່ງກ່າວ ທີ່ການພົບປະກັບ ຄູ່ຮ່ວມຕຳແໜ່ງ ປະເທດ ເຈົ້າພາບ ຣັດເຊຍ ທ່ານ ວາລາດີເມຍ ປູຕິນ ຢູ່ ນະຄອນຫລວງ ມົດສະກູ, ພ້ອມທັງ ຍົກສູງ ການພົວພັນ ລະຫວ່າງ ອີຣານ ແລະ ຣັດເຊຍ ທີ່ນັບມື້ ນັບພັດທະນາ, ພິເສດ ແມ່ນການຮ່ວມມື ຢ່າງແໜ້ນແຟ້ນ ໃນບັນດາ ຂະແໜງ ພະລັງງານ, ກະສິກຳ ແລະ ຫລາຍຂົງເຂດ. ຂະນະທີ່ ທ່ານ ວາລາດີເມຍ ປູຕິນ ໃຫ້ຂໍ້ສັງເກດວ່າ: ການພົວພັນ ລະຫວ່າງ ສອງຝ່າຍ ພວມຢູ່ໃນລະດັບ ດີງາມ ທີ່ສຸດ ນັບແຕ່ກ່ອນ ມາຮອດ ປັດຈຸບັນ. ເລື່ອງວິສາຫະກິດ ຣັດເຊຍ ສົນໃຈເຖິງ ງານວາງສະແດງ ການຄ້າຂອງ ອີຣານ ຄັ້ງຕ່າງໆ ແລະ ການແລກປ່ຽນການຄ້າ ລະຫວ່າງ 2 ປະເທດເພີ່ມຂຶ້ນ 20%, ດ້ວຍວົງເງິນ ການຄ້າ ບັນລຸ 5 ຕື້ໂດລາ ສະຫະລັດ ໃນປີຜ່ານມາ ໄດ້ສະແດງ ໃຫ້ເຫັນວ່າ 2 ປະເທດ ໄດ້ຕັດສິນໃຈ ເປີດໜ້າ ປະຫວັດສາດໃໝ່ ໃນການພົວພັນ 2 ຝ່າຍ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top