ໂຄງການປູກເຂົ້າສາມລະດູ ຂອງອາຊີ-ໂປຕາສສາກົນກ້າວສູ່ການເກັບກ່ຽວລະດູທໍາອິດ ຢ່າງສໍາເລັດຜົນ

04/12/2023 20:45
Email Print 735
ຂປລ ຂປລ.ໂຄງການ “ປູກເຂົ້າສາມລະດູ” ແມ່ນກະສິກໍາທັນສະໄໝຂອງອາຊີ-ໂປຕາສສາກົນ ໄດ້ກ້າວສູ່ການເກັບກ່ຽວຂອງລະດູທໍາອິດ ຢ່າງສໍາເລັດຜົນຮອບດ້ານ, ເຮັກຕາໜຶ່ງບັນລຸຜົນຜະລິດເຖິງ 7,7 ໂຕນ, ດ້ວຍໝາກຜົນດັ່ງກ່າວ ເພື່ອຊົມເຊີຍວັນຊາດທີ 2 ທັນວາ.


ຂປລ.ໂຄງການ ປູກເຂົ້າສາມລະດູແມ່ນກະສິກໍາທັນສະໄໝຂອງອາຊີ-ໂປຕາສສາກົນ ໄດ້ກ້າວສູ່ການເກັບກ່ຽວຂອງລະດູທໍາອິດ ຢ່າງສໍາເລັດຜົນຮອບດ້ານ, ເຮັກຕາໜຶ່ງບັນລຸຜົນຜະລິດເຖິງ 7,7 ໂຕນ, ດ້ວຍໝາກຜົນດັ່ງກ່າວ ເພື່ອຊົມເຊີຍວັນຊາດທີ 2 ທັນວາ.

ເນື່ອງໃນໂອກາດວັນຊາດທີ 2 ທັນວານີ້, ອາຊີ-ໂປຕາສສາກົນ ໄດ້ສໍາເລັດການເກັບກ່ຽວຜົນຜະລິດຢ່າງໜ້າຊື່ນຊົມຂອງໂຄງການປູກເຂົ້າສາມລະດູ ໄລຍະທໍາອິດ ທີ່ດອນຄອນ ເມືອງໂຂງ ແຂວງຈໍາປາສັກ,ເຊິ່ງລະດູການທໍາອິດນີ້ ເຮັກຕາໜຶ່ງບັນລຸຜົນຜະລິດເຖິງ 7,7 ໂຕນ, ລື່ນຄາດໝາຍ 10%, ການປູກເຂົ້າທັງສາມລະດູໃນໜຶ່ງປີ ຈະບັນລຸຜົນຜະລິດເຖິງ 21 ໂຕນຂຶ້ນໄປ, ເປັນການປ່ຽນແປງການປູກເຂົ້າພຽງລະດູດຽວຂອງລາວໃນເມື່ອກ່ອນ ເຊິ່ງເຮັກຕາໜຶ່ງໃຫ້ຜົນຜະລິດພຽງແຕ່ 2 ໂຕນ. ບາດກ້າວດັ່ງກ່າວເປັນການເລີ່ມຕົ້ນການເດີນທາງໄລຍະໃໝ່ ຂອງການພັດທະນາກະສິກໍາທັນສະໄໝຂອງ ສປປ ລາວ, ທັງເປັນຂອງຂວັນອັນຈິງໃຈທີ່ອາຊີ-ໂປຕາສສາກົນ ໄດ້ມອບໃຫ້ໃນໂອກາດວັນຊາດທີ 2 ທັນວາຄົບຮອບ 48 ປີ.

          ໃນເດືອນມີຖຸນາ 2023, ອາຊີ-ໂປຕາສສາກົນ ໄດ້ດຶງດູດວິສາຫະກິດລົງເລິການປຸງແຕ່ງສະບຽງອາຫານ ທີ່ມີທີມງານປູກຝັງ ແລະ ເຕັກໂນໂລຊີທັນສະໄໝສູງສຸດຂອງ ສປ ຈີນ ເພື່ອພ້ອມກັນລົງທຶນ ແລະ ຮ່ວມມື, ເພື່ອດໍາເນີນໂຄງການສາທິດ ປູກເຂົ້າສາມລະດູ ທີ່ມີແນວພັນປະສົມຕ່າງໆຄັ້ງທໍາອິດຢູ່ ດອນຄອນ ເມືອງໂຂງ ແຂວງຈໍາປາສັກ ສປປ ລາວ. ດອນຄອນເປັນທົ່ງພຽງທີ່ຮາບພຽງດີ, ທີ່ມີພື້ນທີ່ດິນປູກຝັງເກືອບເຖິງ 1.100 ເຮັກຕາ, ປະຊາຊົນໃນດອນຄອນ ນໍາໃຊ້ແຕ່ວິທີການປູກເຂົ້າລະດູດຽວແບບພື້ນເມືອງ, ເຊິ່ງຜົນຜະລິດໝົດປີ ເຮັກຕາໜຶ່ງມີພຽງແຕ່ 2 ໂຕນເທົ່ານັ້ນ. ສະນັ້ນ, ຈຶ່ງຍັງມີທ່າແຮງຫລາຍໃນການພັັດທະນາ ປູກເຂົ້າສາມລະດູ”. ພາຍໃຕ້ການສະໜັບສະໜູນຢ່າງໃຫຍ່ຫລວງຂອງອໍານາດການປົກ ຄອງທ້ອງຖິ່ນ, ໃນເດືອນສິງຫາ ບໍລິສັດ ຊີໂນ-ໂປຕາສ ສາກົນ ຈຶ່ງໄດ້ເລີ່ມພັດທະນາໂຄງການສາທິດ ປູກເຂົ້າສາມລະດູໄລຍະທໍາອິດໃນເນື້ອທີ່ 110 ເຮັກຕາ, ໂຄງການດັ່ງກ່າວ ນໍາໃຊ້ຮູບແບບການປູກຝັງກະສິກໍາທັນສະໄໝ ໂດຍຫັນໄປສູ່ການໃຊ້ເຄື່ອງກົນຈັກ, ຂະໜາດໃຫຍ່ ແລະ ລວມສູນ, ດໍາເນີນການຫວ່ານເມັດ, ໃສ່ຝຸ່ນ (ປຸ໋ຍ), ການປະສົມເກສອນ ແລະ ການຈັດການຄຸ້ມຄອງອື່ນໆເທິງໄຮ່ນາ ໂດຍການໃຊ້ເຄື່ອງໂດຣນ, ພ້ອມທັງດໍາເນີນວຽກງານເກັບກ່ຽວ ໂດຍເຄື່ອງຈັກເກັບກ່ຽວເປັນລະບົບ. ນອກນັ້ນ, ຍັງມີການປັບປຸງລະ ບົບຊົນລະປະທານ, ລະບາຍນໍ້າ, ເພື່ອຮັບປະກັນຜົນຜະລິດເຂົ້າ. ຈາກສະພາບການເກັບກ່ຽວຕົວຈຶ່ງເຫັນວ່າ ໄລຍະການເຕີບໂຕຂອງເຂົ້າ ສໍາລັບລະດູການທຳອິດນີ້ມີພຽງແຕ່ 110 ມື້, ເຊິ່ງສັ້ນກວ່າໄລຍະເຕີບໃຫຍ່ 120 ມື້ຢູ່ຈີນ ແລະ ຜົນຜະລິດເຂົ້າ ກໍລື່ນກາຍຄາດໝາຍ 7 ໂຕນຕໍ່ເຮັກຕາ, ສິ່ງດັ່ງກ່າວເປັນການວາງຮາກຖານໃຫ້ແກ່ການປູກເຂົ້າລະດູການທີ 2 ແລະ 3 ໃນຕໍ່ໜ້າ, ປະກອບເປັນເສົາຄໍ້າສໍາລັບຜົນຜະລິດໝົດປີທີ່ຈະບັນລຸເຮັກຕາໜຶ່ງ 21 ໂຕນຂື້ນໄປ.

          ຄຽງຄູ່ກັບການຮັບປະກັນໃຫ້ບັນລຸຜົນຜະລິດຕາມເປົ້າໝາຍ ຂອງການປູກເຂົ້າສາມລະດູ, ອາຊີ-ໂປຕາສ ສາກົນ ຍັງໄດ້ປະຕິບັດບັນດາມາດຕະການກະສິກໍາທີ່ທັນສະໄໝຫລາຍຢ່າງ ເພື່ອຫລຸດຕົ້ນທຶນໃນການປູກຝັງ ແລະ ເພີ່ມມູນຄ່າຂອງດິນປູກຝັງ. ອັນທີໜຶ່ງແມ່ນສ້າງແນວພັນເຂົ້າທີ່ສາມາດເກີດຄືນໃໝ່ໃນໄລຍະຫລາຍປີ, ຄືການຫວ່ານເມັດພັນເທື່ອດຽວສາມາດເກັບກ່ຽວໄດ້ຕໍ່ເນື່ອງເຖິງ 6 ປີ, ໃນການຍົກສູງປະລິມານການຜະລິດ ກໍສາມາດຫລຸດຕົ້ນທຶນແນວພັນໄດ້ຢ່າງຫລວງຫລາຍ. ອັນທີສອງ, ແມ່ນສ້າງລະບົບນິເວດໄຮ່ນາ ປູກເຂົ້າ ປະສົມກັບການລ້ຽງປາ”, “ປູກເຂົ້າ ປະສົມກັບການລ້ຽງກົບ”, ພວກເຮົາໄດ້ຊື້ແນວພັນປາ, ພັນກົບຈາກປະຊາຊົນ ແລະ ບໍລິສັດພາຍໃນທ້ອງຖິ່ນ, ເຊິ່ງບໍ່ພຽງແຕ່ເປັນການຂະຫຍາຍຊ່ອງທາງລາຍຮັບໃຫ້ຊາວກະສິກອນທ້ອງຖິ່ນເທົ່ານັ້ນ, ຍັງເປັນການສົ່ງເສີມການນໍາໃຊ້ເນື້ອທີ່ດິນແບບກວມລວມຢ່າງມີປະສິດທິພາບ, ໃນຕໍ່ໜ້າ ປານິນ ແລະ ກົບນາ ທີ່ເພາະລ້ຽງໃນນາເຂົ້າ ກໍຈະຖືກຈັດສົ່ງໃຫ້ແກ່ຮ້ານອາຫານໃຫຍ່ ແລະ ຕະຫລາດກະສິກໍາຕ່າງໆ, ກາຍເປັນສ່ວນເຕີມເຕັມທີ່ສໍາຄັນໃຫ້ແກ່ໂຕະອາຫານຂອງປະຊາຊົນ.

          ໂຄງການ ປູກເຂົ້າສາມລະດູທີ່ແມ່ນກະສິກໍາທັນສະໄໝ ຢູ່ເມືອງໂຂງ ຂອງ ອາຊີ-ໂປຕາສສາກົນ ມີແຜນການຂະຫຍາຍເນື້ອທີ່ປູກຝັງເປັນ 200 ເຮັກຕາໃນປີ 2024 ແລະ ພາຍໃນ 3 ປີຕໍ່ໜ້າຈະຂະຫຍາຍເນື້ອທີ່ອອກເປັນ 2.000 ເຮັກຕາ, ແຜນການໄລຍະຍາວແມ່ນຈະຂະຫຍາຍໄປທຸກແຂວງໃນທົ່ວປະເທດ, ເພື່ອກະຕຸ້ນຢ່າງເຕັມສ່ວນຄຸນຄ່າຊັບພະຍາກອນກະສິກໍາຂອງລາວ. ຄຽງຄູ່ກັບການເພີ່ມຂຶ້ນຂອງຜົນຜະລິດອາຊີ-ໂປຕາສ ສາກົນ ກໍາລັງກະກຽມສ້າງຕັ້ງໂຮງງານປຸງແຕ່ງເຂົ້າທີ່ປະກອບຕິດພັນຄົບຊຸດ, ເພື່ອຈະຂະຫຍາຍເປັນຕ່ອງໂສ້ອຸດສາຫະກໍາ ລົງເລິກການປຸງແຕ່ງເຂົ້າຕື່ມອີກກ້າວໜຶ່ງ, ສ້າງລະບົບຜະລິດຕະພັນທີ່ຫລາກຫລາຍ ເຊັ່ນ: ເສັ້ນໝີ່, ແປ້ງເຂົ້າ, ປະກອບສ້າງລະບົບການພັດທະນາກະສິກໍາທີ່ມີ ການປູກ ຝັງແບບທັນສະໄໝ, ການປຸງແຕ່ງໃຫ້ເປັນເສດຖະກິດ ແລະ ການຄ້າແບບສາກົນ, ບັັນລຸການທົດແທນການນໍາເຂົ້າຜະລິດຕະພັນກະສິກໍາ ແລະ ສົ່ງອອກ ເພື່ອສ້າງລາຍຮັບເງິນຕາ, ເຊິ່ງໂດຍພື້ນຖານແລ້ວຈະສາມາດແກ້ໄຂໄດ້ບັນຫາເງິນເຟີ້ ທີ່ເກີດຈາກຊ່ອງຫວ່າງ ລະຫວ່າງການສະໜອງ ແລະ ຄວາມຕ້ອງການດ້ານຜະລິດຕະພັນກະສິກໍາ, ທັງເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top