ສປປ ລາວ ມີເປົ້າໝາຍລົບລ້າງການຖ່າຍຊະຊາຍໃນປີ 2025

16/11/2023 14:47
Email Print 1237
ຂປລ ຂປລ. ສປປ ລາວ ມີຄວາມກ້າວໜ້າ ໃນວຽກສຸຂາພິບານ ທີ່ມຸ່ງການບັນລຸສະຖານະພາບ ຢຸດຕິການຖ່າຍຊະຊາຍພາຍໃນປີ 2025. ສປປ ລາວ



ຂປລ. ສປປ ລາວ ມີຄວາມກ້າວໜ້າ ໃນວຽກສຸຂາພິບານ ທີ່ມຸ່ງການບັນລຸສະຖານະພາບ ຢຸດຕິການຖ່າຍຊະຊາຍພາຍໃນປີ
2025. ສປປ ລາວ ມີຜົນສຳເລັດອັນພົ້ນເດັ່ນ ທີ່ບັນລຸໄດ້ໃນໄລຍະ 2 ທົດສະວັດຜ່ານມາ ເຊິ່ງເຫັນວ່າ ໃນທົ່ວປະເທດໄດ້ເພີ່ມ ການເຂົ້າເຖິງວິດຖາຍໂດຍພື້ນຖານຈາກ 26% ເປັນ 80% ແລະ ໄດ້ເຮັດໃຫ້ອັດ​ຕາ​ການ​ຖ່າຍຊະຊາຍ ຫລຸດລົງຈາກ 62% ເປັນ 16% ໃນ​ໄລ​ຍະຊ່ວງປີ 2000-2020. ສປປ ລາວ ​ໄດ້​ປະກາດ​ໃຫ້​ 3 ​ແຂວງເປັນແຂວງ ຢຸດຕິການຖ່າຍຊະຊາຍ​ຄື: ບໍລິ​ຄຳ​ໄຊ, ນະຄອນຫລວງ​ວຽງ​ຈັນ ​ແລະ ​ແຂວງ​ວຽງ​ຈັນ ​ໂດຍ​ມີ​ການ​ເຄື່ອນ​ໄຫວ​ທີ່​ດີ​ສາມາດ ບັນລຸ​ເປົ້າ​ໝາຍ​ສຸຂາ​ພິບານ​ໄດ້. ເພື່ອເລັ່ງການປ່ຽນແປງພຶດຕິກຳດ້ານສຸຂາພິບານ, ກະຊວງສາ ທາລະນະສຸກ ໂດຍການສະໜັບສະໜູນ ຈາກອົງການອຸຍນີເຊບ ໄດ້ສ້າງແຜນປະຕິບັດ ເພື່ອບັນລຸສະຖານະຢຸດຕິ ການຖ່າຍຊະຊາຍແຫ່ງຊາດ ໃນປີ 2025 ໂດຍເນັ້ນໃສ່ຄອບຄົວ ທີ່ຍັງເຫລືອສຸດທ້າຍ.

          ໃນ​ໂອກາດ​ເຜີຍແຜ່ ແຜນປະຕິບັດເພື່ອຢຸດຕິ ການຖ່າຍຊະຊາຍ ທີ່ຈັດຂຶ້ນຢູ່​​ນະຄອນຫລວງ​ວຽງ​ຈັນ ​ໃນ​ວັນ​ທີ 1ພະຈິກ 2023ຜ່ານມາ, ທ່ານ ບຸນແຝງ ພູມມາໄລສິດລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ມີຄໍາເຫັນວ່າ: ພວກເຮົາສາມາດຈັດຕັ້ງປະຕິບັດ ວິທີການຊຸມຊົນເປັນເຈົ້າ ການດ້ານສຸຂານາໄມ ໃນ ສປປ ລາວ ເຮັດໃຫ້ເກີດມີຜົນປະໂຫຍດ ດ້ານສຸຂາພິບານຢ່າງຫລວງຫລາຍໃນທົ່ວປະເທດ.ຂ້າພະເຈົ້າມີຄວາມພາກພູມໃຈ ທີ່ໄດ້ເຫັນບັນດາຜົນ ງານທີ່ບັນລຸໄດ້ໃນ 3 ແຂວງ, 75 ເມືອງ ແລະ 7.248 ບ້ານ ແຕ່ພວກເຮົາຍັງຕ້ອງໄດ້ສືບຕໍ່ ລະດົມຊຸມຊົນ ແລະ ຮັບ ປະກັນໃຫ້ທຸກຄອບຄົວ ໂດຍສະເພາະຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດສາມາດເຂົ້າເຖິງວິດຖ່າຍໄດ້.

ການຂາດສຸຂາພິບານທີ່ດີ ເຮັດໃຫ້ເດັກນ້ອຍມີຄວາມສ່ຽງ ຕໍ່ການເປັນພະຍາດໃນໄວເດັກ ແລະ ການຂາດສານອາຫານ ທີ່ສາມາດສົ່ງຜົນກະທົບຕໍ່ການພັດທະນາ ໂດຍລວມຂອງເຂົາເຈົ້າ, ດ້ານການຮຽນຮູ້ ແລະ ໂອກາດທາງເສດຖະກິດໃນອະນາຄົດ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງ​ຢຸດຕິ​ການ​​ຖ່າຍ​ຊະຊາຍ ​ເຊິ່ງ​ເປັນ​ບາດກ້າວ​ທຳ​ອິດ ​ເພື່ອ​ບັນລຸ​ດ້ານສຸຂານາໄມ, ຄວບ​ຄຸມ​ການ​ແພ່​ລະບາດ​ຂອງ​ພະຍາດ ​ແລະ ​ເພີ່ມ​ທະວີການຮັກສາ​ກຽດສັກສີ, ຄວາມ​ເປັນ​ສ່ວນ​ຕົວ ​ແລະ ຄວາມ​ປອດ​ໄພ​ຂອງ​ແມ່ຍິງ ​ແລະ ​ເດັກ​ຍິງ.ໃນແຕ່ລະປີ ເດັກນ້ອຍລາວ ອາຍຸຕ່ຳກວ່າ 5 ປີ ປະມານ 700 ຄົນ ເສຍຊີວິດຍ້ອນພະຍາດຖອກທ້ອງ ແລະ ເດັກນ້ອຍ 1 ໃນ 3 ໃນປະເທດ ຂາດສານອາຫານຊໍ້າເຮື້ອເຮັດໃຫ້ເດັກເຕ້ຍ.ວຽກສຸຂາພິບານ, ການອະນາໄມ ແລະ ນໍ້າດື່ມທີ່ປອດໄພ ຈະຊ່ວຍຫລຸດຜ່ອນການ ຂາດສານອາຫານ ແລະ ເດັກເຕ້ຍ ໂດຍການປ້ອງກັນຈາກພະຍາດ ທີ່ພົວພັນກັບນໍ້າ ແລະ ຜົນກະທົບຕໍ່ພັດທະນາການຂອງລໍາໄສ້ ເພື່ອໃຫ້ເດັກສາມາດຢູ່ລອດ ແລະ ຈະເລີນເຕີບໂຕ.

ທ່ານ ເພຍ ຣີເບໂລ ບຣິດໂຕໄດ້ກ່າວວ່າ: ການລົງທຶນຢ່າງຕໍ່ເນື່ອງ ໃນການບໍລິການສຸຂາພິບານ ໂດຍຄົວເຮືອນ, ຊຸມຊົນ ແລະ ລັດຖະບານ ແມ່ນມີຄວາມຈໍາເປັນເພື່ອປ່ຽນແປງພຶດຕິກໍາ ຂອງຊຸມຊົນໃຫ້ "ທຸກຄົນນໍາໃຊ້ວິດ ຖ່າຍ" ກາຍເປັນມາດຕະຖານໃໝ່ຂອງສັງຄົມ. ເນື່ອງໃນໂອກາດ ສະເຫລີມສະຫລອງ ການຮ່ວມມືກັບລັດຖະ ບານລາວ ອົງການອຸຍນີເຊບ ມີຄວາມມຸ່ງໝັ້ນສະໜັບສະໜູນລັດຖະບານ ໃຫ້ບັນລຸສະຖານະພາບຢຸດຕິ ການຖ່າຍຊະ ຊາຍ ໃນປີ 2025 ເພື່ອໃຫ້ເດັກນ້ອຍທຸກໆຄົນ ໄດ້ຮັບຜົນປະໂຫຍດ. ພວກເຮົາຈຶ່ງຮຽກຮ້ອງ ໃຫ້ຄູ່ຮ່ວມງານ ທັງໝົດເລັ່ງຄວາມພະຍາຍາມ ເພື່ອບັນລຸເປົ້າໝາຍສຸຂາພິບານໃຫ້ໄດ້.

KPL

ຂ່າວອື່ນໆ

ads
ads

Top