ສສກ ຮ່ວມກັບ ວິສາຫະກິດຈີນ ອາຊີ-ໂປຕາສ ສາກົນ ສ້າງຄວາມເຂັ້ມແຂງດ້ານການສຶກສາ

29/10/2023 13:59
Email Print 1052
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ(ສສກ) ຮ່ວມກັບ ວິສາຫະກິດຈີນ ອາຊີ-ໂປຕາສ ສາກົນ ຊ່ວຍສະໜັບ ສະໜູນປະເທດເຂັ້ມແຂງດ້ານການສຶກສາ ພາຍໃຕ້ ກອງທຶນການສຶກສາລາວໄດ້ເບີກຈ່າຍ ງວດທໍາອິດ ຈໍານວນ 700.000 ໂດລາສະຫະລັດ.

ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ມອບເງິນຊ່ວຍເຫຼືອການສຶກສາທັງໝົດ 700.000 ໂດລາສະຫະລັດ ໄລຍະ 2023-2024  ໃຫ້ກະຊວງສຶກສາທິການ ແລະ ກິລາ

 ຂປລ. ກະຊວງສຶກສາທິການ ແລະ ກິລາ(ສສກ) ຮ່ວມກັບວິສາຫະກິດຈີນອາຊີ-​ໂປຕາສາກົນຊ່ວຍສະໜັບ ສະໜູນປະເທດເຂັ້ມແຂງດ້ານການສຶກສາ ພາຍໃຕ້ ກອງທຶນການສຶກສາລາວໄດ້ເບີກຈ່າຍງວດທໍາອິດຈໍານວນ 700.000 ໂດລາສະຫະລັດ.ເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນວັນຄູແຫ່ງຊາດ ແລະ ຊີ້ໃຫ້ເຫັນວ່າ: “ໃນປະຫວັດແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ການປົກ ປັກຮັກສາ, ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ກໍລ້ວນແຕ່ຮຽກຮ້ອງໃຫ້ມີຊັບພະຍາກອນມະນຸດ ທີ່ມີຄວາມຮູ້, ຄວາມສາມາດ, ມີແບບແຜນການດຳລົງຊີວິດທີ່ປອດໄສ, ມີຄຸນສົມບັດສິນທຳປະຕິວັດທີ່ໜັກ ແໜ້ນ. ຢາກເຮັດໄດ້ຄືແນວນັ້ນ, ຄູ-ອາຈານ ຂອງພວກເຮົາ ທີ່ຢູ່ບັນດາສະຖານການສຶກສາ, ໃນໂຮງຮຽນ ແລະ ນອກໂຮງຮຽນ ຍິ່ງຈະຕ້ອງໄດ້ເສີມຂະຫຍາຍ ການຮຽນຮູ້ຂອງຕົນເອງ ໃຫ້ກ້າວທັນກັບການປ່ຽນແປງ ຂອງສາກົນກວ່າເວລາໃດໝົດ. ໃນສະພາບການທີ່ມີຄວາມທ້າທາຍຫລາຍຢ່າງ ຕໍ່ຂະແໜງສຶກສາທິການ ແລະ ກິລາ, ພວກເຮົາບໍ່ອາດຈະປະໃຫ້ຄູຜະເຊີນກັບສິ່ງທ້າທາຍນັ້ນພຽງລຳພັງໄດ້. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກ ພາກສ່ວນໃນທົ່ວສັງຄົມຈະຕ້ອງໄດ້ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັນ”.

ໃນວັນທີ 27 ຕຸ­ລາ 2023, ກະ­ຊວງສຶກ­ສາທິການ ແລະ ກິ­ລາ ຂອງ ສປປ ລາວ ໄດ້ຮ່ວມກັບ ອາຊີ-​ໂປຕາສ ສາ­ກົນ ແລະ ບໍ­ລິ­ສັດໃນເຄືອ ຊີໂນ-​ອາກຣີ ໂປຕາສ ຈໍາກັດ, ສໍາເລັດການຈັດພິ­ທີມອບທຶນຊ່ວຍ­ເຫລືອການສຶກ­ສາ 2023-2024” ໂດຍການເຂົ້າຮ່ວມເປັນສັກ­ຂີພິຍານຂອງ ທ່ານ ພຸດ ສິມມາ­ລາວົງ ລັດ­ຖະ­ມົນ­ຕີກະ­ຊວງສຶກ­ສາທິການ ແລະ ກິ­ລາ ພ້ອມດ້ວຍບັນ­ດາການນຳຂັ້ນສູງ ແລະ ບັນ­ດາສື່ມວນຊົນ; ທຶນຊ່ວຍ­ເຫລືອຊຸດທໍາອິດ ຈໍານວນ 700.000 ໂດລາສະ­ຫະ­ລັດ ຂອງກອງທຶນການສຶກ­ສາທີ່ບໍ­ລິ­ສັດສ້າງ­ຕັ້ງຂຶ້ນ ໄດ້ມອບໃຫ້ກະ­ຊວງສຶກ­ສາທິການຢ່າງເປັນທາງການ ໂດຍມີທ່ານ ຮອງເຈົ້າ­ແຂວງແຂວງເຊກອງ, ຮອງເຈົ້າ­ແຂວງ ແຂວງສາ­ລະວັນ, ຮອງເຈົ້າ­ແຂວງ ແຂວງຊຽງຂວາງ, ຫົວ­ໜ້າພະແນກສຶກ­ສາແຂວງທີ່ກ່ຽວ­ຂ້ອງ, ລວມທັງການນໍາທີ່ກ່ຽວ­ຂ້ອງຂອງຝ່າຍສະໜອງທຶນ ອາຊີ-​ໂປຕາສ ສາ­ກົນ ໄດ້ເຂົ້າຮ່ວມໃນພິ­ທີມອບທຶນຊ່ວຍ­ເຫລືອໃນຄັ້ງນີ້ ໂດນມີໂທ­ລະ­ພາບແຫ່ງຊາດລາວ, ໜັງ­ສື­ພິມປະ­­ຊົນ, ໜັງ­ສື­ພິມວຽງຈັນທາມສ໌ ແລະ ສື່ອື່ນໆ ໄດ້ເຂົ້າຮ່ວມເກັບກໍາຂໍ້ມູນ ພ້ອມທັງລາຍງານຂ່າວ.

ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ມອບໃບກຽດຕິຄຸນ ໃຫ້ແກ່ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ

ດັ່ງທີ່ຮູ້ກັນດີແລ້ວວ່າ, ກອງທຶນການສຶກສາໄດ້ສ້າງຕັ້ງຂຶ້ນໃນວັນທີ 1 ທັນວາ 2022, ເປັນກອງທຶນການ ສຶກສາ ທີ່ລົງນາມຮ່ວມກັນ ໂດຍກະຊວງສຶກສາທິການ ແລະ ກິລາ ແລະ ອາຊີ-ໂປຕາສ ສາກົນ ເຊິ່ງໄດ້ຮັບ ການສະໜັບສະໜູນທຶນເຕັມຈໍານວນຈາກ ບໍລິສັດ ອາຊີ-ໂປຕາສ ສາກົນ. ເຊິ່ງຈະສືບຕໍ່ຮັກສາການຊ່ວຍ ເຫລືອໃນແຕ່ລະປີ 350.000 ໂດລາສະຫະລັດ, ເປັນກອງທຶນການສຶກສາແຫ່ງທໍາອິດຂອງລາວ, ທັງເປັນທຶນການສຶກສາສະເພາະຈໍານວນ​​ຫລາຍ ທີ່ວິສາຫະກິດຈີນຊ່ວຍເຫລືອຢູ່ລາວ. ອາຊີ-ໂປຕາສ ສາກົນ ກ່າວ ວ່າ: ບໍລິສັດມີຄວາມຍຶດໝັ້ນສະເໝີມາ ແລະ ມຸ້ງເນັ້ນເພື່ອເປັນຜູ້ຊ່ວຍແຮງໃຫ້ແກ່ການພັດທະນາເສດ ຖະກິດສັງຄົມຂອງ ສປປ ລາວ. ໃນນັ້ນ, ໄດ້ເອົາໃຈໃສ່ເຖິງການພັດທະນາການສຶກສາ, ເຊິ່ງກອງທຶນການສຶກ ສານີ້ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຊ່ວຍໜູນຜູ້ທີ່ເຮັດວຽກດ້ານການສຶກສາໃນເຂດທຸກຍາກ, ນັກສຶກສາທີ່ທຸກ ຍາກໃນສະຖານບັນການສຶກສາ ແລະ ກໍ່ສ້າງຜູ້ມີຄວາມຮູ້ດ້ານເຕັກນິກວິຊາຊີບ. ຖືເອົາການປະຕິບັດຕົວຈິງ ເພື່ອແກ້ໄຂຄວາມຫຍຸ້ງຍາກທີ່ສຸດໃນພາລະກິດການສຶກສາ, ໃຫ້ການຮັບປະກັນດ້ານການເງິນ ແລະ ການສະ ໜັບສະໜູນການພັດທະນາວຽກງານການສຶກສາໃນ ສປປ ລາວ. ກອງທຶນດັ່ງກ່າວລວມມີ 3 ໂຄງການຊ່ວຍ ເຫລືອຕົ້ນຕໍຄື: ໂຄງການທີ 1 ແມ່ນທຶນຊ່ວຍເຫລືອຄູ ອາຊີ-ໂປຕາສ ສາກົນ”, ເຊິ່ງເນັ້ນໃສ່ການຊ່ວຍ ເຫລືອຄູອາຈານໃນເຂດທຸກຍາກ ແລະ ຄູທີ່ໄດ້ປະກອບສ່ວນເຂົ້າໃນການສິດສອນແຕ່ບໍ່ມີເງິນເດືອນ; ໂຄງ ການທີ 2 ແມ່ນ “ກອງທຶນການສຶກສາ ອາຊີ-ໂປຕາສ ສາກົນເຊິ່ງເນັ້ນໃສ່ການຊ່ວຍເຫລືອນັກສຶກສາ ທີ່ທຸກຍາກຂອງ ສປປ ລາວ ໃນໂຮງຮຽນສາມັນສຶກສາ, ວິທະຍາໄລ ຫລື ມະຫາວິທະຍາໄລ; ໂຄງການທີ 3 ແມ່ນ "ກອງທຶນອາຊີວະສຶກສາ ອາຊີ-ໂປຕາສ ສາກົນ", ເຊິ່ງເນັ້ນໃສ່ການຊ່ວຍເຫລືອນັກວິຊາການ ແລະ ວຽກງານຄົ້ນຄວ້າວິໄຈທີ່ມີຄວາມຈໍາເປັນເລັ່ງດ່ວນ ຂອງສະຖາບັນອາຊີວະສຶກສາໃນ ສປປ ລາວ.

ໃນພິທີ, ກະຊວງສຶກສາທິການ ແລະ ກິລາ ໄດ້ມອບໃບກຽດຕິຄຸນໃຫ້ແກ່ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ພ້ອມທັງອ່ານເຜີຍແຜ່ບົດແນະນໍາໂຄງການກອງທຶນຊ່ວຍເຫລືອຄູ ແລະ ນັກຮຽນ ຂອງກະຊວງ ສຶກສາທິການ ແລະ ກິລາ”. ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າກອງທຶນຊ່ວຍເຫລືອຊຸດທໍາອິດ ຈະຖືກທົດລອງປະຕິບັດຢູ່ພາກກາງ, ພາກເໜືອ ແລະ ພາກໃຕ້ ຈໍານວນ 6 ແຂວງ ເພື່ອໃຫ້ຄວາມຊ່ວຍເຫລືອແກ່ຄູອາຈານ ແລະ ນັກຮຽນທຸກຍາກທີ່ຄົບເງື່ອນໄຂ ເພື່ອປັບປຸງຄ່າ ແຮງງານຂອງຄູສອນ ແລະ ໃຫ້ທຶນຊ່ວຍເຫລືອນັກຮຽນທຸກຍາກໃນຄັ້ງນີ້, ມີຄູອາສາສະໝັກ 104 ຄົນ, ນັກຮຽນສາມັນ ສຶກສາ 444 ຄົນ, ນັກຮຽນອາຊີວະສຶກສາ 444 ຄົນ ແລະ ນັກສຶກສາມະຫາວິທະຍາໄລ 444 ຄົນ, ລວມທັງໝົດ 1.436 ຄົນ ທີ່ໄດ້ຮັບທຶນຊ່ວຍເຫລືອດ້ານການເງິນ”.

ທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວຊົມເຊີຍເປັນຢ່າງສູງຕໍ່ ການເຄື່ອນໄຫວຊຸກຍູ້ກອງທຶນການສຶກສາຂອງ ອາຊີ-ໂປຕາສາ ສາກົນ ໂດຍທ່ານໄດ້ກ່າວວ່າ: "ການຊ່ວຍ ເຫລືອຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຜັນຂະຫຍາຍ ການກໍ່¬ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ, ການຮ່ວມມືລະຫວ່າງ 2 ພັກ 2 ລັດ ແລະ ປະຊາຊົນ 2 ຊາດ ຂອງພວກເຮົາ ເວົ້າລວມ, ເວົ້າສະ­ເພາະ ແມ່ນການກະຕຸຊຸກ­ຍູ້ການຮ່ວມມື ໃນຂົງ­ເຂດວຽກງານການສຶກ ­ສາຂອງ ສປປ ລາວ ໃຫ້ມີຄຸນນະພາບ ນັບມື້ນັບສູງຂຶ້ນ ໂດຍສະ­ເພາະ ແມ່ນເພື່ອປັບ­ປຸງອັດ­ຕາການເຂົ້າຮຽນ ແລະ ອັດ­ຕາຮຽນຈົບ ຂອງນັກ­ຮຽນ ສາ­ມັນສຶກ­ສາ, ເພີ່ມອັດ­ຕາເຂົ້າຮຽນອາ­ຊີ­ວະສຶກ­ສາ ແລະ ການສຶກ­ສາຊັ້ນສູງ., ພ້ອມນີ້, ທຶນດັ່ງ­ກ່າວ ຍັງເປັນການແບ່ງເບົາຊີ­ວິດການເປັນຢູ່ ຂອງຄູ ຈໍນວນໜຶ່ຕື່ມອີກ  ແນ່ໃສ່ເຮັດໃຫ້ເຂົາ­ເຈົ້າມີຄວາມອຸ່ນອ່ຽງທຸ່ນທ່ຽງປະ­ກອບ­ສ່ວນ ໃນການສິດ­ສອນລູກຫລານ ຂອງພວກເຮົາ

ທ່ານ ນາງ ດາ­ລາ ພຣະກອນຄໍາ ຫົວ­ໜ້າກົມການເງິນ ກະ­ຊວງສຶກ­ສາທິການ ແລະ ກິ­ລາ ກ່າວວ່າ: ນັບແຕ່ໂຄງ­ການສະ­ໜັບ­ສະ­ໜູນທຶນຊ່ວຍ­ເຫລືອຄູ ແລະ ນັກຮຽນ-​ນັກສຶກ­ສາ ໄດ້ມີພິ­ທີເຊັນ ບົດບັນ­ທຶກຂໍ້ຕົກ­ລົງ ຮ່ວມກັນ ລະ­ຫວ່າງ ກະ­ຊວງສຶກ­ສາທິການ ແລະ ກິ­ລາ ແລະ ບໍ­ລິ­ສັດ ຊີໂນ-​ອາກຣີ ໂປຕາສ ຈໍາກັດ ຄັ້ງວັນທີ 01 ທັນ­ວາ 2022 ກໍໄດ້ມີການຄົ້ນ­ຄວ້າ ສ້າງຂໍ້ຕົກ­ລົງ ລັດ­ຖະ­ມົນ­ຕີ ວ່າດ້ວຍການແຕ່ງ­ຕັ້ງ ຄະ­ນະຮັບ­ຜິດ­ຊອບທຶນຊ່ວຍ­ເຫລືອຄູ ແລະ ນັກ­ຮຽນ ນັກສຶກ­ສາ ຂອງຂະ­ແໜງ ສຶກ­ສາທິການ ແລະ ກິ­ລາ ແລະ ຄະ­ນະຮັບ­ຜິດ­ຊອບ ໄດ້ມີການປະ­ສານສົມ­ທົບ, ເກັບກຳຂໍ້ມູນ, ຄົ້ນ­ຄວ້າ ປຶກ­ສາຫາ­ລື ແລະ ປະ­ຊຸມຮ່ວມກັບທຸກພາກ­ສ່ວນທີ່ກ່ຽວ­ຂ້ອງ ເພື່ອກະ­ກຽມສ້າງຄູ່ມືຄຸ້ມຄອງ ໃຫ້ທຶນຄູ ແລະ ນັກ­ຮຽນ ນັກສຶກ­ສາ (ສະ­ບັບທົດລອງ) ແລະ ຄຳແນະ­ນຳ ໃນການຄັດເລືອກເປົ້າໝາຍ ໃນ 6 ແຂວງ. ເນື່ອງຈາກວ່າ ເປັນຄັ້ງທຳ­ອິດ ທີ່ໄດ້ຮັບການສະ­ໜັບ­ສະໜູນຈາກ ບໍ­ລິ­ສັດ ທີ່ມີການຊ່ວຍ­ເຫລືອໃຫ້ທຶນແກ່ຄູ ແລະ ນັກ­ຮຽນ ນັກສຶກ­ສາ ແກ່ຂະ­ແໜງ­ການສຶກ­ສາທິການແລະກິ­ລາ ຊຶ່ງມີ ຈຳ­ນວນເງິນ 700.000 ໂດລາສະ­ຫະ­ລັດ ປະ­ຕິ­ບັດໃນໄລ­ຍະ 2 ປີ/ສົກ­ຮຽນ ແລະ ສົກ­ຮຽນ 2023-2024 ນີ້ ເປັນສົກ­ຮຽນທຳ­ອິດ ທີ່ຈະໄດ້ມີການມອບທຶນ ໃຫ້ແກ່ເປົ້າໝາຍທີ່ໄດ້ຮັບການຄັດເລືອກຕາມເງື່ອນ­ໄຂທີ່ໄດ້ກຳນົດ.”

ທ່ານ ນາງ ດາລາ ພຣະກອນຄໍາ ຫົວໜ້າກົມການເງິນ ກະຊວງສຶກສາທິການ ແລະ ກິລາ

ທ່ານ Ai Yongjun, ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ເຊິ່ງເປັນບໍລິສັດ ໃນເຄືອຂອງ ອາຊີ-ໂປຕາສ ສາກົນ ໄດ້ກ່າວວ່າ: ​ໃນຖານະທີ່ເປັນວິສາຫະກິດຈີນເຊິ່ງໄດ້ເຕີບໃຫຍ່ໃນດິນແດເຂດຮ້ອນຂອງ ສປປລາວ, ບໍລິສັດໄດ້ຮັບ​​ປະໂຫຍດຈາກການສະໜັບສະໜູນຂອງລັດຖະບານແລະປະຊາ ຊົນ, ບໍລິສັດມີຄວາມກະຕັນຍູສະເໝີມາແລະ ໄດ້ຕັ້ງໜ້າດໍາເນີນມາດຕະການຫລາຍຢ່າງທີ່ເປັນປະໂຫຍດຕໍ່ການພັດທະນາເສດຖະກິດ, ການພັດທະນາສັງຄົມ ແລະ ການກໍ່ສ້າງຊີວິດການເປັນຢູ່ຂອງປະຊາຊົນຂອງ ສປປ ລາວ ແລະ ໄດ້ມອບໝາກຜົນແຫ່ງການພັດທະນາວິສາຫະກິດຄືນສູ່ປະຊາຊົນລາວ. ໃນບັນດາການ ເຄື່ອນໄຫວຫລາຍຢ່າງຂອງຕົນ, ອາຊີ-ໂປຕາສ ສາກົນ ເອົາໃຈໃສ່ເປັນພິເສດຕໍ່ຂະແໜງການສຶກສາ ແລະ ຫວັງເປັນຢ່າງຍິ່ງວ່າ ຜ່ານມາດຕະການທີ່ແທດຈິງ, ພວກເຮົາຈະສາມາດຊຸກຍູ້ການພັດທະນາການສຶກສາຢູ່ ສປປ ລາວ ໂດຍພື້ນຖານ ແລະ ສະສົມຜູ້ມີຄວາມຮູ້ຄວາມສາມາດ ເພື່ອການພັດທະນາໃນໄລຍະຍາວຂອງ ປະເທດລາວ. ໃນອະນາຄົດ, ໄປຄຽງຄູ່ກັບການສືບຕໍ່ເສີມຂະຫຍາຍບົດບາດຂອງກອງທຶນ, ບໍລິສັດຍັງຈະ ໃຫ້ບູລິມະສິດຜູ້ທີ່ມີຄວາມສາມາດທີ່ມີຄຸນນະພາບສູງໃນການຮັບເລືອກເຂົ້າເຮັດວຽກ ໂດຍຜ່ານຮູບແບບ ການຮ່ວມມືລະຫວ່າງໂຮງຮຽນ ແລະ ວິສາຫະກິດ; ການເຊື່ອມໂຍງອຸດສາຫະກໍາ ແລະ ການສຶກສາຢ່າງ ແທ້ຈິງ ຈະເປັນການຊຸກຍູ້ຢ່າງຕໍ່ເນື່ອງສໍາລັບການພັດທະນາ ເພື່ອຫັນເປັນອຸດສາຫະກໍາ ແລະ ຫັນເປັນຕົວ ເມືອງຂອງ ສປປ ລາວ.

Ai Yongjun, ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ເຊິ່ງເປັນບໍລິສັດໃນເຄືອນຂອງ ອາຊີ-ໂປຕາສ ສາກົນ

ດັ່ງທີ່ຮູ້ກັນດີແລ້ວວ່າ, ນອກຈາກການສ້າງຕັ້ງກອງທຶນຊ່ວຍເຫລືອດ້ານການສຶກສາ ສະເພາະແຫ່ງທຳ ອິດຂອງ ສປປ ລາວ ແລ້ວ, ອາຊີ-ໂປຕາສ ສາກົນ ຍັງໃຫ້ການຊ່ວຍເຫລືອບັນດາບ້ານທຸກຍາກອ້ອມຂ້າງ ໂຮງງານ, ໃນໂຄງການຫລຸດຜ່ອນຄວາມທຸກຍາກດ້ານອຸດສາຫະກໍາ ຢູ່ບ້ານຊຽງແຫວນ ແຂວງຄໍາມ່ວນ ໄດ້ ຖືກຈັດຕັ້ງປະຕິບັດໂດຍບໍລິສັດ; ບໍລິສັດໄດ້ລົງທຶນສະເພາະ 1,9 ຕື້ກວ່າກີບ ເພື່ອສ້າງໂຮງຮຽນປະຖົມແຫ່ງ ຄວາມຫວັງ ອາຊີ-ໂປຕາສ ໂດຍຜ່ານການສ້ອມແປງຫ້ອງຮຽນ, ສະໜັບສະໜູນອຸປະກອນການຮຽນ-ການ ສອນ, ການມອບທຶນຊ່ວຍເຫລືອຄູ ແລະ ຮູບແບບອື່ນໆ, ເຊິ່ງໄດ້ປັບປຸງສະພາບແວດລ້ອມການຮຽນ-ການສອນຂອງທ້ອງຖິ່ນໄດ້ຢ່າງຫລວງຫລາຍ. ນອກຈາກນັ້ນ, ຍັງໄດ້ກໍ່ສ້າງເຮືອນຮົ່ມທີ່ທັນສະໄໝ 45 ແຫ່ງ ແລະ ແນະນໍາການນຳໃຊ້ເຕັກນິກການປູກຝັງທີ່ກ້າວໜ້າ ເພື່ອຊ່ວຍຊາວກະສິກອນເພີ່ມການຜະລິດ ແລະ ລາຍຮັບ ເພື່ອໃຫ້ຊາວບ້ານທຸກຍາກສາມາດຫລຸດພົ້ນອອກຈາກໝວກຄວາມທຸກຍາກໄດ້ໂດຍພື້ນຖານ. ໃນຖານະທີ່ເປັນບໍລິສັດເໝືອງແຮ່ທີ່ໂດດເດັ່ນຢູ່ລາວ, ບໍລິສັດຍັງຈະສືບຕໍ່ນໍາໃຊ້ຂໍ້ໄດ້ປຽບຂອງຕົນ ແລະ ສະໜັບສະໜູນການພັດທະນາພາລະກິດຕ່າງໆຂອງ ສປປ ລາວ ຢ່າງບໍ່ຂາດ.

ອາຊີ-ໂປຕາສ ສາກົນ ແຈກຂອງຂັວນໃຫ້ແກ່ຕົວແທນຄູອາຈານ ແລະ ນັກສຶກສາ

ຖ້າປະເທດຕ້ອງການພັດທະນາ, ການສຶກສາຕ້ອງໄດ້ຮັບການຟື້ນຟູ. ການມອບທຶນຊ່ວຍເຫລືອການ ສຶກສາ ເປັນການເລີ່ມຕົ້ນທີ່ດີຂອງການຮ່ວມມືລະຫວ່າງ ລັດຖະບານ-ວິສາຫະກິດ ເພື່ອສະໜັບສະ ໜູນການສຶກສາຂອງລາວ ແລະ ເພື່ອສ້າງແບບຢ່າງການສຶກສາ ຕາມຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ”. ຮູບແບບການຮ່ວມມືລະຫວ່າງລັດຖະບານ ກັບວິສາຫະກິດຈະຮັດແໜ້ນພື້ນຖານການສຶກສາຂອງປະເທດໃຫ້ມີພະລັງແຮງແລະ ອາຊີ-ໂປຕາສ ສາກົນ ໄດ້ກາຍເປັນຕົ້ນແບບຂອງວິສາຫະກິດຈີນທີ່ໄດ້ກາຍເປັນແບບຢ່າງ ໃຫ້ທຸກວົງການໃນລາວໄດ້ຮຽນຮູ້. ດັ່ງທີ່ຮູ້ດີແລ້ວວ່າ, ໃນອະນາຄົດ, ກອງທຶນການສຶກສາຈະສືບຕໍ່ສຸມໃສ່ ວຽກງານການສຶກສາຢູ່ເຂດຫ່າງໄກສອກຫລີກ ແລະ ເຂດທຸກຍາກ ເພື່ອໃຫ້ການຊ່ວຍເຫລືອ ແລະ ສະໜັນ ສະໜູນຄູອາຈານ ແລະ ພັດທະນານັກສຶກສາ ເພື່ອຊ່ວຍເຫລືອປະເທດລາວ ແລະ ການພັດທະນາເສດຖະ ກິດ-ສັງຄົມໃຫ້ຫລາຍຂຶ້ນ. ພ້ອມກັນນັ້ນ, ພວກຂ້າພະເຈົ້າຂໍເຊີນຊວນໃຫ້ບັນດາບໍລິສັດແລະ ໜ່ວຍງານ ຕ່າງໆເພີ່ມທະວີການຮ່ວມມືຊ່ວຍເຫລືອພັດທະນາວຽກງານ​​ຕ່າງໆຢູ່ໃນ ສປປລາວແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-​ສັງຄົມໃຫ້ຫລາຍຍິ່ງຂຶ້ນ.

KPL

ຂ່າວອື່ນໆ

    • ຄະນະກໍາມະການແຫ່ງຊາດ ດ້ານຄວາມ ປອດໄພທາງຫວງ ຈັດກອງປະຊຸມປະຈໍາປີ 2024ວັດທະນະທຳ-ສັງຄົມ

      ຄະນະກໍາມະການແຫ່ງຊາດ ດ້ານຄວາມ ປອດໄພທາງຫວງ ຈັດກອງປະຊຸມປະຈໍາປີ 2024

      3/14/2025 3:19:15 PM

      ຂປລ. ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2024 ຈັດຂຶ້ນໃນວັນທີ 13 ມີນາ 2025 ຢູ່ແຂວງຄຳມ່ວນ ພາຍໃຕການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາ ຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ວັດທະນະທຳ-ສັງຄົມ, ປະທານຄະນະກໍາມະການແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ຮອງເຈົ້າແຂວງ, ຫົວໜ້າກົມ ແລະ ຕາງໜ້າຄະນະກໍາມະການ ດ້ານຄວາມປອດໄພທາງຫລວງ ຈາກບັນດາແຂວງ-ນະຄອນຫລວງວຽງຈັນ ແລະ ຜູ້ຕາງໜ້າຈາກທະນາຄານໂລກ ເຂົ້າຮ່ວມ.

    • ຢຸດຕິຖາວອນ ການອອກອະນຸຍາດ ຂຸດຄົ້ນ ແຮ່ຄໍາຕົກຂ້ອນ ທຸກຮູບແບບໃນທົ່ວປະເທດວັດທະນະທຳ-ສັງຄົມ

      ຢຸດຕິຖາວອນ ການອອກອະນຸຍາດ ຂຸດຄົ້ນ ແຮ່ຄໍາຕົກຂ້ອນ ທຸກຮູບແບບໃນທົ່ວປະເທດ

      3/13/2025 7:06:43 PM

      ຂປລ. ​ວັນ​ທີ 7 ມີນາ 2025 ຜ່ານ​ມາ, ທ່ານນາຍົກລັດຖະມົນຕີ ອອກຄໍາສັ່ງເລກທີ 06/ນຍ ລົງ ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາ ແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງ ການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ. ໃນ​ນັ້ນ, ໃຫ້ຢຸດຕິຖາວອນ ການອອກອະນຸຍາດ ໃຫ້ຂຸດຄົ້ນແຮ່ຄໍາຕົກຂ້ອນ ທຸກຮູບແບບໃນຂອບເຂດທົ່ວປະເທດ ​ໂດຍໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຈັດຕັ້ງປະຕິບັດ

    • ນາຍົກລັດຖະມົນຕີ  ເຂົ້າຮ່ວມພິທີມອບ-ຮັບ ອາຄານນອນຄົນເຈັບ ໂຮງໝໍແຂວງຈໍາປາສັກ ວັດທະນະທຳ-ສັງຄົມ

      ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີມອບ-ຮັບ ອາຄານນອນຄົນເຈັບ ໂຮງໝໍແຂວງຈໍາປາສັກ

      3/13/2025 7:03:03 PM

      ຂປລ. ພິທີມອບ-ຮັບອາຄານນອນຄົນເຈັບ ໂຮງໝໍແຂວງຈໍາປາສັກ ຫລັງໃໝ່ ຈັດ​ຂຶ້ນ​ໃນວັນທີ 12 ມີນາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ມີຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ, ຜູ້ອຳນວຍການໂຮງໝໍ ແຂວງຈຳປາສັກ, ມີການນຳຈາກສູນກາງ, ການນໍາເເຂວງ, ພະເເນກການອ້ອມຂ້າງແຂວງ, ພ້ອມດ້ວຍພະນັກງານແພດ-ໝໍ ແລະ ຄະນະຮັບຜິດຊອບໂຄງການເຂົ້າຮ່ວມ

    • ນວ ຫາລືແກ້ໄຂບັນຫາການສະໜອງ ນ້ຳປະປາ ບໍ່ພຽງພໍກັບການຊົມໃຊ້ວັດທະນະທຳ-ສັງຄົມ

      ນວ ຫາລືແກ້ໄຂບັນຫາການສະໜອງ ນ້ຳປະປາ ບໍ່ພຽງພໍກັບການຊົມໃຊ້

      3/13/2025 11:35:59 AM

      ຂປລ. ໃນວັນທີ 12 ມີນາ 2025 ຜ່ານ​ມາ, ອົງການປົກຄອງນະຄອນຫລວງວຽງຈັນ (ນວ) ແລະ ລັດວິສະກິດນ້ຳປະປາ ນວ ຈັດກອງປະຊຸມປຶກສາຫາລື ເພື່ອຊອກຫາວິທີແກ້ໄຂ ການສະໜອງນ້ຳປະປາ ບໍ່ພຽງພໍກັບການຊົມໃຊ້ ຕາມຕົວເລກການຜະລິດຂອງໂຮງງານ 6 ແຫ່ງ ໄດ້ພຽງ 348.000 ແມັດກ້ອນຕໍ່ມື້ ເຊິ່ງຕາມຄວາມຕ້ອງ ການຕົວຈິງແມ່ນ 400.000 ແມັດກ້ອນຕໍ່ມື້

    • ຈັດກິດຈະກຳຮັບບໍລິຈາກເລືອດ ຊ່ວຍເຫລືອ ສັງຄົມ ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ຈັດກິດຈະກຳຮັບບໍລິຈາກເລືອດ ຊ່ວຍເຫລືອ ສັງຄົມ ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ

      3/13/2025 11:14:51 AM

      ຂປລ. ກະຊວງປ້ອງກັນຄວາມສະຫງົບ (ປກສ) ຮ່ວມກັບສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງຕອບແທນ ໃນວັນທີ 12 ມີນາ 2025

ads
ads

Top